ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບ​ລິງ​ເຄັນ ເຕືອນ​ ອີ​ຣ່ານວ່າ ສະ​ຫະ​ລັດ ຈະ​ຕອບ​ໂຕ້​ຢ່າງ​ເດັດ​ດ່ຽວ ຕໍ່​ການ​ໂຈມ​ຕີ​ໃດໆ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ກ່າວ​ຄຳ​ປ​າ​ໄສ​ຢູ່​ສະ​ພາ​ຄວາມ​ໝັ້ນ​ຄົງ ກ່ຽວ​ກັບ ຄວາ​ມ​ຂັດ​ແຍ້ງ​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ, ສຳ​ນັກ​ງານ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ, ນະ​ຄອນ ນິວຢອກ, 24 ຕຸ​ລາ 2023.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ກ່າວ​ຄຳ​ປ​າ​ໄສ​ຢູ່​ສະ​ພາ​ຄວາມ​ໝັ້ນ​ຄົງ ກ່ຽວ​ກັບ ຄວາ​ມ​ຂັດ​ແຍ້ງ​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ, ສຳ​ນັກ​ງານ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ, ນະ​ຄອນ ນິວຢອກ, 24 ຕຸ​ລາ 2023.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໃນ​ວັນ​ອັງ​ຄານ​ວານນີ້​ໄດ້​ເຕືອນ ອີ​ຣ່ານ ວ່າ ສະ​ຫະ​ລັດ ຈະ​ຕອບ​ໂຕ້ “ຢ່າງ​ເດັດ​ຂາດ” ຕໍ່​ການ​ໂຈມ​ຕີ​ໃດໆ​ໂດຍ​ພວກ​ຕົວ​ແທນຂອງ​ເຂົາ​ເຈົ້າ, ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ໄດ້​ເພີ່ມ​ຂຶ້ນ​ໃນ​ສົງ​ຄາມ​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ.

ທ່ານ ບ​ລິ​ງ​ເຄັນ ໄດ້​ກ່າວ​ຕໍ່​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊາດ ວ່າ “ສະ​ຫະ​ລັດ ບໍ່​ໄດ້​ສະ​ແຫວງ​ຫາ​ຄວາມ​ຂັດ​ແຍ້ງ​ກັບ ອີ​ຣ່ານ. ພວກ​ເຮົາ​ບໍ່​ຢາກ​ໃຫ້​ສົງ​ຄາມນີ້​ແຜ່ກວ້າງ​ອອກ. ແຕ່​ຖ້າ ອີ​ຣ່ານ ຫຼື ຕົວ​ແທນ​ທັງຫຼາຍ​ຂອງ​ພວກ​ເຂົາ​ໂຈມ​ຕີ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ຢູ່​ບ່ອນ​ໃດ​ກໍ່​ຕາມ, ໂດຍບໍ່​ມີ​ຄວາມ​ຜິດ​ພາດ. ພວກ​ເຮົາ​ຈະ​ປ້ອງ​ກັນ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ, ພວກ​ເຮົາ​ຈະ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ພວກ​ເຮົາ​ຢ່າງ​ວ່ອງ​ໄວ ແລະ ຢ່າງ​ເດັດ​ດ່ຽວ.”

ສະ​ຫະ​ລັດ ໄດ້​ກ່າວ​ຫາ ອີ​ຣ່ານ ກ່ຽວ​ກັບ ການ​ຊ່ວຍ​ໂຈມ​ຕີ​ຖານ​ທັບ ສະ​ຫະ​ລັດ ຄັ້ງ​ໃໝ່​ໃນ ອີ​ຣັກ ທີ່​ເປັນ​ສ່ວນ​ນຶ່ງ​ຂອງ​ພັນ​ທະ​ມິດ​ຕໍ່​ຕ້ານ​ກຸ່ມ​ລັດ​ອິ​ສ​ລາມ.

ຜູ້​ນຳ​ທາງ​ສາ​ສະ​ໜາ​ຂອງ ອີ​ຣ່ານ ສະ​ໜັບ​ສະ​ໜູນກຸ່ມ​ຮາ​ມາ​ສ, ເຊິ່ງ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ນອງ​ເລືອ​ດ​ໃນ ອິ​ສ​ຣາ​ແອ​ລ ເມື່ອ​ວັນ​ທີ 7 ຕຸ​ລາ​ທີ່​ຜ່ານ​ມາ, ເຊິ່ງ​ຖືກ​ຕອບ​ໂຕ້​ດ້ວຍ​ການ​ແກ້​ແຄ້ນ​ຂະ​ໜາດ​ໃຫຍ່. ອີ​ຣ່ານ ຍັງ​ມີ​ສາຍ​ພົວ​ພັນ​ທີ່​ໃກ້​ຊິດ​ກັບ​ກຸ່ມ​ທະ​ຫານ​ບ້ານ ເຮັ​ສ​ໂບ​ລາ ນິ​ກາຍ​ຊີ​ໄອ້​ ຂອງ ເລ​ບາ​ນອນ, ທີ່​ໄດ້​ມີ​ຄວາມ​ຂັດ​ແຍ້ງ​ຊ້ຳ​ແລ້ວ​ຊ້ຳ​ອີ​ກັບ ອິ​ສ​ຣາ​ແອ​ລ.

ສະ​ຫະ​ລັດ, ເຊິ່ງ​ແມ່ນ​ຜູ້​ໜູນຫຼັງ​ທາງ​ການ​ທູດ​ລະ​ດັບ​ສູງ​ຂອງ ອິ​ສ​ຣາ​ແອ​ລ ນັ້ນ, ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ​ໄດ້​ຍັບ​ຢັ້ງ​ຮ່າ​ງ​ມະ​ຕິສະ​ບັບ​ນຶ່ງ ກ່ຽວ​ກັບ ຄວາມ​ຂັດ​ແຍ້ງ​ດັ່ງ​ກ່າວ, ໂດຍ​ເວົ້າ​ວ່າ​ມັນ​ຄວນ​ປ້ອງ​ກັນ​ສິດ​ທິ​ຂອງ ອິ​ສ​ຣາ​ແອ​ລ ເພື່ອ​ປ້ອງ​ກັນ​ຕົນ​ເອງ​ຢ່າງ​ຊັດ​ເຈນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG