ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອ ສຳພາດ ທ່ານບລິງເກັນ ຊຶ່ງທ່ານ ກ່າວເຕືອນ ຣັດເຊຍເຖິງການກະທຳ ທີ່ເປັນການບຸກລຸກ


ຂະບວນລົດຮຸ້ມເກາະຂອງຣັດເຊຍ ກຳລັງແລ່ນໄປຕາມທາງຫຼວງ ໃນຄຣາຍເມຍ, ວັນທີ 18 ມັງກອນ 2022.
ຂະບວນລົດຮຸ້ມເກາະຂອງຣັດເຊຍ ກຳລັງແລ່ນໄປຕາມທາງຫຼວງ ໃນຄຣາຍເມຍ, ວັນທີ 18 ມັງກອນ 2022.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ແອນໂທນີ ບລິງເກັນ ແມ່ນຢູ່ໃນນະຄອນຫຼວງເບີລິນ ເພື່ອປຶກສາຫາລືກັບບັນດາພັນທະມິດທີ່ສຳຄັນ ໃນວັນພະຫັດມື້ນີ້ ກ່ຽວກັບສະຖານະການຢູ່ເລາະຕາມຊາຍແດນລະຫວ່າງຣັດເຊຍແລະຢູເຄຣນ ໃນຂະນະທີ່ທ່ານກຽມພ້ອມສຳລັບການເຈລະຈາກັບລັດຖະມົນຕີການຕ່າງປະເທດຂອງຣັດເຊຍ ທ່ານເຊີເກ ລາວຣອຟ (Sergey Lavrov).

ທ່ານບລິງເກັນ ພົບປະກັບລັດຖະມົນຕີການຕ່າງປະເທດເຢຍຣະມັນ ອານາລີນາ ແບຣບັອກ (Annalena Baerbock) ລັດຖະມົນຕີການຕ່າງປະເທດຝຣັ່ງ ຊັງ ອີເວັສ ເລີ ດຣຽນ (Jean-Yves Le Drian) ແລະລັດຖະມົນຕີ​ຮັບ​ຜິດ​ຊອບ ກ່ຽວ​ກັບ​ພາກຕາເວັນອອກກາງແລະອາຟຣິກາເໜືອ ເຈມສ໌ ແຄລເວີລີ (James Cleverly) ກ່ອນໜ້າທີ່ຈະກ່າວຖະແຫລງກ່ຽວກັບວິກິດການໃນຢູເຄຣນ.

ປະທານາທິບໍດີສະຫະລັດ ໂຈ ໄບເດັນ ໄດ້ກ່າວໃນກອງປະຊຸມຖະແຫລງຂ່າວ ເມື່ອວັນພຸດວານນີ້ ວ່າ ທ່ານຄຶດວ່າ ຣັດເຊຍຈະບຸກລຸກຢູເຄຣນ ແລະໄດ້ກ່າວ ຢ້ຳເຕືອນຕໍ່ທ່ານວລາດີເມຍ ປູຕິນ ຜູ້ນຳຂອງຣັດເຊຍ ວ່າ ການກະທຳເຊັ່ນນັ້ນ ຄວນຈະພົບກັບຜົນທີ່ຕິດຕາມມາ ເຊັ່ນມາດຕະການລົງໂທດດ້ານເສດຖະກິດຕ່າງໆ.

ຣັດເຊຍ ໄດ້ປະຕິເສດວ່າ ຕົນບໍ່ມີເຈດຕະນາຈະບຸກລຸກຢູເຄຣນ ແລະພວມສະ ແຫວງຫາການຄ້ຳປະກັນຕໍ່ຄວາມປອດໄພ ເຊັ່ນວ່າ ບໍ່ໃຫ້ຢູເຄຣນເຂົ້າຮ່ວມອົງ ການສົນທິສັນຍາແອນແລນຕິກເໜືອ ຫຼື ເນໂຕ້ (NATO) ນັ້ນ.

ທ່ານບລິງເກັນ ແມ່ນມີກຳນົດທີ່ຈະສົນທະນາກ່ຽວກັບສະຖານະການດັ່ງກ່າວ ກັບທ່ານລາວຣອຟ ທີ່ນະຄອນເຈນີວາ ໃນວັນສຸກມື້ອື່ນນີ້ ອັນເປັນການຢຸດແວ່ແຫ່ງທີ່ສາມໃນການເດີນທາງທີ່ໄດ້ຖືກຈັດແຈງຢ່າງວ່ອງໄວ ຊຶ່ງໃນລະຫວ່າງນັ້ນ ທ່ານໄດ້ສະແດງອອກຄວາມປະສົງຢ່າງເຂັ້ມແຂງຂອງສະຫະລັດ ໃນການຫາທາງແກ້ໄຂທາງການທູດ ເພື່ອຍຸຕິບັນຫາຂັດແຍ້ງ.

ທ່ານບລິງເກັນໄດ້ກ່າວຖະແຫລງເຖິງຂໍ້ຄວາມອັນນັ້ນ ໃນວັນພຸດວານນີ້ຢູ່ທີ່ນະ ຄອນຫຼວງກີຢິບ (Kyiv) ໂດຍກ່າວຕໍ່ວີໂອເອ ວ່າ ສະຫະລັດ ແລະບັນດາພັນທະມິດຂອງຕົນ ຈະຕອບໂຕ້ “ຢ່າງໜັກແໜ້ນແລະເດັດດ່ຽວ” ໃນການຮຸກຮານທາງທະຫານຂອງຣັດເຊຍ ຕໍ່ຢູເຄຣນຕື່ມອີກ ແຕ່ທ່ານຫວັງວ່າ ມົສກູ ຈະສະແຫວງຫາເສັ້ນທາງການທູດ.

“ພວກເຮົາໄດ້ສະເໜີທາງເລືອກທີ່ຈະແຈ້ງແກ່ຣັດເຊຍ ທາງເລືອກລະຫວ່າງ ການສະແຫວງຫາການເຈລະຈາ ແລະດ້ານການທູດ ແຕ່ໃນອີກດ້ານນຶ່ງ, ຫຼືການປະເຊີນໜ້າກັນແລະຜົນສະທ້ອນທີ່ຕິດຕາມມາໃນອີກດ້ານນຶ່ງ” ທ່ານບລິງເກັນ ໄດ້ກ່າວໄປໃນລະຫວ່າງໃຫ້ສຳພາດກັບຫົວໜ້າພະແນກ ວີໂອເອເຂດຢູໂຣບຕາເວັນອອກ ທ່ານນາງ ມີໂຣສລາວາ ກອນກາດຊາ (Myroslava Gongadze).

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG