ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເຄັນ ຢ້ຽມຢາມຢູເຄຣນ ໃນຂະນະທີ່ທ່ານຮຽກຮ້ອງ ໃຫ້ຣັດເຊຍຫລຸດຜ່ອນຄວາມເຄັ່ງ​ຕຶງຢູ່ຊາຍແດນ


ລັດຖະມົນຕີຕ່າງປະເທດ ທ່ານແອນໂທນີ ບລິງເຄັນ ໂບກມືໃນຂະນະທ່ີ່ທ່ານອອກເດີນທາງ ໃນວັນອັງຄານວານນີ້ ວັນທີ 18 ມັງກອນ 2022.
ລັດຖະມົນຕີຕ່າງປະເທດ ທ່ານແອນໂທນີ ບລິງເຄັນ ໂບກມືໃນຂະນະທ່ີ່ທ່ານອອກເດີນທາງ ໃນວັນອັງຄານວານນີ້ ວັນທີ 18 ມັງກອນ 2022.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເຄັນ ພວມ​ຢູ່​ທີ່ ນະ ຄອນກິຍິບ
ເພື່ອສົນທະນາຫາລື ໃນວັນພຸດມື້ນີ້ ກັບບັນດາຜູ້ນຳຢູເຄຣນ ອັນເປັນພາກສ່ວນນຶ່ງໃນ
ອັນທີີ່ທ່ານຮ້ອງວ່າ “ຄວາມພະຍາຍາມດ້ານການທູດເພື່ອຫລຸດຜ່ອນຄວາມເຄັ່ງຕຶງທີ່ພົວ
ພັນກັບການເສີມກຳລັງຂອງກອງທັບຣັດເຊຍທີ່ບໍ່ ມີ​ການ​ທ້າ​ທາຍ​ໃດໆ ຢູ່​ຕາມຊາຍແດນ
ຂອງຢູເຄຣນ.

ການຢຸດຢູ່​ແວ່​ທີ່​ນະ​ຄອນກິຍິບ ​ແມ່ນຮວມທັງການພົບປະກັບປະທານາທິບໍດີຢູເຄຣນ ທ່ານໂວໂລດີ​ເມຍ ເຊເລນສກີ (Volodymyr Zelenskiy) ແລະລັດ ຖະມົນຕີຕ່າງປະເທດ ທ່ານດີມີໂຕຣ ກູເລບາ (Dmytro Kuleba) ພ້ອມທັງຢ້ຽມຢາມບັນດາພະນັກງານຢູ່ສະຖານທູດສະຫະລັດ.

ເຈົ້າໜ້າທີ່ອະວຸໂສຄົນນຶ່ງ ຂອງກະຊວງຕ່າງປະເທດ ໄດ້ກ່າວຕໍ່ບັນດານັກຂ່າວລະຫວ່າງການຖ​ະ​ແຫຼງ​ຂ່າວ​ທາງໂທລະສັບໃນວັນອັງຄານວານນີ້ ໂດຍ​ເວົ້າ​ວ່າ “ປັດຈຸບັນນີ້ ພວກເຮົາຢູ່ຂັ້ນບ່ອນທີ່ຣັດເຊຍສາມາດເລີິ້ມ​ທຳ​ການໂຈມຕີໄດ້​ທຸກ​ເວ​ລາຕໍ່ຢູເຄຣນ” ແລະກ່າວເພີ້ມວ່າ ສະຫະລັດ​ຈະສືບຕໍ່ “​ກະ​ກຽມເພື່ອ​ໃຫ້​ເກີດຜົນທີ່ແຕກຕ່າງ” ຖ້າຫາກມົສກູຕັດສິນໃຈທີ່ຈະບໍ່​ສືບ​ຕໍ່​ດຳ​ເນີນການຮຸກຮານທາງທະ ຫານ​ຕໍ່ຢູເຄຣນຕື່ມ.

ຣັດເຊຍໄດ້ສືບຕໍ່ເສີມກຳລັງທະຫານ​ຂອງ​ຕົນ ແລະ​ໄດ້​ກ່າວທ້າທາຍ​ດ້ວຍ​ຄຳ​ເວົ້າ​ທີ່​ຮຸນ​ແຮງ​ຕໍ່ຢູເຄຣນ ​ໂດຍເຄື່ອນໄຫວກຳລັງຣັດເຊຍເຂົ້າສູ່ເບລາຣຸສໃນທ້າຍອາ ທິດທີ່​ຜ່ານ​ມາ.

ເຈົ້າໜ້າທີ່ອະວຸໂສ​ຂອງກະຊວງຕ່າງປະເທດ​ສະ​ຫະ​ລັດໄດ້ກ່າວ “ການທູດຍັງບໍ່​ທັນຕາຍ​ເທື່ອ” ​ແລະ​ກ່າວ​ຕື່ມ​ວ່າ “ທາງຝ່າຍສະຫະລັດເຊື່ອວ່າ ມີທາງດຽວທີ່ຈະແກ້ໄຂການ​ຂັດແຍ້ງນີ້ໃຫ້ເປັນຜົນສຳເລັດ ກໍຄືຜ່ານທາງການທູດ.”

ການຢ້ຽມຢາມຢູເຄຣນໃນພຸດມື້ນີ້ ເປັນບ່ອນ​ຢຸດ​ແວ່​ແຫ່ງທຳອິດ ໃນການຈັດແຈງ​ການເດີນທາງ​ຢ່າງ​ໄວ​ວາ ທີ່ຈະນຳພາທ່ານບລິງເຄັນ ໄປນະຄອນເບີລິນໃນວັນພະຫັດເພື່ອພົບປະກັບລັດຖະມົນຕີຕ່າງປະເທດເຢຍຣະມັນ ທ່ານນາງ ອັນນາລີນາ ບາຍເອີບັອກ (Annalena Baerbock) “ເພື່ອຫາ​ລື​ກ່ຽວ​ກັບການ​ພົວ​ພັນ​ທາງດ້ານການທູດ ຫວ່າງມໍ່ໆມານີ້ກັບຣັດເຊຍ ແລະໃນຄວາມພະຍາຍາມ ທີ່ຈະສະ​ກັດ​ກັ້ນການຮຸກຮານ​ຂອງຣັດເຊຍ​ຕໍ່ຢູເຄຣນ” ນັ້ນ​ຄື​ຄຳ​ເວົ້າ​ຂອງກະຊວງ​ການ ຕ່າງປະເທດຂອງ​ສະ​ຫະ​ລັດໄດ້ກ່າວ​ໄວ້.

ທ່ານບລິງເຄັນ ຫຼັງ​ຈາກນັ້ນ ກໍຈະຮຽກຮ້ອງໃຫ້ຣັດເຊຍ “ເອົາບາດກ້າວ​ໃນທັນທີ ເພື່ອຫລຸດຜ່ອນ” ຄວາມເຄັ່ງຕືງ ຢູ່ຕາມຊາຍແດນ ໃນຂະນະທີ່ທ່ານພົບປະກັບ ລັດຖະມົນຕີການ​ຕ່າງ​ປະ​ເທດຣັດເຊຍ ທ່ານເຊີເກ ລາວຣອຟ ຢູ່ນະຄອນເຈນີວາ ໃນວັນສຸກຈະມາເຖິງນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG