ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານບລິງເກັນ ຮຽກຮ້ອງຕໍ່ປະເທດໃນເຂດອາເມຣິກາກາງ ໃຫ້ຈັດການກັບສາເຫດຫຼັກ ຂອງງການຍົກຍ້າຍຖິ່ນຖານ


ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ແອນໂທນີ ບລິງເກັນ ກ່າວຖະແຫລງ ຢູ່ໃນນະຄອນຫຼວງ ແຊນໂຮເຊ ຂອງຄັອສຕາຣິກາ, ວັນທີ 2 ມິຖຸນາ 2021.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ແອນໂທນີ ບລິງເກັນ ກ່າວຖະແຫລງ ຢູ່ໃນນະຄອນຫຼວງ ແຊນໂຮເຊ ຂອງຄັອສຕາຣິກາ, ວັນທີ 2 ມິຖຸນາ 2021.

ສະຫະລັດ ກຳລັງຮຽກຮ້ອງຕໍ່ບັນດາປະເທດໃນເຂດອາເມຣິກາກາງ ໃຫ້ຈັດການເລື້ອງການສໍ້ລາດບັງຫຼວງ ແລະຄວາມທຸກຍາກ ໃນຂະນະທີ່ວໍຊິງຕັນກວດສອບເບິ່ງສາເຫດຫຼັກທັງຫຼາຍ ແລະຍຸດທະສາດຕ່າງໆເພື່ອຄຸ້ມຄອງການລັ່ງໄຫລເຂົ້າມາໃນປະເທດ ຂອງພວກຍົກຍ້າຍຖິ່ນຖານ ຢູ່ຊາຍແດນທາງພາກໃຕ້ນັ້ນ.

ໃນວັນພຸດວານນີ້ ຢູ່ໃນປະເທດຄັອສຕາຣິກາ ລັດຖະມົນຕີກະຊວງການຕ່າງປະ ເທດ ທ່ານແອນໂທນີ ບລິງເກັນ ແລະລັດຖະມົນຕີກະຊວງການຕ່າງປະເທດຂອງເມັກຊິໂກ ທ່ານມາຣແຊໂລ ອີບຣາດ ໄດ້ປຶກສາຫາລືກັນໃນ “ເລື້ອງຕ່າງໆຫຼາຍຢ່າງເພື່ອສົ່ງເສີມ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະຄວາມໝັ້ນຄົງ” ຢູ່ໃນພາກພື້ນ.

ນັກການທູດຂັ້ນສູງຂອງສະຫະລັດ ໄດ້ຂອບໃຈທ່ານອີບຣາດ “ສຳລັບການຮ່ວມມືຢ່າງຕໍ່ເນື່ອງຂອງລັດຖະບານເມັກຊິໂກ ໃນການແກ້ໄຂສາເຫດຫຼັກຕ່າງໆຂອງການຍົກຍ້າຍຖິ່ນຖານທີ່ບໍ່ປົກກະຕິຢູ່ໃນພາກພື້ນນັ້ນ.”

ທັງສອງທ່ານ ຍັງໄດ້ “ປຶກສາຫາລືເຖິງຄວາມກ້າວໜ້າ ໃນການແກ້ໄຂບັນຫາພະຍາດໂຄວິດ-19 ແລະການຟື້ນຟູເສດຖະກິດ ພ້ອມທັງບັນຫາຕ່າງໆທີ່ກ່ຽວ ຂ້ອງກັບປະຊາທິປະໄຕແລະການປົກຄອງ ແລະຄວາມໝັ້ນຄົງ ຢູ່ໃນພາກພື້ນ” ອີງຕາມກະຊວງການຕ່າງປະເທດສະຫະລັດ.

ທ່ານບລິງເກັນ ໄດ້ເລີ້ມຕົ້ນການເດີນທາງດ້ວຍຕົນເອງຄັ້ງທຳອິດໄປຍັງຊີກໂລກ ພາກຕາເວັນຕົກ ໃນອາທິດນີ້ ເມື່ອທ່ານເດີນທາງ ໄປຍັງນະຄອນຫຼວງແຊນໂຮເຊ ຂອງຄັອສຕາຣິກາ.

ການເດີນທາງຂອງນັກການທູດຂັ້ນສູງຂອງສະຫະລັດ ມີຂຶ້ນ ກ່ອນໜ້າທີ່ ຮອງປະທານາທິບໍດີ ຄາມາລາ ແຮຣິສ ຈະເດີນທາງມາຢ້ຽມຢາມ ປະເທດກົວເຕມາລາ ແລະເມັກຊິກໂກ.

ທ່ານນາງແຮຣິສ ໄດ້ຖືກມອບໝາຍ ໂດຍປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ໃຫ້ນຳພາຄວາມພະຍາຍາມດ້ານການທູດ ໃນເມັກຊິໂກ ແລະເຂດສາມຫລ່ຽມພາກເໜືອ ທີ່ປະກອບດ້ວຍປະເທດ ກົວເຕມາລາ ຮອນດູຣາສ ແລະແອລຊາວາດໍ ເພື່ອແກ້ໄຂສາເຫດຕົ້ນຕໍ່ຕ່າງໆຂອງການຍົກຍ້າຍຖິ່ນຖານ ໃນຄວາມຫວັງວ່າ ຈະຍຸຕິພວກຄົນຍົກຍ້າຍຖິ່ນຖານຈາກອາເມຣິກາກາງ ທີ່ພາກັນ ລັ່ງໄຫລເຂົ້າມາໃນສະຫະລັດນັ້ນ.

ບັນດານັກຊ່ຽວຊານຈຳນວນນຶ່ງ ເຫັນວ່າ ການເດີນທາງຢ້ຽມຢາມຄັອສຕາຣິກາຂອງທ່ານບລິງເກັນນັ້ນ ເປັນການວາງພື້ນຖານເພື່ອໃຫ້ການເດີນທາງຢ້ຽມຢາມໂດຍທ່ານາງແຮຣິສ ປະສົບຜົນສຳເລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG