ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເກັນກ່າວວ່າ ສະຫະລັດ ພະຍາຍາມຊອກຫາ​ທາງ ເພື່ອຢູ່ຮ່ວມກັນໂດຍສັນຕິ ກັບຈີນ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວປາໄສ ຢູ່ທີ່ສະພາພົວພັນການຕ່າງປະເທດໃນລັດນິວຢອກ, ວັນທີ 28 ມິຖຸນາ 2023.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວປາໄສ ຢູ່ທີ່ສະພາພົວພັນການຕ່າງປະເທດໃນລັດນິວຢອກ, ວັນທີ 28 ມິຖຸນາ 2023.

ສະຫະລັດ ຕ້ອງຊອກຫາຫົນທາງເພື່ອ “ຢູ່ຮ່ວມກັນໂດຍສັນຕິ” ກັບຈີນ ທ່າມ ກາງການແຂ່ງຂັນທີ່ຮຸນແຮງຂຶ້ນ, ອີງຕາມລັດຖະມົນຕີການຕ່າງປະເທດສະຫະ ລັດ ທ່ານແອນໂທນີ ບລິງເກັນ ທີ່ໄດ້ກ່າວໃນວັນພຸດວານນີ້, ໂດຍ​ໃຫ້​ຂໍ້​ສັງ​ເກດວ່າ ວໍຊິງຕັນ ຈະບໍ “ແຍກ” ເສດຖະກິດຂອງຕົນອອກຈາກປັກກິ່ງ, ແລະການຄ້າທະວີພາຄີເມື່ອປີກາຍນີ້ ກໍສູງຂຶ້ນເປັນປະຫວັດການ.

ທ່ານບລິງເກັນ ບອກກັບຜູ້ເຂົ້າຮ່ວມຟັງຊາວນິວຢອກ ໃນລະຫວ່າງງານລ້ຽງ ທີ່ຈັດໂດຍສະພາພົວພັນການຕ່າງປະເທດ ຫຼື CFR ວ່າ “ຈີນຈະບໍ່ຈາກໄປທາງ ໃດ. ພວກເຮົກໍຈະບໍ່ຈາກໄປທາງໃດ, ພວກເຮົາຈໍາເປັນຕ້ອງຫາວິທີທາງທີ່ຈະຢູ່ຮ່ວມກັນ ແລະຢູ່ນໍາກັນດ້ວຍຄວາມສະຫງົບສຸກ.”

ຫຼາຍມື້ລຸນຫຼັງ ທ່ານບລິງເກັນ ສະຫຼຸບການປະຊຸມຂອງທ່ານ ກັບບັນດາເຈົ້າ ໜ້າທີ່ຂັ້ນສູງຂອງຈີນ ໃນນະຄອນຫຼວງປັກກິ່ງ, ທ່ານກ່າວວ່າ ຄວາມສໍາພັນຂອງສະຫະລັດ ແລະ ຈີນ ເປັນ “ການແຂ່ງຂັນທີ່ຍາວນານ” ໂດຍປາສະຈາກ “ເສັ້ນໄຊທີ່ຈະແຈ້ງ.”

ໃນຂະນະທີ່ສະຫະລັດ ກໍາລັງພິຈາລະນາມາດຕະການທີ່ຈະຈໍາກັດກ່ຽວກັບການ ລັ່ງໄຫຼຂອງເງິນ ແລະເທັກໂນໂລຈີ ຂອງສະຫະລັດ ໄປ ຈີນ ເນື່ອງຈາກຄວາມກັງວົນທາງດ້ານຄວາມໝັ້ນຄົງແຫ່ງຊາດນັ້ນ, ນັກການທູດຂັ້ນສູງຂອງສະຫະລັດກ່າວວ່າ “ພວກເຮົາຕ້ອງການໃຫ້ໝັ້ນໃຈວ່າ ນັ້ນຢູ່ໃນການແຂ່ງຂັນ, ພວກເຮົາຢູ່ໃນສະຖານະທີ່ເຂັ້ມແຂງ ແລະ ສາມາດຄວບ​ຄຸມ​ໃນ​ສິ່ງ​ທີ່ຈະເກີດຂຶ້ນຕໍ່ໄປ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG