ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ບລິງເກັນ ເຕືອນຣັດເຊຍ ບໍ່ໃຫ້ຮັບຮູ້ສອງເຂດ ທີ່ສະໜັບສະໜຸນໂດຍຣັດເຊຍ ໃຫ້ແຍກໂຕຈາກຢູເຄຣນ


ລັດຖະມົນຕີການຕ່າງປະເທດສະຫະລັດ ແອນໂທນີ ບລິງເກັນ ພົບປະກັບ ນາຍົກລັດຖະມົນຕີ ອາລບາເນຍ ແອດີ ຣາມາ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 15 ກຸມພາ 2022.
ລັດຖະມົນຕີການຕ່າງປະເທດສະຫະລັດ ແອນໂທນີ ບລິງເກັນ ພົບປະກັບ ນາຍົກລັດຖະມົນຕີ ອາລບາເນຍ ແອດີ ຣາມາ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງວໍຊິງຕັນ, ວັນທີ 15 ກຸມພາ 2022.

ລັດຖະມົນຕີການຕ່າງປະເທດສະຫະລັດ ແອນໂທນີ ບລິງເກັນ ກ່າວປະນາມການເຄື່ອນໄຫວໃນວັນພຸດວານນີ້ ຂອງບັນດາສະມາຊິກສະພາຣັດເຊຍ ທີ່ໄດ້ຮັບຮອງເອກະລາດຂອງສອງເຂດແດນທາງພາກຕາເວັນອອກຂອງຢູເຄຣນ ທີ່ໄດ້ແຍກຕົວອອກມາ ຊຶ່ງສະໜັບສະໜຸນໂດຍຣັດເຊຍ.

ສະພາຕ່ຳຂອງຣັດເຊຍ ໄດ້ລົງຄະແນນສຽງ ໃນວັນອັງຄານທີ່​ຜ່ານມ​າ ເພື່ອຂໍໃຫ້ປະທານາທິບໍດີ ວລາດີເມຍ ປູຕິນ ຮັບ​ຮູ້ສາທາລະນະລັດປະຊາຊົນໂດເນສຄ໌ ແລະລູຮານສຄ໌ ຊຶ່ງໄດ້ປະກາດເອກະລາດຈາກຢູເຄຣນ ໃນປີ 2014 ຫຼັງຈາກທີ່ປະທານາທິບໍດີ ວິກເຕີ ຢານູໂກວິຈ ໄດ້ຖືກໂຄ່ນລົ້ມອອກຈາກຕຳແໜ່ງໃນການປະຕິວັດຂອງຢູເຄຣນ.

ສະຫະພາບຢູໂຣບ ໄດ້ຮຽກຮ້ອງຕໍ່ມົສກູ ບໍ່ໃຫ້ປະຕິບັດຕາມການລົງຄະແນນສຽງໂດຍສະພາຕ່ຳ ທີ່ຮູ້ຈັກໃນ​ຊື່ State Duma. ການຮັບຮອງເອົາການລົງຄະແນນສຽງຍິ່ງຈະເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງຣັດເຊຍ ແລະປະເທດຕາ ເວັນຕົກ ທະວີຂຶ້ນຕື່ມອີກ ຍ້ອນການເສີມກຳລັງທະຫານຢູ່ຕາມຊາຍແດນໃກ້ກັບຢູເຄຣນ ທີ່ພາໃຫ້ເກີດຄວາມຢ້ານກົວ ໃນການບຸກລຸກຂອງຣັດເຊຍນັ້ນ.

ຖະແຫລງການສະບັບນຶ່ງຂອງທ່ານບລິງເກັນ ໄດ້ກ່າວວ່າ “ການບັງຄັບໃຊ້ມະຕິດັ່ງກ່າວນີ້ ຈະເປັນບ່ອນທຳລາຍຕໍ່ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງຢູເຄຣນ ຖືວ່າເປັນການລະເມີດກົດໝາຍສາກົນຢ່າງໃຫຍ່ ຊຶ່ງຮຽກຮ້ອງໃຫ້ມີຄຳຖາມ ກ່ຽວກັບຄຳໝັ້ນໝາຍຂອງຣັດເຊຍ ທີ່ຈະສືບຕໍ່ພົວພັນທາງການທູດເພື່ອບັນລຸຂໍ້ແກ້ໄຂຕໍ່ວິກິດການນີ້.”

ທ່ານບລິງເກັນ ໄດ້ເຕືອນວ່າ ການເຄື່ອນໄຫວເຊັ່ນນັ້ນ ຄວນ “ຈຳເປັນຕອບໂຕ້ຢ່າງວ່ອງໄວ ແລະໜັກແໜ້ນຈາກສະຫະລັດ ໂດຍການປະສານງານກັບບັນດາພັນທະມິດ ແລະຄູ່ພາຄີທັງຫຼາຍ.”

ຣັດເຊຍໄດ້ປະເສດຕໍ່ແຜນການບຸກລຸກຢູເຄຣນ ໃດໆ ແລະໄດ້ກ່າວຫາປະເທດຕາເວັນຕົກວ່າ ກໍ່ໃຫ້ເກີດຄວາມເຄັ່ງຕຶງ.

ການຮັບຮອງສາທາລະນະລັດສອງແຫ່ງດັ່ງກ່າວ ອາດຈະເຮັດໃຫ້ຂໍ້ຕົກລົງ ມິງສ໌ ທີ່ໄດ້ບັນລຸ ໃນປີ 2014 ແລະ 2015 ຫຼັງຈາກພວກແບ່ງແຍກດິນແດນທີ່ສະໜັບສະໜຸນໂດຍຣັດເຊຍ ຍຶດເອົາພື້ນທີ່ເຂດດອນບາສຂອງຢູເຄຣນນັ້ນ ຕົກໄປ. ຢູເຄຣນ ໄດ້ສູ້ລົບກັບເຂດທີ່ແບ່ງແຍກນັ້ນ ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ ຊຶ່ງເປັນບັນຫາຂັດແຍ້ງ ທີ່ໄດ້ສັງຫານປະຊາຊົນປະມານໄປ​ແລ້ວ 15,000 ຄົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG