ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ບລິງເຄັນ ເຕືອນ ຣັດເຊຍ ກ່ຽວກັບ ຜົນຕາມມາທີ່ຮ້າຍແຮງ ຖ້າເຂົາເຈົ້າບຸກລຸກ ຢູເຄຣນ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ, ຊ້າຍ, ແລະ ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ ເຊີເກ ລາຟຣອຟ ປະຊຖມກັນຢູ່ນອກກອງປະຊຸມການຮ່ວມມືດ້ານຄວາມປອດໄພໃນ ຢູໂຣບ, ນະຄອນຫຼວງ ສຕັອກໂຮມ, ປະເທດ ສວີເດັນ. 2 ທັນວາ, 2021.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ, ຊ້າຍ, ແລະ ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ ເຊີເກ ລາຟຣອຟ ປະຊຖມກັນຢູ່ນອກກອງປະຊຸມການຮ່ວມມືດ້ານຄວາມປອດໄພໃນ ຢູໂຣບ, ນະຄອນຫຼວງ ສຕັອກໂຮມ, ປະເທດ ສວີເດັນ. 2 ທັນວາ, 2021.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ເຕືອນຄູ່ຮ່ວມຕຳແໜ່ງຈາກ ຣັດເຊຍ ຂອງທ່ານໃນວັນພະຫັດວານນີ້ ກ່ຽວກັບ “ຜົນຕາມມາທີ່ຮ້າຍແຮງ” ຖ້າ ຣັດເຊຍ ບຸກ ລຸກປະເທດ ຢູເຄຣນ ທີ່ຢູ່ໃກ້ຄຽງ ແລະ ໄດ້ຂໍຮ້ອງຕໍ່ທ່ານໃຫ້ພະຍາຍາມຫາຂໍ້ແກ້ໄຂຄວາມຂັດແຍ້ງທາງການທູດ ລະຫວ່າງ ສອງປະເທດ ຢູໂຣບ ຕາເວັນອອກນັ້ນ.

ຄຳເຕືອນຂອງທ່ານ ບລິງເຄັນ ຕໍ່ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ ເຊີເກ ລາຟຣອຟ ໄດ້ມີຂຶ້ນຫຼັງຈາກນັກການທູດອາວຸໂສສອງທ່ານນັ້ນ ໄດ້ພົບປະກັນໃນນະຄອນຫຼວງ ສຕັອກໂຮມ ປະ ເທດ ສວີເດັນ ແລະ ນຶ່ງວັນຫຼັງຈາກ ທ່ານ ບລິງເຄັນ ໄດ້ປະກາດວ່າ ສະຫະລັດ “ຈະຕອບໂຕ້ຢ່າງເດັດຂາດ” ຕໍ່ການໂຈມຕີ ຢູເຄຣນ ຂອງ ຣັດເຊຍ, “ລວມທັງມາດຕະການທີ່ມີຜົນກະທົບທາງເສດ ຖະກິດຢ່າງສູງ ທີ່ພວກເຮົາໄດ້ລະ​ເວັ້ນຈາກການນຳໃຊ້ໃນອະດີດ.”

ທ່ານ ບລິງເຄັນ ໄດ້ກ່າວຢູ່ໃນກອງປະຊຸມຖະແຫຼງຂ່າວຫຼັງຈາກການປະຊຸມກັບທ່ານ ລາຟຣອຟ ວ່າ “ຂ້າພະເຈົ້າຄິດວ່າ ມົສກູ ຮູ້ເປັນຢ່າງດີ ກ່ຽວກັບ ສິ່ງທີ່ເປັນໄປໄດ້. ແລະ ສິ່ງດັ່ງກ່າວນີ້ ລວມມີຄວາມເປັນໄປໄດ້ສຳລັບການຮຸກຮານດ້ວຍກຳລັງທະຫານຄັ້ງໃໝ່ ເຊັ່ນດຽວກັບຄວາມພະຍາຍາມຕ່າງໆ ທີ່ພວກເຮົາເຫັນວ່າ ຣັດເຊຍ ກຳລັງພະຍາຍາມເຮັດເພື່ອສ້າງຄວາມບໍ່ໝັ້ນຄົງໃນ ຢູເຄຣນ.”

ທ່ານ ບລິງເຄັນ ໄດ້ກ່າວກ່ອນກອງປະຊຸມວ່າ ສະຫະລັດ ຈະຊ່ວຍເຫຼືອ ຣັດເຊຍ ແລະ ຢູເຄຣນ ໃນການບັນລຸພັນທະຂອງເຂົາເຈົ້າ ພາຍໃຕ້ຂໍ້ຕົກລົງສັນຕິພາບປີ 2014 ທີ່ໄດ້ເພັ່ງເລັງໃສ່ການສິ້ນສຸດສົງຄາມລະຫວ່າງ ກຸ່ມແບ່ງແຍກດິນແດນທີ່ສະໜັບສະໜູນ ຣັດເຊຍ ແລະ ກອງກຳລັງລັດຖະບານ ຢູເຄຣນ ໃນພາກຕາເວັນອອກຂອງອະດີດສາທາລະນະລັດ ໂຊຫວຽດ ນັ້ນ.

ທ່ານ ບລິງເຄັນ ໄດ້ເຕືອນວ່າ ແຕ່ “ຖ້າ ຣັດເຊຍ ຕັດສິນໃຈທີ່ຈະດຳເນີນການປະເຊີນໜ້າຕໍ່ໄປ, ມັນຈະມີຜົນຕາມມາທີ່ຮ້າຍແຮງ.”

ທ່ານ ລາຟຣອຟ ໄດ້ກ່າວຕໍ່ບັນດານັກຂ່າວໃນນະຄອນຫຼວງ ມົສກູ ວ່າ ຣັດເຊຍ ໄດ້ກຽມພ້ອມສຳ ລັບການເຈລະຈາກັບ ຢູເຄຣນ. “ພວກເຮົາ, ດັ່ງທີ່ປະທານາທິ ບໍດີ ປູຕິນ ໄດ້ກ່າວນັ້ນ, ບໍ່ຢາກໄດ້ຄວາມຂັດແຍ້ງໃດໆ.”

ໂຄສົກວັງ ເຄຣັມລິນ ທ່ານ ດິມິທຣີ ເປັສກອຟ ໄດ້ກ່າວໃນການປະຊຸມທາງໂທລະສັບກັບນັກຂ່າວໃນນະຄອນຫຼວງ ມົສກູ ວ່າ “ການກະທຳແບບ​ຮຸກ​ຮານ ແລະ ​ທ້າ​ທາຍ​ຢ່າງຮຸນແຮງ” ຂອງ ຢູເຄຣນ ຢູ່ຕາມເຂດຊາຍແດນຕິດກັບ ຣັດເຊຍ ໄດ້ກໍ່ໃຫ້ມີຄວາມເປັນຫ່ວງ ກ່ຽວກັບ ຄວາມເປັນໄປໄດ້ຂອງການເກີດພາວະສົງຄາມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG