ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເກັນ ຢ້ຽມຢາມ ສະຫະລັດ ອາຣັບ ເອເມີເຣັສ, ຊາອູດີ ອາຣາເບຍ ທ່າມກາງການກົດດັນ ເພື່ອສະກັດກັ້ນການຂະຫຍາຍອອກຂອງສົງຄາມ ອິສຣາແອລ-ກຸ່ມຮາມາສ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ສະແດງທ່າທີ່ ໃນຂະນະທີ່ທ່ານ ເດີນທາງຮອດອາບູຸ ດາບີ ໃນລະຫວ່າງການເດີນທາງໄລຍະນຶ່ງອາທິດ ທີ່ມີຈຸດປະສົງເພື່ອ ຜ່ອນຄາຍຄວາມເຄັ່ງຕຶງ ໃນທົ່ວຕາເວັນອອກກາງ, ຢູ່ທີ່ ສະຫະລັດ ອາຣັບ ເອເມີເຣັສ,​ ວັນທີ 7 ມັງກອນ 2024.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ສະແດງທ່າທີ່ ໃນຂະນະທີ່ທ່ານ ເດີນທາງຮອດອາບູຸ ດາບີ ໃນລະຫວ່າງການເດີນທາງໄລຍະນຶ່ງອາທິດ ທີ່ມີຈຸດປະສົງເພື່ອ ຜ່ອນຄາຍຄວາມເຄັ່ງຕຶງ ໃນທົ່ວຕາເວັນອອກກາງ, ຢູ່ທີ່ ສະຫະລັດ ອາຣັບ ເອເມີເຣັສ,​ ວັນທີ 7 ມັງກອນ 2024.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ພົບປະກັບເຈົ້າໜ້າທີ່ຂອງສະຫະລັດອາຣັບ ເອເມີເຣັສ ແລະ ຊາອຸດີອາຣາເບຍ ໃນວັນຈັນມື້ນີ້, ຈາກນັ້ນ ເດີນທາງໄປ ອິສຣາແອລ, ໃນຂະນະທີ່ທ່ານ ຊຸກຍູ້ໃຫ້ມີການຊ່ວຍເຫຼືອດ້ານມະນຸດສະທຳ ໃຫ້ເຂດກາຊາ ຫຼາຍຂຶ້ນ, ການປົກປ້ອງພົນລະເຮືອນ ແລະເພື່ອຮັບປະກັນວ່າ ຂໍ້ຂັດແຍ່ງດັ່ງກ່າວ ຈະບໍ່ແຜ່ລາມໄປສູ່ເຂດອື່ນໆຂອງພາກພື້ນ.

ການຢຸດແວ່ ໃນ ອາບູ ດາບີ (Abu Dhabi) ຂອງທ່ານບລິງເກັນ ລວມມີການພົບປະກັບປະທານາທິບໍດີຂອງສະຫະລັດ ອາຣັບ ເອເມີເຣັສ ທ່ານ ຊິກ ໂມ​ຮຳ​ເໝັດ ບິນ ຊາ​ເຢັດ ອາລ ນາຢານ (Sheikh Mohammed bin Zayed Al Nahyan), ໃນຂະນະທີ່ຢູ່ໃນ ຊາອູດີ ອາຣາເບຍ (Saudi Arabia) ທ່ານມີກຳນົດການເຈລະຈາກັບອົງມົງກຸດຣາຊະກຸມມານ ໂມຮຳເມັດ ບິນ ຊາລມານ (Mohammed bin Salman).

ໃນການພົບປະໃນວັນອາທິດ​ວານນີ້ ກັບກະສັດ ອັບດູລາ ທີສອງ ຂອງຈໍແດນ (Abdullah II) ແລະກະສັດ ຊິກ໌ຕາມິມ ບີນ ຮາມາດ ອາລ-ທານີ ຂອງກາຕາ (Sheikh Tamim bin Hamad Al Thani), ນັກການທູດລະດັບສູງຂອງສະຫະລັດ ໄດ້ກ່າວເຖິງຄວາມຈຳເປັນ ທີ່ອິສຣາແອລ ຕ້ອງໄດ້​ຫຼຸດ​ຜ່ອນການບາດເຈັບ ແລະເສຍຊີວິດຂອງພົນລະເຮືອນໃນລະຫວ່າງສົງຄາມ ອິສຣາແອລ ແລະກຸ່ມຮາມາສ ຢູ່ໃນເຂດ ກາຊາ ແລະເພີ່ມຈໍານວນການຊ່ວຍເຫຼືອດ້ານມະນຸດສະທໍາທີ່ເຂົ້າເຖິງຜູ້ອຶດຫິວ ຊາວ​ປາ​ແລັດ​ສະ​ໄຕ​ນ໌​ໃນ​ເຂດ​ກາຊາ ໃຫ້ຫຼາຍຂຶ້ນ.

​ແຕ່​ສະຫະລັດ ​ຍັງ​ສືບ​ຕໍ່​ສະໜັບສະໜູນ​ອິ​ສະຣາ​ແອລ ​ໃນ​ການ​ປະຕິ​ເສດ​ຕໍ່ຄຳ​ຮຽກຮ້ອງ​ຂອງ​ຊາວ​ອາຣັບ ​ໃນ​ການ​ຢຸດ​ຍິງ​ເພື່ອ​ຢຸດຕິ​ການ​ປະ​ທະ​ກັນ​ໃນ​ສົງຄາມ 3 ​ເດືອນ ຢ່າງຕໍ່ເນື່ອງ. ອິສຣາແອລໄດ້ປະຕິຍານວ່າຈະສືບຕໍ່ເຮັດສົງຄາມຕໍ່ໄປ ຈົນກ່ວາຈະເຊື່ອໝັ້ນວ່າ ໄພຂົ່ມຂູ່ຈາກການໂຈມຕີຂອງກຸ່ມມຮາມາສ ໃນອະນາ ຄົດໄດ້ສິ້ນສຸດລົງ ແລະກຸ່ມຫົວຮຸນແຮງດັ່ງກ່າວ ບໍ່ໄດ້ຄວບຄຸມ ເຂດກາຊາ ເຊິ່ງເປັນດິນແດນແຄບໆ ລຽບຕາມ ທະເລເມດິເຕີເຣນຽນ ອີກຕໍ່ໄປ.

ຣາຊາສຳນັກຂອງ​ຈໍ​ແດນ​ກ່າວ​ວ່າ ກະສັດ ອັບດູລາ (Abdullah) "ໄດ້​ເຕືອນ​ເຖິງ​ຜົນ​ກະທົບ​ທີ່​ຮ້າຍ​ແຮງ" ຂອງ​ສົງຄາມ​ອິສຣາ​ແອ​ລກັບກຸ່ມຮາມາສ ​ຢູ່ໃນ​ເຂດ​ກາຊາ​ ​ໃນ​ຂະນະ​ທີ່​ຮຽກຮ້ອງ​ໃຫ້​ສະຫະລັດ​ ກົດ​ດັນ​ໃຫ້ມີການ​ຢຸດ​ຍິງ​ໃນທັນທີ. ເຈົ້າ​ໜ້າ​ທີ່​ອິສຣາ​ແອ​ລ ​ແລະ​ສະຫະລັດ ກ່າວ​ວ່າ ພວກ​ເຂົາ​ເຊື່ອ​ວ່າ ການ​ຢຸດ​ຍິງຈະເຮັດໃຫ້​ກຸ່ມຮາມາສ ສາມາດຮວມ​ກຸ່ມ​ເພື່ອ​ຕໍ່ສູ້​ກັບ​ກອງກຳລັງ​ອິສຣາ​ແອ​ລ ໄດ້ອີກຄັ້ງ.

ໃນຂະນະທີ່ຢູ່ໃນນະ​ຄອນ​ຫຼວງອຳມານ (Amman), ທ່ານບລິງເກັນ ຍັງໄດ້ໄປຢ້ຽມຢາມສາງ ຂອງໂຄງການອາຫານໂລກ ເຊິ່ງເປັນບ່ອນທີ່ລົດບັນທຸກໄດ້ຂົນ

ເອົາເຄື່ອງຊ່ວຍເຫຼືອ ໄປໃຫ້ຊາວປາແລັສໄຕນ໌ ທີ່ອຶດຫິວໃນ ເຂດກາຊາ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG