ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ ບ​ລິ​ງ​ເຄັນ ກ່າວ​ວ່າ ມາດ​ຕະ​ການ​ລົງ​ໂທດ​ຂອງ​ຕາ​ເວັນ​ຕົກ ແມ່ນ​ກຳ​ລັງ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່ ຣັດ​ເຊຍ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸ​ມ​ຖະ​ແຫຼງ​ຂ່າວ​ທີ່​ຖືກ​ຈັດ​ຂຶ້ນ​ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງກອງ​ປະ​ຊຸມ​ບັນ​ດາ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດອົງ​ການ NATO, 30 ພະ​ຈິກ 2022.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸ​ມ​ຖະ​ແຫຼງ​ຂ່າວ​ທີ່​ຖືກ​ຈັດ​ຂຶ້ນ​ດັ່ງ​ກັບ​ສ່ວນ​ນຶ່ງ​ຂອງກອງ​ປະ​ຊຸມ​ບັນ​ດາ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດອົງ​ການ NATO, 30 ພະ​ຈິກ 2022.

ລັດ​ຖະມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິ​ງ​ເຄັນ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ຄວາມ​ເສຍ​ຫາຍ​ຈາກ​ມາດ​ຕະ​ການ​ລົງ​ໂທດ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ຕໍ່ ຣັດ​ເຊຍ ແມ່ນ​ໄດ້​ເພີ່ມ​ຂຶ້ນ​ທຸກວັນ, ເຮັດ​ໃຫ້​ມັນ​ຍາກ​ສຳ​ລັບ ມົ​ສ​ກູ ທີ່​ຈະ​ເສີມ​ອາ​ວຸດ​ ເພື່ອ​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ສົງ​ຄາ​ມ​ຂອງ​ພວກ​ເຂົາ​ກັບ ຢູ​ເຄ​ຣນ.

ດ້ວຍ​ການ​ຄວບ​ຄຸມ​ການ​ຄ້າ ​ທີ່​ຖືກວາງ​ໂດຍ ສະ​ຫະ​ລັດ ແລະ ພັນ​ທະ​ມິດ​ຂອງ​ເຂົາ​ເຈົ້າ​ນັ້ນ, ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ວ່າ ຣັດ​ເຊຍ ບໍ່​ສາ​ມາດ​ນຳ​ເຂົ້າ​ຊິ້ນ​ສ່ວນ​ທີ່​ພວກ​ເຂົາ​ຕ້ອງ​ການ ​ສຳ​ລັບ​ຜະ​ລິດ​ອາ​ວຸດ​ເພີ່ມ​ເຕີມ ​ເພື່ອ​ທົດ​ແທນ​ອັນ​ທີ່​ຖືກ​ທຳ​ລາຍ​ໃນ​ສະ​ໜາມ​ລົບ​ໃນ ຢູ​ເຄ​ຣນ ຫຼື ບາງ​ຄັ້ງ​ຖືກ​ປະ​ຖິ້ມ ໃນ​ຂະ​ນະ​ທີ່ກອງ​ກຳ​ລັງ​ຂອງ ມົ​ສ​ກູ ໄດ້​ຖອນ​ຕົວ​ອອກ​ໄປ​ຍ້ອນ​ຄວາມ​ກ້າວ​ໜ້າຂອງ ຢູ​ເຄ​ຣນ.

ທູດ​ລະ​ດັບ​ສູງ ສະ​ຫະ​ລັດ ໄດ້​ກ່າວ​ຕໍ່​ລາຍ​ການ State of the Union ຂອງ​ໂທ​ລະ​ພາບ CNN ວ່າ “ຄວາມ​ເສຍ​ຫາຍ​ແມ່ນ​ກຳ​ລັງ​ສະ​ສົມຂຶ້ນ​ທຸກວັນ. ພາ​ລະ​ແບກ​ຮັບ​ຕໍ່​ຣັດ​ເຊຍ ແມ່ນ​ກຳ​ລັງ​ໜັກ​ຂຶ້​ນ​ທຸກມື້.”

ທ່ານ​ໄດ້​ກ່າວ​ວ່າ​ບັນ​ດາ​ພັນ​ທະ​ມິດ​ຕາ​ເວັນ​ຕົກ “ແມ່ນ​ກຳ​ລັງ​ຊອກ​ຫາຫຼາຍ​ວິ​ທີ​ທາງ​ຢູ່ເປັນ​ປະ​ຈຳ” ເພື່ອ​ຮັດ​ແໜ້ນ​ມາດ​ຕະ​ການ​ລົງ​ໂທ​ດເພີ່ມ​ເຕີມ ເພື່ອ​ທຳ​ລາຍ​ເສດ​ຖະ​ກິດ​ຂອງ ຣັດ​ເຊຍ​ ແລະ ການ​ພະ​ຍາ​ຍາມ​ເຮັດ​ສົງ​ຄາມ​ຂອງ​ພວກ​ເຂົາ.

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ຫາ ຣັດ​ເຊຍ ກ່ຽວ​ກັບ “ການ​ພະ​ຍາ​ຍາມ​ທີ່​ຈະ​ໃຊ້​ລະ​ດູ​ໜາວ​ເປັນ​ອາ​ວຸດ” ດ້ວຍ​ການ​ໂຈມ​ຕີ​ທາງ​ອາ​ກາດ ​ໃນ​ສອງ​ສາມ​ອາ​ທິດ​ທີ່​ຜ່ານ​ມາ ໂດຍ​ແນ​ເປົ້າ​ໃສ່​ການ​ສະ​ໜອງ​ພະ​ລັງ​ງານ ແລະ ນ້ຳ​ຂອງ ຢູ​ເຄ​ຣນ ເພື່ອ​ທຳ​ລາຍ​ຂວັນ​ຂອງ​ປະ​ຊາ​ຊົນ ຢູ​ເຄ​ຣນ. “ນີ້​ແມ່ນ​ຄວາມ​ປ່າ​ເຖື່ອນ​ຢ່າງ​ແນ່ນອນ.”

ກະ​ຊວງ​ປ້ອງ​ກັ​ນ​ປະ​ເທດ ອັງ​ກິດ ໄດ້​ກ່າວ​ວ່າ​ການ​ສຳຫຼວດ​ຄວາມ​ຄິດ​ເຫັນ​ເມື່ອບໍ່​ດົນ​ມານີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ສະ​ໜັບ​ສະ​ໜູນ​ຂອງ​ສາ​ທາ​ລະ​ນະ ຣັດ​ເຊຍ ສຳ​ລັບ​ສົງ​ຄາມ​ແມ່ນ​ກຳ​ລັງຫຼຸດ​ລົງ.

ໃນ​ການ​ລາຍ​ງານ​ຂໍ້​ມູນ​ລັບ​ໃໝ່​ຂອງ​ເຂົາ​ເຈົ້າ​ເມື່ອ​ຕອນ​ເຊົ້າ​ວັນ​ອາ​ທິດ​ວານນີ້​, ກະ​ຊວງ​ຂອງ​ອັງ​ກິດ​ໄດ້​ກ່າວ​ວ່າ ​ສື່ມວນ​ຊົນ​ອິດ​ສະຫຼະ​ຂອງ ຣັດ​ເຊຍ ໄດ້​ອ້າງວ່າ​ການ​ເຂົ້າ​ເຖິງ​ຂໍ້​ມູນ​ທີ່​ຖືກ​ເກັບ​ກຳ​ມາ​ໄດ້​ໂດຍ​ໜ່ວຍ​ປົກ​ປ້ອງ​ລັດ​ຖະ​ບານ​ກາງ​ຂອງ ຣັດ​ເຊຍ ໄດ້​ລະ​ບຸ​ວ່າ 55 ເປີ​ເຊັນຂອງ​ປະ​ຊາ​ຊົນ ຣັດ​ເຊຍ ສະ​ໜັບ​ສະ​ໜູນ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກັບ ຢູ​ເຄ​ຣນ, ໃນ​ຂະ​ນະ​ທີ່ 25 ເປີ​ເຊັນ​ເທົ່າ​ນັ້ນ​ກ່າວ​ວ່າເຂົາ​ເຈົ້າ​ສະ​ໜັບ​ສະ​ໜູນ​ການ​ສືບ​ຕໍ່​ເຮັດ​ສົງ​ຄາມ. ໃນ​ເດືອນ​ເມ​ສາ​ທີ່​ຜ່ານ​ມາ, ຊາວ ຣັດ​ເຊຍ 80 ເປີ​ເຊັນ ​ມີ​ລາຍ​ງານ​ວ່າ​ໄດ້​ສະ​ໜັບ​ສະ​ໜູນ​ການ​ບຸກ​ລຸກ ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG