ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລມຕ ບລິງເກັນ ກ່າວວ່າ ບໍ່ຈະແຈ້ງເທື່ອວ່າ ອີຣ່ານ ຈະປະຕິບັດຕາມ ຄຳໝັ້ນໝາຍດ້ານນິວເຄລຍ ຫຼືບໍ່


ພາບໃບນີ້ ໄດ້ຖືກເປີດເຜີຍໃນວັນທີ 1 ພຶດສະພາ 2021 ໂດຍຄະນະຜູ້ແທນຂອງສະຫະພາບຢູໂຣບ ຫຼື EU ໃນນະຄອນ ວຽນນາ ສະແດງໃຫ້ເຫັນບັນດາສະມາຊິກຂອງຄະນະຜູ້ແທນຈາກທັງສອງຝ່າຍ ໃນການເຂົ້າຮ່ວມກອງປະຊຸມ ກ່ຽວກັບຂໍ້ຕົກລົງ ດ້ານນິວເຄລຍຂອງອີຣ່ານ ຢູ່ໂຮງແຮມ Grand Hotel ໃນນະຄອນວຽນນາ.
ພາບໃບນີ້ ໄດ້ຖືກເປີດເຜີຍໃນວັນທີ 1 ພຶດສະພາ 2021 ໂດຍຄະນະຜູ້ແທນຂອງສະຫະພາບຢູໂຣບ ຫຼື EU ໃນນະຄອນ ວຽນນາ ສະແດງໃຫ້ເຫັນບັນດາສະມາຊິກຂອງຄະນະຜູ້ແທນຈາກທັງສອງຝ່າຍ ໃນການເຂົ້າຮ່ວມກອງປະຊຸມ ກ່ຽວກັບຂໍ້ຕົກລົງ ດ້ານນິວເຄລຍຂອງອີຣ່ານ ຢູ່ໂຮງແຮມ Grand Hotel ໃນນະຄອນວຽນນາ.

ລັດຖະມົນຕີກະຊວງການຕ່າງປະເທດຂອງອີຣ່ານ ທ່ານຈາວາດ ຊາຣີຟ ໄດ້ກ່າວໃນວັນຈັນມື້ນີ້ ວ່າ ການຍົກເລີກມາດຕະການລົງໂທດ ຂອງສະຫະລັດ ພາຍໃຕ້ຄະນະລັດຖະບານຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ແມ່ນ “ພັນທະດ້ານກົດໝາຍແລະສິນທໍາ” ບໍ່ແມ່ນສິ່ງທີ່ນໍາມາໃຊ້ເພື່ອເປັນເຄື່ອງຕໍ່ລອງໃນການເຈລະຈາ ໃນຂະນະທີ່ທັງສອງຝ່າຍກຳລັງພິຈາລະນາກັບສູ່ຂໍ້ຕົກລົງທີ່ກ່ຽວຂ້ອງກັບໂຄງການນິວເຄລຍຂອງອີຣ່ານ.

ທ່ານຊາຣີຟ ໄດ້ຂຽນລົງໃນທວິດເຕີ້ວ່າ “ບໍ່ໄດ້ຜົນສຳລັບທ່ານທຣຳ-ແລະຈະບໍ່ໄດ້ຜົນສຳລັບທ່ານ.”

ຄຳເຫັນຂອງທ່ານນັ້ນ ໄດ້ອອກມານຶ່ງວັນຫຼັງຈາກທີ່ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ກ່າວວ່າ ມັນບໍ່ເປັນທີ່ຈະແຈ້ງວ່າ ອີຣ່ານຈະປະຕິບັດຕາມຂໍ້ຈຳກັດ ກ່ຽວກັບໂຄງການພັດທະນານິວເຄລຍຂອງຕົນຫຼືບໍ່ ເພື່ອທີ່ຈະໃຫ້ມີການຖອນມາດຕະການລົງໂທດຂອງສະຫະ ລັດ.

“ອີຣ່ານ ຂ້າພະເຈົ້າຄຶດວ່າ ຮູ້ດີແມ່ນຫຍັງທີ່ຕົນຕ້ອງເຮັດເພື່ອທີ່ຈະກັບຄືນເຂົ້າມາໃນຟາກການປະຕິບັດຕາມຂໍ້ບັງຄັບດ້ານນິວເຄລຍ ແລະສິ່ງທີ່ພວກເຮົາຍັງບໍ່ທັນເຫັນ ກໍແມ່ນວ່າ ອີຣ່ານແມ່ນພ້ອມແລ້ວຫຼືບໍ່ ແລະເຕັມໃຈທີ່ຈະຕັດສິນໃຈເຮັດສິ່ງທີ່ຕົນຕ້ອງເຮັດ” ທ່ານບລິງເກັນ ໄດ້ກ່າວຕໍ່ລາຍການ “This Week” ຂອງອົງ ການຂ່າວ ABC. ທ່ານກ່າວອີກວ່າ “ອັນນັ້ນເປັນການທົດສອບ ແລະພວກເຮົາຍັງບໍ່ທັນໄດ້ຮັບຄຳຕອບ.”

ອີຣ່ານ ໄດ້ທຳການເຈລະຈາໃນທາງອ້ອມກັບສະຫະລັດ ໂດຍຜ່ານດ້ານການທູດຈາກບັນດາປະເທດອື່ນໆ ໃນການພະຍາຍາມຈະປ່ຽນແປງຂໍ້ຕົກລົງນິວເຄລຍຂອງສາກົນປີ 2015 ທີ່ຈະຍັບຍັ້ງຄວາມໄຝ່ຝັນຢາກມີອາວຸດນິວເຄລຍຂອງເຕຫະຣ່ານ. ອີຣ່ານ ໄດ້ກ່າວວ່າ ໂຄງການນິວເຄລຍຂອງຕົນນັ້ນແມ່ນເພື່ອຈຸດ ປະສົງໃນທາງສັນຕິ.

ຕໍ່ມາທ່ານທຣຳ ກໍໄດ້ຖອນສະຫະລັດອອກຈາກສົນທິສັນຍາດັ່ງກ່າວໃນປີ 2018 ໂດຍວາງມາດຕະການລົງໂທດໃໝ່ຕໍ່ນ້ຳມັນຂອງອີຣ່ານ ແລະພາກສ່ວນດ້ານການທະນາຄານ ແລະດ້ານການຂົນສົ່ງ. ແຕ່ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ກຳລັງຫາທາງກັບຄືນເຂົ້າຮ່ວມສົນທິສັນຍາຄືນໃໝ່ທີ່ປະກອບດ້ວຍ ອັງກິດ ຝຣັ່ງ ເຢຍຣະມັນ ຣັດເຊຍ ແລະຈີນ.

ໃນການໃຫ້ສຳພາດອີກຕ່າງຫາກ ທ່ານບລິງເກັນ ໄດ້ກ່າວຕໍ່ອົງການຂ່າວ CNN ວ່າ ສະຫະລັດ ແລະອີຣ່ານ “ແທ້ຈິງແລ້ວ ໄດ້ມີຄວາມຄືບໜ້າ” ໃນການເຈລະ ຈາຢູ່ໃນນະຄອນວຽນນາ ແລະການເຈລະຈາຮອບທີຫ້າ ແມ່ນໄດ້ຖືກກຳນົດໃນບໍ່ເທົ່າໃດວັນຈະມາເຖິງນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG