ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບລິງເຄັນ ຈະພົບປະກັບ ພະສັນຕະປາປາ, ຈະປຶກສາຫາລື ການເອົາຊະນະກຸ່ມ ISIS ກັບພັນທະມິດ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ພົບປະກັບລັດຖະມົນຕີການຕ່າງປະເທດ ອິສຣາແອລ ທ່ານ ແຢ ລາປິດ ຢູ່ນະຄອນຫຼວງ ໂຣມ, ອິຕາລີ, 27 ມິຖຸນາ, 2021. (AP Photo/Andrew Harnik, Pool)
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ພົບປະກັບລັດຖະມົນຕີການຕ່າງປະເທດ ອິສຣາແອລ ທ່ານ ແຢ ລາປິດ ຢູ່ນະຄອນຫຼວງ ໂຣມ, ອິຕາລີ, 27 ມິຖຸນາ, 2021. (AP Photo/Andrew Harnik, Pool)

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ຈະພົບປະກັບພະສັນຕະປາປາ ຟຣານຊິສ ແລະ ເຈົ້າໜ້າທີ່ຄົນອື່ນໆຢູ່ວັງ ວາຕິກັນ ໃນວັນຈັນມື້ນີ້, ເຊິ່ງຫົວຂໍ້ໃນການປຶກສາຫາລື ກັນນັ້ນ ລວມມີບັນຫາສະພາບອາກາດປ່ຽນແປງ, ສິດທິມະນຸດ ແລະ ການລັກລອບຄ້າມະນຸດ.

ການຢ້ຽມຢາມດັ່ງກ່າວມີຂຶ້ນກ່ອນການປະຊຸມທີ່ຄາດວ່າຈະຖືກຈັດໃນເດືອນຕຸລານີ້ ລະຫວ່າງ ພະສັນຕະປາປາ ແລະ ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ, ຜູ້ທີ່ເປັນຊາວກາໂຕລິກຄົນທີສອງທີ່ໄດ້ນຳພາ ສະຫະລັດ.

ພ້ອມກັນນັ້ນໃນວັນຈັນມື້ນີ້, ທ່ານ ບລິງເຄັນ ແລະ ລັດຖະມົນຕີຕ່າງປະເທດ ອິຕາລີ ທ່ານ ລຸຍຈິ ດີ ໄມໂອ ປະທານຮ່ວມຂອງພັນທະມິດໂລກເພື່ອ ເອົາຊະນະກຸ່ມລັດອິສລາມ ຫຼື ISIS ເຊິ່ງບັນດາເຈົ້າ ໜ້າທີ່ກະຊວງການຕ່າງປະເທດໄດ້ກ່າວວ່າ ລັດຖະມົນຕີທັງສອງທ່ານຈະປຶກສາຫາລືກັນ ເພື່ອຮັກ ສາຄວາມກົດດັນຕໍ່ກຸ່ມຫົວຮຸນແຮງດັ່ງກ່າວໃນ ອີຣັກ ແລະ ຊີເຣຍ ໃນຂະນະດຽວກັນເຮັດວຽກເພື່ອປາບປາມສະມາຊິກຂອງພວກເຂົາຢູ່ບ່ອນອື່ນໃນໂລກ.

ທ່ານ ແພັດທຣິກ ວໍແມນ, ຜູ້ອຳນວຍການຊົ່ວຄາວຂອງຫ້ອງການທູດພິເສດ ສະຫະລັດ ເພື່ອເອົາຊະນະກຸ່ມ ISIS, ໄດ້ກ່າວຕໍ່ບັນດານັກຂ່າວວ່າ ຈຸດເພັ່ງເລັງທີ່ສະເພາະເຈາະຈົງຂອງກອງປະຊຸມນັ້ນຈະເປັນ “ສິ່ງທ້າທາຍໃໝ່ຕ່າງໆຂອງກຸ່ມ ISIS ໃນ ອາຟຣິກາ,” ໂດຍສະເພາະ ອາຟຣິກາຕາເວັນຕົກ ແລະ ພາກພື້ນ ຊາແຮລ.

ສະຫະລັດ ໄດ້ເປີດການປະຕິບັດການພັນທະມິດ, ທີ່ປັດຈຸບັນນີ້ປະກອບມີສະມາຊິກ 83 ປະເທດ, ໄດ້ແນເປົ້າໃສ່ການເອົາຊະນະກຸ່ມອິສລາມໃນປີ 2014 ຫຼັງຈາກພວກຫົວຮຸນແຮງໄດ້ຍຶດການຄວບ ຄຸມພື້ນທີ່ຂະໜາດໃຫຍ່ໃນທົ່ວພາກເໜືອຂອງ ຊີເຣຍ ແລະ ອີຣັກ ແລະ ໃນປີ 2019 ໄດ້ປະກາດວ່າພວກຫົວຮຸນແຮງໄດ້ຖືກຂັບໄລ່ອອກຈາກເຂດແດນທີ່ຍັງເຫຼືອຢູ່ແຫ່ງສຸດທ້າຍຂອງພວກເຂົາ.

ທ່ານ ວໍແມນ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ກຸ່ມ ISIS ຍັງຄົງເປັນສັດຕູທີ່ເດັດດ່ຽວ. ມັນຍັງມີວຽກ ງານຫຼາຍຢ່າງໃຫ້ເຮັດໃນ ອີຣັກ ແລະ ຊີເຣຍ, ບ່ອນທີ່ພວກ ISIS ຍັງສືບຕໍ່ດຳເນີນການໂຈມຕີ ແລະ ສ້າງຄວາມຢ້ານກົວຕໍ່ປະຊາກອນໃນທ້ອງຖິ່ນ.”

ທ່ານ ວໍແມນ ໄດ້ກ່າວວ່າ ພັນທະມິດທີ່ວ່ານັ້ນແມ່ນກຳລັງເຮັດວຽກກັບລັດຖະບານ ອີຣັກ, ລວມທັງສະໜັບສະໜູນກອງກຳລັງຮັກສາຄວາມປອດໄພ ອີຣັກ, ເພື່ອ “ແນເປົ້າໃສ່ກຸ່ມນ້ອຍໆຂອງພວກ ISIS, ປະຕິເສດສະຖານທີ່ລີ້ໄພຂອງກຸ່ມ ISIS ແລະ ເພື່ອລົບລ້າງສື່ມວນຊົນ ISIS, ການເງິນ ແລະ ເຄືອຂ່າຍສະມາຊິກຕ່າງໆ.”

ທ່ານ ວໍແມນ ຍັງໄດ້ກ່າວຢໍ້າເຖິງຄວາມຈຳເປັນເພື່ອຊ່ວຍເຫຼືອຜູ້ເຄາະຮ້າຍຈາກຄວາມປ່າເຖື່ອນຂອງພວກ ISIS, ນຳເອົາຜູ້ທີ່ກໍ່ອາຊະຍະກຳພວກນັ້ນມາລົງໂທດ, ແລະ ເພັ່ງເລັງໃສ່ການປະຕິບັດການດ້ານມະນຸດສະທຳ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG