ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເກັນ ຮຽກຮ້ອງໃຫ້ເອທີໂອເປຍ ປະຕິບັດຕາມ ຄໍາໝັ້ນສັນຍາ ໃນ​ການ​ສ້າງສັນຕິພາບ ແລະມີຄວາມຮັບຜິດຊອບ


Blinken Praises Ethiopia for Tigray Peace
please wait

No media source currently available

0:00 0:03:23 0:00

ທ່ານ ບລິງເກັນ ຍົກລະດັບຄຸນນະພາບຂອງເອທີໂອເປຍ ເພື່ອສັນຕິພາບຢູ່ໃນ ທິເກຣ.

ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ພົບປະກັບນາຍົກລັດຖະມົນຕີຂອງເອທີໂອເປຍ ທ່ານອາບີ ອາເມັດ (Abiy Ahmed) ພ້ອມດ້ວຍເຈົ້າໜ້າທີ່ລັດຖະບານຄົນອື່ນໆ ແລະບັນດາຜູ້ນໍາ​ສັງຄົມພົນລະເຮືອນອື່ນໆ ຢູ່ນະຄອນຫຼວງອາດີສອາບາບາ ຂອງປະເທດເອທີໂອເປຍ ໃນລະຫວ່າງການຢຸດ​ແວ່​ບ່ອນທໍາອິດສໍາລັບການເດີນທາງໄປຢ້ຽມຢາມທະວີບແຫ່ງນີ້ຂອງທ່ານ.

ຢູ່ທີ່ການຖະແຫຼງຂ່າວທີ່ຈັດຂຶ້ນໃນມະຫາວິທະຍາໄລອາດີສອາບາບາ ຂອງມື້ວັນພຸດວານນີ້, ທ່ານບລິງເກັນ ໄດ້ເນັ້ນໜັກຄວາມສໍາຄັນ ໃສ່ດ້ານປະຊາທິປະໄຕ ແລະດ້ານສິດທິມະນຸດຢູ່ໃນປະເທດເອທີໂອເປຍ, ໂດຍທ່ານກ່າວວ່າ ສະຫະລັດໄດ້ໃຫ້ຄວາມໝັ້ນໝາຍ ທີ່ຈະສະໜັບສະໜຸນປະຊາທິປະໄຕ ແລະການ​ປົກ​ຄອງ​ດ້ວຍ​ຕົວ​ບົດກົດໝາຍຢູ່ໃນປະເທດເອທີໂອເປຍ.

ທ່ານບລິງເກັນ ຍັງໄດ້ໃຊ້ເວລາໄລຍະນຶ່ງ ເພື່ອກ່າວເຖິງຜົນສະທ້ອນຕໍ່ຊີວິດທີ່ສູນເສຍ ແລະຄວາມເຈັບປວດທີ່ປະຊາຊົນຫຼາຍໆຄົນຕ້ອງອົດທົນຢູ່ໃນສົງຄາມ ທີ່ແກ່ຍາວມາເປັນເວລາດົນນານຮອດສອງປີ ແລະສິ້ນສຸດລົງດ້ວຍການຢຸດຍິງໃນເດືອນພະຈິກທີ່ຜ່ານມາ.

ແຜນທີ່ ທີ່ສະແດງໃຫ້ເຫັນພູມິພາກທິເກຣ ຂອງປະເທດເອທີໂອເປຍ.
ແຜນທີ່ ທີ່ສະແດງໃຫ້ເຫັນພູມິພາກທິເກຣ ຂອງປະເທດເອທີໂອເປຍ.

ທ່ານບລິງເກັນກ່າວວ່າ “ຄວາມຂັດແຍ້ງດັ່ງກ່າວນັ້ນ ຮ້າຍແຮງທີ່ສຸດ, ເຊິ່ງປະຊາຊົນຫຼາຍພັນຄົນໄດ້ຖືກສັງຫານ, ມີການລະເມີດທາງເພດຕໍ່ແມ່ຍິງ ທີ່ແຜ່ລາມໄປຢ່າງກວ້າງຂວາງ. ປະຊາຊົນຫຼາຍລ້ານຄົນ ຖືກບັງຄັບໃຫ້ຕ້ອງພັດພາກຈາກເຮືອນຊານຂອງພວກເຂົາເຈົ້າ, ສົ່ງຜົນເຮັດໃຫ້ຫຼາຍໆຊີວິດ ຈໍາເປັນຕ້ອງ ການອາຫານ ແລະບ່ອນພັກພິງ, ຢາປົວພະຍາດ, ໂຮງໝໍ, ໂຮງຮຽນ ແລະທຸລະກິດຕ່າງໆໄດ້ຖືກຍິງຖະຫຼົ່ມ ແລະຖືກທໍາລາຍ.”

ທ່ານບລິງເກັນ ກ່າວຍ້ອງຍໍຄວາມພະຍາຍາມເພື່ອ​ຫາ​ທາງ​ສ້າງສັນຕິພາບ ຢູ່ໃນປະເທດແຫ່ງນີ້ ​ເຊິ່ງ​ໄດ້​ຮັບ​ການຊ່ວຍ​ໄກ່​ເກ່ຍໃນການເຈລະຈາ ຈາກສະຫະພາບອາຟຣິກາ ແລະໄດ້ຮັບການສະໜັບສະໜຸນໂດຍສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG