ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ. ບລິງເກັນ ຮຽກຮ້ອງໃຫ້ ທະວີບອາເມຣິກາກາງ ຊ່ວຍສະກັດກັ້ນພວກຍົກຍ້າຍ ຖິ່ນຖານໄປ ສຫລ


ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ທ່ານ ແອນໂທນີ ບລິງເກັນ ແລະ ປະທານາທິບໍດີຄັອສຕາຣິກາ, ທ່ານ ຄາໂລສ ອາລວາຣາໂດ ເອົາແຂນສອກຕໍາກັນ ຢູ່ທີ່ກອງປະຊຸມຖະແຫລງຂ່າວໃນນະຄອນ San Jose ຂອງຄັອສຕາຣິກາ ໃນວັນທີ 1 ມິຖຸນາ, 2021
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ທ່ານ ແອນໂທນີ ບລິງເກັນ ແລະ ປະທານາທິບໍດີຄັອສຕາຣິກາ, ທ່ານ ຄາໂລສ ອາລວາຣາໂດ ເອົາແຂນສອກຕໍາກັນ ຢູ່ທີ່ກອງປະຊຸມຖະແຫລງຂ່າວໃນນະຄອນ San Jose ຂອງຄັອສຕາຣິກາ ໃນວັນທີ 1 ມິຖຸນາ, 2021

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ທ່ານ ແອນໂທນີ ບລິງເກັນໄດ້ຮຽກຮ້ອງໃຫ້ລັດຖະບານຂອງປະເທດໃນເຂດທະວີບອາເມຣິກາກາງຕ້ອງດໍາເນີນງານຫຼາຍຂຶ້ນກວ່າເກົ່າ ເພື່ອຊ່ວຍໃນການສະກັດກັ້ນການເຂົ້າເມືອງຜິດກົດໝາຍ ແລະສະແດງຄວາມເປັນຫ່ວງ ກ່ຽວກັບຄວາມເຂັ້ມແຂງຂອງປະຊາທິປະ ໄຕໃນທ້ອງຖິ່ນ ແລະສິດທິມະນຸດ ໃນລະຫວ່າງການຢ້ຽມຢາມຂົງເຂດດັ່ງກ່າວ ໃນວັນອັງຄານວານນີ້, ອີງຕາມອົງການຂ່າວຣອຍເຕີ້ສ (Reuters).

ໃນການໃຫ້ຄຳເຫັນຢູ່ທີ່ການປະຊຸມຖະແຫລງຂ່າວຮ່ວມກັບປະທານາທິບໍດີຄັອສຕາຣິກາ, ທ່ານ ຄາໂລສ ອາລວາຣາໂດ (Carlos Alvarado) ນັ້ນ, ທ່ານ ບລິງເກັນກ່າວວ່າ ສະຫະລັດຢາກໄດ້ຍິນຈາກບັນດາຄູ່ພາຄີໃນຂົງເຂດກ່ຽວກັບຄວາມໝາຍໝັ້ນຮ່ວມກັນຂອງພວກເຂົາເຈົ້າ ໃນການຈັດການກັບຄວາມກົດດັນດ້ານການຍົກຍ້າຍຖິ່ນຖານ.

ທ່ານບລິງເກັນກ່າວຕໍ່ບັນດານັກຂ່າວວ່າ "ການປົກຄອງທີ່ດີແມ່ນສິ່ງສຳຄັນທີ່ສຸດສຳລັບການປະເຊີນໜ້າກັບສິ່ງທ້າທາຍຕ່າງໆ ແລະໃນການສວຍເອົາໂອກາດໃນເວລານີ້, ແລະພວກເຮົາຍັງພົບກັນຢູ່ໃນເວລານີ້ ຕອນທີ່ປະຊາທິປະໄຕແລະສິດ ທິມະນຸດກຳລັງຖືກບ່ອນທຳລາຍ ໃນຫຼາຍພາກຂອງຂົງເຂດນີ້."

ທ່ານບລິງເກັນ ໄດ້ກ່າວເຖິງການເສື່ອມໂຊມ ຂອງຄວາມເປັນອິດສະຫລະດ້ານຕຸລາການ, ການປາບປາມສື່ມວນຊົນອິດສະຫລະ ແລະອົງການບໍ່ຂຶ້ນກັບລັດຖະ ບານຫລື NGO ທັງຫລາຍ, ພ້ອມທັງການສະກັດກັ້ນຄວາມພະຍາຍາມໃນການຕ້ານການສໍ້ລາດບັງຫຼວງເພື່ອສະແດງໃຫ້ເຫັນເຖິງຈຸດຢືນຂອງທ່ານ, ໂດຍໃຫ້ຂໍ້ສັງເກດວ່າ ສະຫະລັດເອງກໍໄດ້ປະສົບກັບຄວາມເສື່ອມຖອຍຂອງຕົນເອງເຊັ່ນກັນ.

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນໄດ້ຮັບຄວາມກົດດັນໃນການເຮັດໃຫ້ການເພີ່ມຂຶ້ນຢ່າງຫຼວງຫຼາຍຂອງການເຂົ້າເມືອງທີ່ບໍ່ມີເອກສານຢູ່ຊາຍແດນສະຫະລັດກັບເມັກຊິໂກນັ້ນ ໃຫ້ຫຼຸດລົງນັບຕັ້ງແຕ່ທ່ານເຂົ້າຮັບຕຳແໜ່ງໃນເດືອນ ມັງກອນເປັນຕົ້ນມາ.

ທ່ານ ບລິງເກັນ, ຜູ້ທີ່ເດີນທາງໄປຄັອສຕາຣິກາເພື່ອເຈລະຈາກັບຜູ້ນຳຈາກຂົງ ເຂດອາເມຣິກາກາງ ແລະເມັກຊິໂກກ່າວວ່າ, ການຮ່ວມມືໃນພາກພື້ນເພື່ອແກ້ໄຂບັນຫາປັດຈຸບັນ ແມ່ນມີຄວາມສຳຄັນຫຼາຍກວ່າເກົ່າທີ່ສຸດ.

ພວກຄົນເຂົ້າເມືອງຈຳນວນຫຼາຍໄປຢຸດລໍຢູ່ຊາຍແດນສະຫະລັດ ແມ່ນມາຈາກສາມປະເທດອາເມຣິກາກາງທີ່ມີຄວາມຮຸນແຮງ ແລະທຸກຍາກ ຄື ກົວເຕມາລາ, ຮອນດູຣາສ ແລະ ແອລ ຊາລວາດໍ, ເຊິ່ງວໍຊິງຕັນໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຊ່ວຍເຫຼືອເພື່ອເປັນການຕອບແທນກັບຄຳໝັ້ນສັນຍາວ່າຈະປັບປຸງການປົກຄອງໃນທ້ອງຖິ່ນ.

ສິ່ງດັ່ງກ່າວນັ້ນ ໄດ້ເຮັດໃຫ້ມີຄວາມວິຕົກກັງວົນກ່ຽວກັບການທຸຈະລິດ, ການຫຼິ້ນ ພັກຫລິ້ນພວກ, ຮ່ອງຮອຍຂອງອຳນາດຜະເດັດການ ແລະຄວາມພະຍາຍາມໃນການສະກັດກັ້ນ ການແຕ່ງຕັ້ງຜູ້ພິພາກສາທີ່ມີປະຫວັດອັນຍາວນານໃນການແກ້ໄຂບັນຫາການສໍ້ລາດບັງຫຼວງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG