ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ທ່ານບລິງເກັນ ຈະຢ້ຽມຢາມຫວຽດນາມ ເພື່ອສົ່ງເສີມການພົວພັນສອງຝ່າຍ


ແຟ້ມພາບ - ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ (Antony Blinken) ກ່າວໃນກອງປະຊຸມຖະແຫຼ່ງຂ່າວ ເຊິ່ງເປັນສ່ວນໜຶ່ງຂອງກອງປະຊຸມ NATO ທີ່ນະຄອນ ບູຄາແຣັດ ຂອງ ໂຣມາເນຍ ໃນວັນທີ 30 ເດືອນພະຈິກ 2022
ແຟ້ມພາບ - ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ (Antony Blinken) ກ່າວໃນກອງປະຊຸມຖະແຫຼ່ງຂ່າວ ເຊິ່ງເປັນສ່ວນໜຶ່ງຂອງກອງປະຊຸມ NATO ທີ່ນະຄອນ ບູຄາແຣັດ ຂອງ ໂຣມາເນຍ ໃນວັນທີ 30 ເດືອນພະຈິກ 2022

ລັດ​ຖະ​ມົນ​ຕີຕ່າງ​ປະ​ເທດ​ສະຫະລັດ ທ່ານ ແອນໂທນີ ບລິງເກັນ (Antony Blinken) ຈະ​ໄປ​ຢ້ຽມ​ຢາມ​ຫວຽດ​ນາມ ແລະ ຍີ່​ປຸ່ນ ໃນ​ອາ​ທິດ​ນີ້.

ນັກວິ​ເຄາະ​ກ່າວ​ວ່າ, ການ​ເດີນທາງ​ໄປ​ຫວຽດນາມ ​ຄັ້ງ​ທຳ​ອິດ​ຂອງ​ທ່ານ ບລິງເກັນ ​ໃນ​ຖານະ​ທີ່​ເປັນ​ນັກ​ການ​ທູດ​ລະດັບ​ສູງ​ຂອງ​ສະຫະລັດ ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ສອງ​ປະ​ເທດ​ຕ່າງເບິ່ງ​ໄປ​ຂ້າງ​ໜ້າໂດຍ​ແນ​ໃສ່​ ​ການ​ຢ້ຽມຢາມເມືອງຫຼວງຂອງ ກັນແລະກັນ ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ ​ຂອງ​ຜູ້ນຳ​ປະ​ເທດ​ຕົນ​ໃນ​ປີ​ນີ້.

ຫຼັງ​ຈາກ​ການຢ້ຽມຢາມຫວຽດນາມ, ທ່ານ ບລິງເກັນ ຈະເດີນທາງໄປ​ຍີ່ປຸ່ນ​ໃນ​ວັນ​ທີ 16 ​ເມສາ​ນີ້, ເຊິ່ງບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງກຸ່ມ 7 ປະ ເທດ ທີ່ຈະເລີນທາງດ້ານອຸດສາຫະກຳ ຫຼື G7 ​ຈະ​ໄປຮວມໂຕ​ກັນ ​ຢູ່​ນະຄອນຄາຣຸອິຊາວະ (Karuizawa), ​ໃນແຂວງ ນາກາໂນ (Nagano), ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຄວາມໝັ້ນຄົງ​ຢ່າງ​ຮີບ​ດ່ວນ.

ພ້ອມດຽວກັນນັ້ນ, ປີ​ນີ້​ແມ່ນ​ປີ​ຄົບຮອບ 10 ປີ ​ຂອງ​ການຮ່ວມ​ມື​ຮອບດ້ານ​ ລະຫວ່າງ​ສະຫະລັດ ແລະຫວຽດນາມ. ສອງ​ປະ​ເທດກຳລັງ​ປຶກ​ສາ​ຫາ​ລື​ ກ່ຽວກັບວິ​ທີ​ການ​ພັດທະນາສາຍ​ພົວ​ພັນ ໃຫ້ໄປສູ່​ລະ​ດັບ​ຕໍ່​ໄປ ເຊິ່ງກໍ່ຄືການ​ເປັນ​ຄູ່​ຮ່ວມ​ມື​ທາງຍຸດ​ທະ​ສາດ.

ສະຫະລັດແມ່ນ​ຕະຫຼາດ​ສົ່ງ​ອອກ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດນາມ ແລະ ຫວຽດນາມ ກໍ່​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ ​ໃຫຍ່​ອັນ​ດັບ 8 ຂອງສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG