ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບ​ລິງ​ເກັນ ສະ​ຫຼຸບ​ການ​ຢ້ຽມ​ຢາມ 4 ປະ​ເທດ​ໃນ​ອາ​ຟ​ຣິ​ກາ ໂດຍ​ໝັ້ນ​ໝາຍ​ທີ່​ຈະ​ສືບ​ຕໍ່ ການ​ເປັນ​ພາ​ຄີ​ດ້ານ​ຄວາມ​ໝັ້ນ​ຄົງ ແລະ​ເສດ​ຖະ​ກິດ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ, ຊ້າຍ, ແລະ​ປະ​ທາ​ນາ​ທິ​ບໍ​ດີ​ອັງ​ໂກ​ລາ ທ່ານ​ໂຈ​ອາວ ລູ​ເຣັນ​ໂຊ ຈັບ​ມື​ກັນ ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັນ​ທີ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ຢູ່​ນະ​ຄອນ​ລວນ​ດາ ເມື່ອ​ວັນ​ທີ 25 ມັງ​ກອນ 2024.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ, ຊ້າຍ, ແລະ​ປະ​ທາ​ນາ​ທິ​ບໍ​ດີ​ອັງ​ໂກ​ລາ ທ່ານ​ໂຈ​ອາວ ລູ​ເຣັນ​ໂຊ ຈັບ​ມື​ກັນ ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັນ​ທີ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ຢູ່​ນະ​ຄອນ​ລວນ​ດາ ເມື່ອ​ວັນ​ທີ 25 ມັງ​ກອນ 2024.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ​ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ສະ​ຫະ​ລັດ​ຈະ​ສືບ​ຕໍ່​ການ​ພົວ​ພັນ​ຢ່າງ​ຂຸ້ນ​ຂ້ຽວ​ກັບ​ພາ​ຄີ​ໃນ​ອາ​ຟ​ຣິ​ກາ ໂດຍ​ຫວັງ​ວ່າ​ຈະ​ສາ​ມາດ​ແກ້​ໄຂ​ບັນ​ຫາ​ຂັດ​ແຍ້ງ​ ​ທີ່​ພວມ​ເກີດ​ຂຶ້ນ​ໃນ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ຄອງ​ໂກ.

ທ່ານບ​ລິງ​ເກັນ​ໄດ້​ຈັດ​ການ​ເຈ​ລະ​ຈາ​ຫາ​ລື​ໃນ​ວັ​ນ​ພະ​ຫັດ​ວານ​ນີ ກັບ​ປະ​ທາ​ນາ​ທິ​ບໍ​ດີ​ອັງ​ກ​ໂກ​ລາ ທ່ານ​ໂຮ​ອາວ ລູ​ເຣັນ​ໂຊ ​ຊຶ່ງ​ພວກ​ທ່ານ ​ໄດ້​ຫາ​ລື​ກັນ ກ່ຽວ​ກັບ “ວິ​ທີ​ທາງ​ທີ່​ສຳ​ຄັນໆ” ເພື່ອ​ໃຫ້​ບັນ​ລຸ “ສັນ​ຕິ​ພາບ​ທີ່​ຍືນ​ຍົງ” ໃນ​ພາກ​ຕາ​ເວັນ​ອອກ​ທີ່​ມີ​ບັນ​ຫາ​ຂອງ ສ​ປ​ ຄອງ​ໂກ.

ການ​ປຶກ​ສາ​ຫາ​ລື​ເຫຼົ່າ​ນີ້ ມີ​ຂຶ້ນ​ທ່າມ​ທີ່​ຄວາມ​ເຄັ່ງ​ຕຶງ ​ລະ​ຫວ່າງ​ຣ​ວັນ​ດາ​ແລະ ສ​ປ ຄອງ​ໂກ ພວມ​ເພີ້ມ​ທະ​ວີ​ຂຶ້ນ ຊຶ່ງ​ໄດ້​ມີ​ການ​ກ່າວ​ຫາ ​ກ່ຽວ​ກັບ​ບຸກ​ໂຈມ​ຕີ​ຂ້າມ​ຊາຍ​ແດນ ໂດຍ​ກຳ​ລັງ​ຂອງ​ຄອງ​ໂກ ແລະ​ຣ​ວັນ​ດາ.

“ສະ​ຫະ​ລັດ ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ເປັນ​ຢ່າງ​ຍິ່ງ ໃນ​ການ​ສືບ​ຕໍ່​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂລ​ເຣັນ​ໂຊ ເພື່ອ​ຫາ​ທາງ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ລະ​ຫວ່າງ​ຣ​ວັນ​ດາ ແລະ ສ​ປ ຄອງ​ໂກ. ພວກ​ເຮົາ​ເຊື່ອ​ວ່າ ຂັ້ນ​ຕອນ​ຣ​ວັນ​ດາ ຄວບ​ຄູ່​ກັບ​ຂັ້ນ​ຕອນ​ໄນ​ໂຣ​ບີ ແມ່ນ​ວິ​ທີ​ທາງ​ທີ່​ດີ​ທີ່​ສຸດ ​ສຳ​ລັບ​ສັນ​ຕິ​ພາບ​ແບບ​ຍືນ​ຍົງ. ອັງ​ໂກ​ລາ​ແມ່ນ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກ​ທຸກໆ​ຝ່າຍ. ການ​ນຳ​ພາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂລ​ເຣັນ​ໂຊ ແມ່ນ​ມີ​ຄວາມ​ສຳ​ຄັນ​ ໃນ​ການ​ສ້າງ​ຄວາມ​ກ້າວ​ໜ້າ” ທ່ານບ​ລິງ​ເກັນ​ກ່າວ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ກ່ອນ​ທີ່​ຈະ​ມ້ວນ​ທ້າຍ​ການ​ຢ້ຽມ​ຢາມ 4 ປະ​ເທດ​ໃນ​ທະ​ວີບ​ອາ​ຟ​ຣິ​ກາ.

ບັນ​ຫາ​ຂັດ​ແຍ້ງ​ທີ່ຊຳ​ເຮື້ອແກ່​ຍາວ ​ແລະ​ພວມ​ເພີ້ມ​ທະ​ວີ​ຄວາມ​ຮຸນ​ແຮງ​ຂຶ້ນ ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຄອງ​ໂກ ໄດ້​ພາ​ໃຫ້​ບັນ​ດາ​ປະ​ເທດ​ຢູ່​ໃນ​ຂົງ​ເຂດ​ລິ​ເລີ້ມ​ຂັ້ນ​ຕອນ​ສັນ​ຕິ​ພາບ 2 ສະ​ບັບ. ​ຂັ້ນ​ຕອນ​ໄນ​ໂຣ​ບີ​ແມ່ນ​ແນ​ໃສ່​ເພື່ອ​ປົດ​ອາ​ວຸດ​ພວກ​ກະ​ບົດ​ຢູ່​ໃນ ສ​ປ ຄອງ​ໂກ ແລະ​ປະ​ເທດ​ເພື່ອນ​ບ້ານ ຣ​ວັນ​ດາ ຊຶ່ງ ສ​ປ ຄອງ​ໂກ​ໄດ້​ກ່າວ​ຫາວ​ວ່າ ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ກຸ່ມ​ກະ​ບົດ M23 ແຕ່​ຣ​ວັນ​ດາ​ໄດ້​ປະ​ຕິ​ເສດ​ຕໍ່​ຂໍ້​ຫາ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG