ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເກັນ ກ່າວຄໍາປາໄສ ກ່ຽວກັບນະໂຍບາຍການເມືອງ ຂອງສະຫະລັດ ແລະອາຟຣິກາ ໃນລະຫວ່າງການຢ້ຽມຢາມ ໄນຈີເຣຍ


ໃນຮູບພາບທີ່ເຜີຍແຜ່ໂດຍສະພາແຫ່ງຊາດ ໄນຈີເຣຍ ນີ້, ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ (ຊ້າຍ), ເຊິ່ງໄດ້ຮັບການຕ້ອນຮັບໂດຍປະທານາທິບໍດີໄນຈີເຣຍ ທ່ານມູຮໍາມາດູ ບູຮາຣີ (ຂວາ), ກ່ອນການປະຊຸມທີ່ທໍານຽບປະທານາທິບໍດີ ໃນນະຄອນຫລວງ ອາບູຈາ, ປະເທດໄນຈີເຣຍ, ວັນທີ 18 ພະຈິກ 2021.
ໃນຮູບພາບທີ່ເຜີຍແຜ່ໂດຍສະພາແຫ່ງຊາດ ໄນຈີເຣຍ ນີ້, ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ (ຊ້າຍ), ເຊິ່ງໄດ້ຮັບການຕ້ອນຮັບໂດຍປະທານາທິບໍດີໄນຈີເຣຍ ທ່ານມູຮໍາມາດູ ບູຮາຣີ (ຂວາ), ກ່ອນການປະຊຸມທີ່ທໍານຽບປະທານາທິບໍດີ ໃນນະຄອນຫລວງ ອາບູຈາ, ປະເທດໄນຈີເຣຍ, ວັນທີ 18 ພະຈິກ 2021.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ຈັດການເຈລະຈາໃນນະຄອນຫລວງອາບູຈາ ເມື່ອວັນພະຫັດວານນີ້ ກັບປະທານາທິບໍດີ ມູຮໍາມາດູ ບູຮາຣີ (Muhammadu Buhari), ລັດຖະມົນຕີການຕ່າງປະເທດ ທ່ານເຈີຟຟຣີ ອັງເຢຍມາ (Geoffrey Onyeama) ແລະເຈົ້າໜ້າທີ່ຄົນອື່ນໆ ເພື່ອປຶກສາຫາລື ກ່ຽວກັບການຮ່ວມມືດ້ານຄວາມປອດໄພທາງດ້ານສຸຂະພາບ, ຂະຫຍາຍການເຂົ້າເຖິງພະລັງງານ ແລະການເຕີບໃຫຍ່ຂອງລະບົບເສດຖະກິດ, ແລະການຟື້ນຟູລະບອບປະຊາທິປະໄຕ ອີງຕາມລາຍງານ ຂອງກະຊວງການຕ່າງປະເທດສະຫະລັດ.

ໄນຈີເຣຍ ເປັນປະເທດທີສອງ ໃນສາມປະເທດຂອງອາຟຣິກາ ທີ່ທ່ານບລິງເກັນຈະໄປຢ້ຽມຢາມໃນໄລ​ຍະຫ້າມື້. ໃນວັນສຸກນີ້, ນັກການທູດລະດັບສູງຂອງສະຫະລັດຈະກ່າວຄໍາປາໄສຢູ່ ໄນຈີເຣຍ ກ່ຽວກັບນະໂຍບາຍທາງການເມືອງອາຟຣິກາ ຂອງລັດຖະບານທ່ານໄບເດັນ. ປະຊາທິປະໄຕເປັນຫົວຂໍ້ສໍາຄັນ ໃນການຢ້ຽມຢາມປະເທດ ເຄັນຢາ ໃນວັນພຸດທີ່ຜ່ານມາ, ໂດຍທ່ານກ່າວກັບບັນດານັກເຄື່ອນໄຫວເພື່ອສິດທິມະນຸດ ໃນມື້ວັນພຸດຢູ່ ໄນໂຣບີ ວ່າໂລກກໍາລັງຢູ່ໃນ “ພາວະຖົດຖອຍ” ຂອງລະບອບປະຊາທິປະໄຕ. ທ່ານເຕືອນວ່າ “ແມ່ນແຕ່ລະບອບປະຊາທິປະໄຕທີ່ມີຄວາມສົດໃສເຊັ່ນ ເຄັນຢາ” ກໍມີຄວາມສ່ຽງເພີ້ມຂຶ້ນ ຕໍ່ຂໍ້ມູນທີ່ຜິດ, ການສໍ້ລາດບັງຫລວງ, ຄວາມຮຸນແຮງທາງການເມືອງ ແລະການຂົ່ມຂູ່ຕໍ່ຜູ້ມີສິດເລືອກຕັ້ງ.

ທ່ານບ​ລິງ​ເກັນ​ໄດ້​ກ່າວ​ໃນ​ອັນ​ທີ່​ປາ​ກົດ​ວ່າ​ເປັນ​ການ​ເວົ້າ​ເຖິງ​ການ​ໂຈມ​ຕີ​ທີ່​ຕຶກ​ຫໍລັດ​ຖະ​ສະ​ພາ​ສະ​ຫະ​ລັດ ເມື່ອ​ວັນ​ທີຫົກ​ມັງ​ກອນ ໂດຍ​ພວກ​ສະ​ໜັບ​ສະ​ໜຸນ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໃນ​ເວ​ລານັ້ນ ທີ່​ພະ​ຍາ​ຍາມ​ຈະ​ບັງ​ຄັບ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ບໍ່​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ການ​ໄດ້​ຮັບ​ໄຊ​ຊະ​ນະ​ຂອງ​ທ່ານ​ໂຈ ໄບ​ເດັນ ໃນ​ການ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ ເມື່ອ​ເດືອນ​ພະ​ຈິກ​ປີ​ກາຍ ໂດຍ​ເວົ້າ​ວ່າ “ສະ​ຫະ​ລັດ​ກໍ​ບໍ່​ໄດ້ປ​ອດ​ຈາກ​ບັນ​ຫາ​ທ້າ​ທາຍ​ອັນ​ນີ້. ພວກ​ເຮົາ​ໄດ້​ເຫັນ​ມາ​ແລ້ວ​ວ່າ ປະ​ຊາ​ທິ​ປະ​ໄຕ​ຂອງ​ພວກ​ເຮົາ​ມີ​ຄວາມບອບ​ບາງ​ແນວ​ໃດ.”

ກ່ອນການເດີນທາງອອກຈາກ ໄນໂຣບີ ຂອງທ່ານບລິງເກັນ, ທ່ານໄດ້ແຈ້ງວ່າ ສະຫະລັດໄດ້ເອົາປະເທດ ໄນຈີເຣຍ ອອກຈາກລາຍຊື່ຂອງປະເທດທີ່ລະເມີດສິດເສລີພາບທາງສາສະໜາແລ້ວ.

ໃນການຢ້ຽມຢາມອາຟຣິກາຂອງທ່ານບລິງເກັນ ເຊິ່ງຈະປິດທ້າຍດ້ວຍການຢ້ຽມຢາມປະເທດ ເຊເນການ, ແມ່ນມີຈຸດມຸ້ງໝາຍບາງສ່ວນເພື່ອຍົກລະດັບປະຫວັດຂໍ້ມູນຂອງອາເມຣິກາ ໃນຖານະຜູ້ດໍາເນີນງານທີ່ສໍາຄັນຢູ່ໃນພູມິພາກແຫ່ງນີ້ ທີ່ແຂ່ງຂັນກັບຈີນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG