ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ມັງກອນ ໒໐໒໕

ທ່ານ ບລິງເກັນ ຢ້ຽມຢາມຍີ່ປຸ່ນ ຂະນະທີ່ມີການຕັດສິນໃຈຊັ່ງຊາເບິ່ງ ການຊື້ໂຮງງານເຫຼັກສະຫະລັດ ໂດຍບໍລິສັດ ເຫຼັກຂອງຍີ່ປຸ່ນ


ແຟ້ມພາບ - ໂຮງງານເຫຼັກ ສະຫະລັດ Mon Valley Works Clairton Plant ໃນເມືອງ ແຄຣຕັນ ລັດເພັນຊີລເວເນຍ ແມ່ນສະແດງໃຫ້ເຫັນ ເມື່ອວັນທີ 26 ກຸມພາ 2024. (AP Photo/Gene J. Puskar, File)
ແຟ້ມພາບ - ໂຮງງານເຫຼັກ ສະຫະລັດ Mon Valley Works Clairton Plant ໃນເມືອງ ແຄຣຕັນ ລັດເພັນຊີລເວເນຍ ແມ່ນສະແດງໃຫ້ເຫັນ ເມື່ອວັນທີ 26 ກຸມພາ 2024. (AP Photo/Gene J. Puskar, File)

ການຕັດສິນໃຈຂອງປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ທີ່ຈະກີດກັນ ການຊື້ໂຮງງານເຫຼັກຂອງສະຫະລັດ ໂດຍບໍລິສັດເຫຼັກ ນິບປອນ ໃນມູນຄ່າ 14.9 ຕື້ໂດລາ ໄດ້ເປັນເງົາບົດບັງ ການໄປຢ້ຽມຢາມຍີ່ປຸ່ນຂອງ ທ່ານແອນໂຕນີ ບລິງເກັນ ລັດຖະມົນຕີການຕ່າງປະເທດສະຫະລັດ ໃນວັນອັງຄານມື້ນີ້ ເພື່ອກອງປະຊຸມການສັ່ງລາ ກັບພັນທະມິດທີ່ສຳຄັນທີ່ສຸດໃນເອເຊຍຂອງວໍຊິງຕັນ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ການປະຕິເສດໃນການຊື້ນັ້ນ ໄດ້ຖືກປະກາດອອກມາໃນວັນສຸກຜ່ານມານີ້ ທີ່ໄດ້ສັ່ນສະເທືອນຄວາມພະຍາຍາມຂອງສະຫະລັດທີ່ຈະເສີມຂະຫຍາຍສາຍສຳພັນກັບບັນດາປະເທດພັນທະມິດຂອງເອເຊຍ ໃນຂະນະທີ່ ມີວິກິດການທາງດ້ານການເມືອງຂອງເກົາຫຼີໃຕ້ ທີ່ເປັນໄປໄດ້ສູງຈະເຮັດໃຫ້ການຟື້ນຟູຄວາມສຳພັນລະຫວ່າງວໍຊິງຕັນ ກັບໂຊລ ແລະຍີ່ປຸ່ນນັ້ນ ຫຍຸ້ງຍາກສັບສົນ. ກຸ່ມພັນທະມິດສາມຝ່າຍ ເປັນຂົວທີ່ສຳຄັນໃນຄວາມພະຍາຍາມຂອງບັນດາປະເທດດັ່ງກ່າວເພື່ອຕ້ານຢັນການເສີມສ້າງກອງທັບຂອງຈີນ.

ການລົງທຶນເຂົ້າໃນສະຫະລັດ ອາດຍັງຄົງຖືກໂຈະໄວ້ ແຕ່ບັນດານັກວິເຄາະ ກ່າວວ່າ ຄວາມເສຍຫາຍໃດໆຕໍ່ຄວາມສຳພັນທີ່ກວ້າງອອກໄປ ລະຫວ່າງສະຫະລັດແລະຍີ່ປຸ່ນ ໜ້າຈະຈຳກັດ ເນື່ອງຈາກມີຄວາມກັງວົນດ້ານຄວາມໝັ້ນຄົງຮ່ວມກັນ ກ່ຽວກັບຈີນ.

ໃນວັນຈັນວານນີ້ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຊີເກຣຸ ອີຊິບະ ໄດ້ອະທິບາຍເຖິງການຕັດສິນໃຈຂອງທ່ານໄບດັ່ນ ທີ່ຈະກີດກັນການຂາຍໂຮງງານເຫຼັກຂອງສະຫະລັດ ໃຫ້ແກ່ບໍລິສັດເຫຼັກນິບປອນ (Nippon Steel) ຄືວ່າ “ສັບສົນ.”

ໂດຍມີທ່ານ ເຈັກ ຊູລິວັນ ທີ່ປຶກສາດານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ເດີນທາງໄປກັບທ່ານບລິງເກັນນັ້ນ ທ່ານບລິງເກັນ ໄດ້ພົບປະກັບລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ທ່ານ ທາເກະຊິ ອີວາຢະ ໃນນະຄອນຫຼວງງໂຕກຽວ ແລະຈະຈັດການເຈລະຈາຕາມທີຫຼັງໃນມື້ດຽວກັນ ກັບ ທ່ານອີຊິບະ ແລະເຈົ້າໜ້າທີ່ອາວຸໂສຄົນອື່ນໆຂອງຍີ່ປຸ່ນ.

ການເດີນທາງຫຼາຍຖ້ຽວໄປຍັງຍີ່ປຸ່ນຕະຫຼອດໄລຍະສີ່ປີທີ່ຜ່ານມາ “ເປັນຫລັກຖານ, ບໍ່ພຽງແຕ່ເປັນຄວາມສຳຄັນເທົ່ານັ້ນ ແຕ່ເປັນສູນກາງຂອງສະຫະລັດ ທີ່ຕິດແທດກັບກາຮ່ວມມືຂອງພວກເຮົາ. ປະທານາທິບໍດີ ໄບເດັນ ໄດ້ຂໍໃຫ້ຂ້ອຍມາໃນການເດີນທາງຄັ້ງສຸດທ້າຍນີ້ ເພື່ອເໜັ້ນໜັກເຖິງອັນນັ້ນ” ທ່ານບລິງເກັນ ໄດ້ບອກທ່ານອີວາຢາ.

ທ່ານກ່າວຕື່ມວ່າ “ພວກເຮົາມີ ລະຫວ່າງສອງປະເທດຂອງພວກເຮົາ, ການຮ່ວມມືທີ່ໄດ້ເລີ້ມຂຶ້ນໂດຍເພັ່ງເລັງໃສບັນຫາຕ່າງໆສອງຝ່າຍ ທີ່ເຮັດວຽກກ່ຽວກັບບັນຫາໃນພາກພື້ນ ແລະອັນນັ້ນ ບັດນີ້ ເປັນບັນຫາໂລກຢ່າງແທ້ຈິງ.”

ກ່ອນການເດີນທາງຂອງທ່ານ ກະຊວງການຕ່າງປະເທດ ໄດ້ກ່າວວ່າ ທ່ານບລິງເກັນ ຕ້ອງການເພື່ອສ້າງທ່າແຮງຂອງການຮ່ວມໄມ້ຮ່ວມມືສາມຝ່າຍລະຫວ່າງ ສະຫະລັດ ຍີ່ປຸ່ນ ແລະ ເກົາຫຼີໃຕ້.

U.S. President Joe Biden's decision to block Nippon Steel's $14.9 billion bid for U.S. Steel cast a shadow over Secretary of State Antony Blinken's visit to Japan on Tuesday for farewell meetings with Washington's most important ally in Asia.

The rejection, announced on Friday, has jolted U.S. efforts to boost ties with Asian allies just as South Korea's political crisis potentially complicates a revived relationship between Washington, Seoul and Tokyo. The trilateral alliance is a key plank in the countries' efforts to counter China's military buildup.

Investment into the U.S. could also be chilled, but analysts say any damage to the wider U.S.-Japan relationship will likely be limited given shared security concerns about China.

On Monday, Japanese Prime Minister Shigeru Ishiba described Biden's decision to block the sale of U.S. Steel to Nippon Steel as "perplexing."

Accompanied by White House National Security Adviser Jake Sullivan, Blinken met Japan's Foreign Minister Takeshi Iwaya in Tokyo and will hold talks later in the day with Ishiba and other senior Japanese officials

Numerous trips to Japan over the last four years "is evidence, not just of the importance, but of the centrality the United States attaches to our partnership. President Biden asked me to come on this last trip to underscore that," Blinken told Iwaya.

"We have, between our two countries, a partnership that started out focusing on bilateral issues, that worked on regional issues and that now is genuinely global," he added.

Ahead of his trip, the State Department said that Blinken wanted to build on the momentum of U.S.-Japan-South Korea trilateral cooperation.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG