ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບລິງເຄັນ ເຕືອນປະທານາທິບໍດີ ອັຟການິສຖານ ກ່ຽວກັບ ຜົນຕາມມາທີ່ຮ້າຍແຮງ ຖ້າບໍ່ມີການປ່ຽນແປງ ຢ່າງຮີບດ່ວນ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ກ່າວຄຳປາໄສ ກ່ຽວກັບ ບູລິມະສິດສູງສຸດຂອງປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຢູ່ຫ້ອງ ເບັນ ແຟຣັງຄລິນ ໃນກະຊວງການຕ່າງປະເທດ. ນະຄອນຫຼວງ ວໍຊິງຕັນ, 3 ມີນາ, 2021.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ກ່າວຄຳປາໄສ ກ່ຽວກັບ ບູລິມະສິດສູງສຸດຂອງປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ຢູ່ຫ້ອງ ເບັນ ແຟຣັງຄລິນ ໃນກະຊວງການຕ່າງປະເທດ. ນະຄອນຫຼວງ ວໍຊິງຕັນ, 3 ມີນາ, 2021.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ເຕືອນ ອັຟການິສຖານ ວ່າ ເຂົາເຈົ້າອາດຕ້ອງໄດ້ປະເຊີນກັບການບຸກໂຈມຕີຂອງກຸ່ມ ຕາລີບານ ຖ້າປະທານາທິບໍດີ ອາສຣາຟ ການີ ບໍ່ສາມາດທີ່ຈະພິຈາລະນາຂໍ້ສະເໜີ ກ່ຽວກັບ ການເລັ່ງຂະບວນການສັນຕິພາບ ຢ່າງຮີບດ່ວນ.

ຈົດໝາຍຂອງທ່ານໄດ້ກ່າວວ່າ “ທ່ານປະທານາທິບໍດີ ຂ້າພະເຈົ້າຕ້ອງໃຫ້ຄວາມກະຈ່າງແຈ້ງຕໍ່ທ່ານເຊັ່ນກັນວ່າ, ຂັ້ນຕອນຂອງນະໂຍບາຍຂອງພວກເຮົາຈະສືບຕໍ່ໄປໃນ ວໍຊິງຕັນ, ສະຫະລັດ ຍັງບໍ່ໄດ້ຕັດສິນທາງເລືອກໃດໆ. ພວກເຮົາກຳລັງພິຈາລະນາການຖອນຕົວຢ່າງສົມບູນພາຍໃນວັນທີ 1 ພຶດສະພາ, ໃນຂະນະທີ່ພວກເຮົາພິຈາລະນາທາງເລືອກອື່ນໆ.”

ໂດຍຢ້ານວ່ານັ້ນອາດຈະນຳໄປສູ່ສະຖານະການດ້ານຄວາມປອດໄພທີ່ຮ້າຍແຮງກວ່າເກົ່າ ແລະ ກຸ່ມຕາລີບານ ໄດ້ຮັບຜົນປະໂຫຍດດ້ານເຂດແດນຢ່າງວ່ອງໄວນັ້ນ, ທ່ານ ບລິງເຄັນ ໄດ້ກ່າວຕື່ມວ່າ “ຂ້າພະເຈົ້າຈະໃຫ້ຄວາມກະຈ່າງແຈ້ງຕໍ່ທ່ານ ສະນັ້ນທ່ານຈຶ່ງຈະເຂົ້າໃຈເຖິງຄວາມຮີບດ່ວນໃນນໍ້າສຽງຂອງຂ້າພະເຈົ້າ ກ່ຽວກັບ ວຽກງານຮ່ວມກັນທີ່ເປັນຈຸດສຳຄັນໃນຈົດໝາຍສະບັບນີ້.”

ແຫຼ່ງຂ່າວໃນຫ້ອງການຂອງທ່ານ ການີ ໄດ້ຢືນຢັນວ່າ ປະທານາທິບໍດີ ອັຟການິສຖານ ໄດ້ຮັບຈົດໜາຍຈາກທ່ານ ບລິງເຄັນ.

ຈົດໝາຍດັ່ງກ່າວ, ເຊິ່ງວີໂອເອໄດ້ຮັບສະບັບກັອບປີ້ມາ, ໄດ້ເນັ້ນຄວາມສຳຄັນເຖິງຄວາມພະຍາ ຍາມທາງການທູດທີ່ເຄັ່ງຕຶງທີ່ໄດ້ເລີ່ມຂຶ້ນໃນ ອັຟການິສຖານ ແລະ ຄວາມຄາດຫວັງຈາກທ່ານ ການີ.

ທ່ານ ບລິງເຄັນ ໄດ້ກ່າວວ່າ ສະຫະລັດ ຈະຂໍໃຫ້ອົງການສະຫະປະຊາຊາດ “ຮຽກປະຊຸມກັບບັນດາລັດຖະມົນຕີການຕ່າງປະເທດ ແລະ ທູດພິເສດຈາກ ຣັດເຊຍ, ຈີນ, ປາກິສຖານ, ອີຣ່ານ, ອິນເດຍ ແລະ ສະຫະລັດ ເພື່ອປຶກສາຫາລື ກ່ຽວກັບ ວິທີການທີ່ເປັນນຶ່ງດຽວກັນ ເພື່ອສະໜັບສະໜູນສັນຕິ ພາບໃນ ອັຟການິສຖານ.” ອີງຕາມທ່ານລັດຖະມົນຕີການຕ່າງປະເທດນັ້ນ, ປະເທດດັ່ງ ກ່າວນີ້ ແມ່ນປະເທດທີ່ໄດ້ເຮັດວຽກຮ່ວມກັນ ສຳລັບໂອກາດທີ່ຈະປະສົບຄວາມສຳເລັດໃນການແກ້ໄຂຄວາມຂັດແຍ້ງຂອງ ອັຟການິສຖານ.

ທ່ານຍັງໄດ້ກ່າວວ່າ ສະຫະລັດ ຈະຂໍໃຫ້ ເທີກີ ຈັດກອງປະຊຸມລະດັບສູງ ກ່ຽວກັບ ຝ່າຍທີ່ມີສ່ວນກ່ຽວຂ້ອງຂອງ ອັຟການິສຖານ ແລະ ກຸ່ມຕາລີບານ ໃນບໍ່ເທົ່າໃດອາທິດຈະມານີ້ ເພື່ອ “ສະຫຼຸບຂໍ້ ຕົກລົງສັນຕິພາບ.” ແລະ ໄດ້ຮຽກຮ້ອງໃຫ້ທ່ານ ການີ ສົ່ງບັນດາຜູ້ແທນຂອງທ່ານໄປ.

ທ່ານ ບລິງເຄັນ ໄດ້ກ່າວວ່າ ສະຫະລັດ ໄດ້ກະກຽມຂໍ້ສະເໜີທີ່ຖືກທົບທວນແລ້ວສຳລັບ “ການຫຼຸດຜ່ອນຄວາມຮຸນແຮງ 90 ວັນ, ເຊິ່ງມີຈຸດປະສົງທີ່ຈະປ້ອງກັນການໂຈມຕີຫຼາຍຄັ້ງໂດຍກຸ່ມຕາລີບານ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG