ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ບລິງເກັນ ເດີນທາງເຖິງອອສເຕຣເລຍແລ້ວ ເພື່ອເນັ້ນຢ້ຳເຖິງຈຸດເພັ່ງເລັງ ຂອງ ສຫລ ຕໍ່ຂົງເຂດມະຫາສະໝຸດປາຊີຟິກ


ລັດຖະມົນຕີການຕ່າງປະເທດ ສຫລ ແອນໂທນີ ບລິງເກັນ ໂບກມືໃນຂະນະທີ່ທ່ານກ້າວລົງຈາກເຮືອບິນປະຈຳຕຳແໜ່ງ ເມື່ອເດີນທາງຮອດ ອອສເຕຣເລຍ ເພື່ອເຂົ້າຮ່ວມ ກອງປະຊຸມສົນທະນາດ້ານຄວາມປອດໄພສີ່ຝ່າຍ ກັບລັດຖະມົນຕີການຕ່າງປະເທດຈາກກຸ່ມ Quad, ຢູ່ນະຄອນເມລເບີນ, ອອສເຕຣເລຍ, ວັນທີ 9 ກຸມພາ 2022.
ລັດຖະມົນຕີການຕ່າງປະເທດ ສຫລ ແອນໂທນີ ບລິງເກັນ ໂບກມືໃນຂະນະທີ່ທ່ານກ້າວລົງຈາກເຮືອບິນປະຈຳຕຳແໜ່ງ ເມື່ອເດີນທາງຮອດ ອອສເຕຣເລຍ ເພື່ອເຂົ້າຮ່ວມ ກອງປະຊຸມສົນທະນາດ້ານຄວາມປອດໄພສີ່ຝ່າຍ ກັບລັດຖະມົນຕີການຕ່າງປະເທດຈາກກຸ່ມ Quad, ຢູ່ນະຄອນເມລເບີນ, ອອສເຕຣເລຍ, ວັນທີ 9 ກຸມພາ 2022.

ລັດຖະມົນຕີການຕ່າງປະເທດສະຫະລັດ ແອນໂທນີ ບລິງເກັນ ໄດ້ເດີນທາງ​ໄປຮອດອອສເຕຣເລຍໃນວັນພຸດວານນີ້ໂດຍມີເປົ້າໝາຍເພື່ອເນັ້ນຢ້ຳຄວາມມຸ້ງໝັ້ນ ຂອງລັດຖະບານທ່ານໄບເດັນ ຕໍ່ຂົງເຂດເອເຊຍ-ປາຊີຟິກ ແລະອິນໂດ-ປາຊີຟິກ ໃນຂະນະດຽວກັນ ກໍຍັງເພັ່ງເລັງໃສ່ເລື້ອງວິກິດການໃນຢູເຄຣນ.

ໃນວັນພະຫັດມື້ນີ້ ທ່ານບລິງເກັນ ໄດ້ເຂົ້າຮ່ວມໃນກອງປະຊຸມສົນທະນາກ່ຽວກັບຊີວະແພດ​ສາດ ຢູ່ທີ່ໂຮງຮຽນກົດໝາຍຂອງມະຫາວິທະຍາໄລເມລເບີນ. ບັນດາເຈົ້າໜ້າທີ່ຂອງ ໂມເດີນນາ (Moderna) ແລະບຣິສໂຕລ-ມາຍເອີສ໌ ສກູອິບ (Bristol Myers Squibb), ຊຶ່ງເປັນບໍລິສັດຜະລິດຢາລະດັບໂລກຍັງເຂົ້າຮ່ວມ ໃນການສົນທະນາແບບໂຕະມົນນຳດ້ວຍ.

ທ່ານບລິງເກັນ ໄດ້ປຶກສາຫາລືກ່ຽວກັບເປົ້າໝາຍການສັກຢາວັກຊີນໃນທົ່ວໂລກ ແລະຄວາມຈຳເປັນສຳລັບ “ລະບົບການຮັກສາຄວາມປອດໄພດ້ານສາທາລະນະສຸກທົ່ວໂລກທີ່ເຂັ້ມແຂງກວ່ານີ້” ເພື່ອໃຫ້ໂລກກຽມພ້ອມດີຂຶ້ນກວ່າເກົ່າ “ໃນຮອບໜ້າ.”

ເມື່ອຕົ້ນອາທິດນີ້ ອອສເຕຣເລຍ ໄດ້ກ່າວວ່າ ຕົນຈະເປີດຊາຍແດນຄືນໃໝ່ໃຫ້ແກ່ນັກເດີນທາງຈາກຕ່າງປະເທດທີ່ໄດ້ສັກຢາວັກຊີນແລ້ວໃນວັນທີ 21 ກຸມພາ. ການເຄືອນໄຫວດັ່ງກ່າວ ມີຂຶ້ນເກືອບເຖິງສອງປີແລ້ວ ຫຼັງຈາກທີ່ຊາຍແດນຂອງປະເທດໄດ້ຖືກປິດ ອັນເປັນສ່ວນນຶ່ງຂອງຄວາມພະຍາຍາມທີ່ຈະຄວບຄຸມການແຜ່ລະບາດຂອງໂຄວິດ-19.

ມາດຕະການປິດຊາຍແດນກັນໂຣກລະບາດຂອງອອສເຕຣເລຍແມ່ນນຶ່ງໃນມາດ ຕະການທີ່ເຂັ້ມງວດທີ່ສຸດໃນໂລກ.

ທ່ານບລິງເກັນ ໄດ້ກ່າວວ່າ ອອສເຕຣເລຍ ແລະສະຫະລັດໄດ້ເປັນ “ຜູ້ນຳໜ້າຮ່ວມກັນ” ໃນການຕໍ່ສູ້ກັບໂຄວິດ-19.

ທ່ານລັດຖະມົນຕີ ໃນເວລາຕໍມາ ໄດ້ຂຽນລົງໃນທວີດເຕີ ວ່າ ມະຫາວິທະຍາໄລຂອງເມລເບີນ “ໄດ້ຍຶດຖືໄວ້ຊຶ່ງຄວາມໝາຍທີ່ເລີກເຊິ່ງຕໍ່ມື້ລາງພໍ່ລ້ຽງ ຂອງຂ້າ ພະເຈົ້າ ທ່ານແຊມີວ ພີຊາຣ (Samuel Pisar) ຜູ້ທີ່ໄດ້ເປັນລູກສິດເກົ່າທີ່ພາກ ພູມໃຈ.”

ໃນວັນສຸກມື້ອື່ນ ທ່ານບລິງເກັນ ຈະພົບປະກັບບັນດາຜູ້ນຳຂອງກຸ່ມ Quad ທີ່ປະກອບດ້ວຍ ສະຫະລັດ ອອສເຕຣເລຍ ຍີ່ປຸ່ນ ແລະອິນເດຍ.

ລັດຖະມົນຕີການຕ່າງປະເທດຂອງອອສເຕຣເລຍ ທ່ານນາງມາຣີສ ເພນນ໌ ຜູ້ທີ່ຈະເປັນເຈົ້າພາບຈັດກອງປະຊຸມ ໄດ້ກ່າວໃນວັນພຸດວານນີ້ ວ່າ ການເຕົ້າໂຮມກັນ ສົ່ງຂໍ້ຄວາມເຖິງຈີນວ່າ ຄວາມປອດໄພຢູ່ໃນຂົງເຂດ ຍັງເປັນບູລິມະສິດສຳ ລັບສະຫະລັດ ຢູ່ຄືເກົ່າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG