ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບລິງເກັນ ຈະປຶກສາຫາລື ການຢຸດຍິງ, ຊຸກຍູ້ໃຫ້ມີແຜນການສຳລັບເຂດກາຊາຫຼັງສົງຄາມ ໃນການເຈລະຈາ ຢູ່ຊາອຸດີ ອາຣາເບຍ ແລະ ອີຈິບ


ຊາວປາແລັສໄຕນ໌ ລຽນແຖວເພື່ອຮັບອາຫານຟຣີ ຢູ່ ຄ້າຍຜູ້ລີ້ໄພ ຈາບາລີຢາ ໃນເຂດກາຊາ ໃນວັນທີ 18 ມີນາ 2024.
ຊາວປາແລັສໄຕນ໌ ລຽນແຖວເພື່ອຮັບອາຫານຟຣີ ຢູ່ ຄ້າຍຜູ້ລີ້ໄພ ຈາບາລີຢາ ໃນເຂດກາຊາ ໃນວັນທີ 18 ມີນາ 2024.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ກຽມໂຕຈະໄປຢ້ຽມຢາມ ຊາອູດີ ອາຣາເບຍ (Saudi Arabia) ແລະອີຈິບ ໃນອາທິດນີ້ ສຳລັບການປຶກສາຫາລື ທີ່ທ່ານກ່າວວ່າ ຈະສຸມໃສ່ການຊຸກຍູ້ກໃຫ້ຢຸດຍິງ ຢູ່ໃນເຂດ ກາຊາ, ການປ່ອຍຕົວປະກັນທີ່ພວກຫົວຮຸນແຮງ ປາແລັສໄຕນ໌ ຈັບໄວ້, ແລະການວາງແຜນສໍາລັບ ເຂດກາຊາ ຫລັງສົງຄາມ.

ໃນການກ່າວ​ຖະແຫລງ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຟີ​ລິບ​ປິນ, ທ່ານ ບລິງເກັນ ບອກ​ບັນດາ​ນັກ​ຂ່າວ​ວ່າ ຈຳເປັນ​ຕ້ອງ​ມີ​ການ​ກະກຽມ ກ່ຽວກັບ​ວິທີ​ການບໍລິຫານຈັດການ, ຄວາມໝັ້ນຄົງ, ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ ​ແລະ​ການ​ພັດທະນາ​ເຂດ ກາຊາ ຄືນ​ໃໝ່.

ທ່ານ ບລິງເກັນ ກ່າວ​ວ່າ ສະຫະລັດ​ ເນັ້ນຢໍ້າ​ຕໍ່​ອິສຣາ​ແອ​ລ​ເຖິງ​ຄວາມ​ຈຳ​ເປັນທີ່ຕ້ອງໃຫ້ມີແຜນການ, ​ແລະ​ຄວາມ​ຫວັງ​ທີ່​ຍັງ​ຄົງມີ​ຢູ່ວ່າ ຄວາມຄັດແຍ້ງ ​ຈະ​ສິ້ນ​ສຸດ​ລົງ​ໂດຍ​ໄວ​ທີ່ສຸດ.

ພື້ນຖານໂຄງລ່າງ ແລະບ້ານເຮືອນ ຂອງເຂດກາຊາ ສ່ວນໃຫຍ່ ໄດ້ຖືກທຳລາຍຢ່າງຮາບຄາບ ໃນຂະນະທີ່ອິສຣາແອລ ໄດ້ດຳເນີນການເພື່ອກຳຈັດກຸ່ມຫົວຮຸນແຮງຮາມາສ ຫລັງຈາກການໂຈມຕີຂອງກຸ່ມຮາມາສ ໃນວັນທີ 7 ເດືອນຕຸລາ ໃນອິສຣາແອລ ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ 1,200 ຄົນ ອີງຕາມການລາຍງານຂອງອິສຣາແອລ ແລະຮວມທັງການຈັບຕົວປະກັນປະມານ 250 ຄົນ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກຂອງ​ເຂດ​ກາ​ຊາ​ກ່າວ​ວ່າ ການ​ໂຈມ​ຕີຕອບໂຕຄືນ​ຂອງ​ອິສຣາແອລ ໄດ້​ສັງ​ຫານ​ຊາວ​ປາແລັສໄຕນ໌ ​ເກືອບ 32,000 ຄົນ, ຊຶ່ງສ່ວນ​ໃຫຍ່​ແມ່ນ​ແມ່​ຍິງ ແລະ​ເດັກ​ນ້ອຍ. ປະຊາກອນໃນເຂດ ກາຊາ ຫຼາຍກວ່າເຄິ່ງນຶ່ງ ຕ້ອງໄດ້ຖືກຍົກຍ້າຍ.

ທ່ານ ບລິງເກັນ ອະທິບາຍເຖິງສິ່ງທີ່ທ່ານເອີ້ນວ່າ "ສະຖານະການດ້ານມະນຸດສະທໍາທີ່ເປັນຕາຢ້ານຫຼາຍ" ຢູ່ໃນເຂດກາຊາ, ໂດຍອ້າງເຖິງບົດລາຍງານຂອງອົງການສະຫະປະຊາຊາດ ທີ່ວ່າ ປະຊາກອນທັງຫມົດຕ້ອງການການຊ່ວຍເຫຼືອດ້ານມະນຸດສະທໍາ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG