ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພາຍຸ ນຳເອົາຫິມະ ແລະລົມແຮງ ມາສູ່ ພາກຕາເວັນອອກ ຂອງ ສະຫະລັດ


ຜູ້ຊາຍຄົນນຶ່ງຍ່າງຜ່ານສວນສາທາລະນະ Fairmont Park ລະຫວ່າງພະຍຸຫິມະ ທີ່ນະຄອນ Philadelphia.
ຜູ້ຊາຍຄົນນຶ່ງຍ່າງຜ່ານສວນສາທາລະນະ Fairmont Park ລະຫວ່າງພະຍຸຫິມະ ທີ່ນະຄອນ Philadelphia.

ຍັງ​ເຫລືອ​ພຽງນຶ່ງ​ອາທິດກວ່າໆ​ເທົ່າ​ນັ້ນ ​ກ່ອນ​ທີ່ລະດູບານ​ໃໝ່​ຈະມາ​ເຖິງ ລົມ​ພາຍຸ​
ໃຫຍ່​ທີ່​ຮ້າຍ​ແຮງ​ ກໍ​ໄດ້​ພະຍາກອນ​ວ່າຈະ​ເກີດ​ຂຶ້ນ​ຢູ່​ເລາະ​ຕາມແຄມ​ຝັ່ງ​ພາກ​ຕາ​ເວັນ
​ອອກຂອງ​ສະຫະລັດ ​ໃນ​ຕອນ​ແລງ​ວັນ​ຈັນ​ວານ​ນີ້ແລະ​ພັດໄປ​ສູ່​ຕາ​ເວັນ​ອອກ ສຽງ​ເໜື​ອ
ໃນ​ວັນ​ອັງຄານ​ມື້​ນີ້ ອີງ​ຕາມຄຳ​ເວົ້າຂອງ​ກົມ​ອຸຕຸ​ນິຍົມ​ສະຫະລັດ​.

ຫ້ອງການ​ພະຍາກອນ​ອາກາດ ​ໄດ້​ອອກ​ຄຳເຕືອນ​ກ່ຽວ​ກັບ​ລົມ​ພາຍຸ​ຫິມະ​ໃຫຍ່​ ຢູ່ນະ
ຄອນ​ນິວຢອກ ​ແລະ​ພາກເໜືອ​ຂອງລັດ New Jersey ​ແລະ​ພາກ​ໃຕ້​ລັດ
Connecticut. ​ນອກ​ນັ້ນ ຍັງ​ມີການ​ປະກາດ​ໃຫ້​ລະວັງ​ລົມພາຍຸ​ລະດູ​ໜາ​ວ ແລະເຕືອນ
ເຖິງໄພ​ຂອງ​ຜົນ​ກະທົບ ​ນັບ​ແຕ່​ເຂດ​ພູຜາ​ຂອງ​ລັດ North Carolina ​ໄປ​ຫາ​ພາກ​ເໜືອ
ຂອງ​ລັດ​ Maine ທີ່ຢູ່​ຫ່າ​ງ​ໄກ​ກັນ​ກວ່າ 1,600 ກິ​ໂລ​ແມັດ.

ຄາດ​ວ່າ ຈະ​ມີຫິມະ​ຕົກ​ໜັກ ຢູ່​ທີ່ນະຄອນ New York ບາງ​ເຂດ​ຂອງ​ລັດ Connecticut, Massachusetts, New Hampshire, Pennsylvania ​ແລະລັດ Vermont.

ພວກນັກ​ພະຍາກອນ​ອາກາດ ບອກ​ວ່າ ​ຈະມີ​ຫິ​ມະຕົກ​ທັງ​ໝົດ​ສູງ​ເຖິງ 60 ຊັງ​ຕີ​ແມັດ ຢູ່​
ໃນ​ນະຄອນ New York. ອຸນຫະພູມ​ໃນຂົງ​ເຂດແມ່ນຕໍ່າ​ກວ່າ​ທຳມະ​ດາ​ສຳລັບ​ໄລຍະ​ນີ້
ຂອງ​ປີ.

ບັນດາ​ສາ​ຍການບິນໄດ້ພາກັນ​ຍົກ​ເລີກຫລາຍ​ກວ່າ 6,500 ຖ້ຽວ​ບິນ ​ໃນ​ວັນ​ຈັນ​ວານ​ນີ້
​ແລະ​ວັນ​ອັງຄານ​ມື້​ນີ້ ພ້ອມ​ດ້ວຍ​ສະໜາມ​ບິນທີ່​ນະຄອນ New York, Boston,
Baltimore, Washington ​ແລະ Philadelphia ​ແມ່ນຈະ​ໄດ້​ຮັບ​ກະທົບໜັກທີ່​ສຸດອີງ​ຕາມອົງການ FlightAware​ ທີ່​ຕິດຕາມ​ເບິ່ງ​ຖ້ຽວ​ບິນ​ຕ່າງໆ​ນັ້ນ.

ປະທານາທິບໍດີ Donald Trump ຊຶ່ງ​ໄດ້ປະ​ເຊີນ​ໜ້າ​ກັບ​ລົມພາຍຸ​ທີ່​ຮ້າຍ​ແຮງ​ຫົວທຳ​ອິດ
ໃນ​ການ​ເປັນ​ປະທານາທິບໍດີ ຫລັງ​ຈາກ​ໄດ້​ມີ​ອາກາດ​ອົບ​ອຸ່ນມາ​ເປັນ ສ່ວນ​ໃຫຍ່​ນັ້ນໄດ້
​ກ່າວ​ໃນ​ວັນ​ຈັນ​ວານ​ນີ້ວ່າ ທ່ານ​ໄດ້​ໂອ້​ລົມ​ກັບກະຊວງຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ
​ຂອງ​ສະຫະລັດ ​ແລະ​ອົງການ​ຄຸ້ມ​ຄອງ​ ເຫດການ​ສຸກ​ເສີນຂອງລັດຖະບານ​ກາງ ແມ່ນ
​ກຽມພ້ອມແລ້ວ ທີ່​ຈະ​ໃຫ້ການ​ຊ່ວຍ​ເຫລືອ​ຖ້າ ​ຫາກ​ມີຄວາມ​ຈຳ​ເປັນ.

ທ່ານ​ກ່າວ​ວ່າ “ທຸກ​ຄົນ​ໃນ​ລັດຖະບານ​ແມ່ນ​ກຽມພ້ອມ​ຢ່າງ​ເຕັມທີ່ ​ແລະກໍ​ພ້ອມ ແລ້ວ​.
ຫວັງ​ວ່າ ມັນ​ຄົງ​ຈະ​ບໍ່​ຮ້າຍ​ແຮງ ດັ່ງ​ທີ່​ບາງ​ຄົນ​ໄດ້​ຄາດ​ການ​ເອົາ​ໄວ້. ປົກກະຕິ​ແລ້ວ​ມັນ​
ຈະ​ບໍ່​ເປັນ​ຈັ່ງຊັ້ນ.

ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel ທີ່​ມີ​ໝາຍ​ກຳນົດຈະ​ພົບ
​ປະ​ກັບ​ປະທານາທິບໍດີ Donald Trump ທີ່​ວໍ​ຊິງ​ຕັນ​ໃນ​ວັນ​ອັງຄານ​ມື້ນີ້ ​ໄດ້​ເລື່ອນ​ການ
​ຢ້ຽມຢາມ​ໄປ​ໃສ່​ວັນ​ສຸກ ອີງ​ຕາມ​ຄຳ​ຖະ​ແຫຼງຂອງ​ທຳນຽບຂາວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Snowstorms
please wait
Embed

No media source currently available

0:00 0:00:59 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG