ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ. ບລິງເກັນ ມ້ວນທ້າຍການຢ້ຽມຢາມຝຣັ່ງ ດ້ວຍການກ່າວຢູ່ກອງປະຊຸມ ຂອງອົງການເພື່ອການຮ່ວມມື ແລະພັດທະນາເສດຖະກິດ


ທ. ບລິງເກັນໄປເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີຂອງປະເທດສະມາຊິກ ອົງການເພື່ອການຮ່ວມມື ແລະພັດທະນາເສດຖະກິດ ທີ່ນະຄອນຫລວງປາຣີຂອງຝຣັ່ງ ໃນວັນທີ 5 ຕຸລາ, 2021
ທ. ບລິງເກັນໄປເຂົ້າຮ່ວມກອງປະຊຸມລະດັບລັດຖະມົນຕີຂອງປະເທດສະມາຊິກ ອົງການເພື່ອການຮ່ວມມື ແລະພັດທະນາເສດຖະກິດ ທີ່ນະຄອນຫລວງປາຣີຂອງຝຣັ່ງ ໃນວັນທີ 5 ຕຸລາ, 2021

ຫຼັງຈາກມີການຊຸກຍູ້ໃຫ້ຮັດແໜ້ນການພົວພັນລະຫວ່າງສະຫະລັດກັບຝຣັ່ງແລ້ວ, ລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານແອນໂຕນີ ບລິງເກັນ (Antony Blinken) ກໍໄດ້ສະຫຼຸບການຢ້ຽມຢາມປາຣີລົງໃນວັນພຸດມື້ນີ້ ໂດຍການເຂົ້າຮ່ວມມື້ສຸດທ້າຍຂອງການພົບປະກັນຂັ້ນລັດຖະມົນຕີທີ່ອົງການເພື່ອການຮ່ວມມື ແລະພັດທະນາເສດຖະກິດ ຫລື OECD.

ທ່ານບລິງເກັນ ໄດ້ຍົກໃຫ້ເຫັນສິ່ງທ້າທາຍຫຼາຍຢ່າງໃນຂະນະທີ່ທ່ານກ່າວຢູ່ໃນການເປີດກອງປະຊຸມໃນວັນອັງຄານວານນີ້, ລວມທັງການລະບາດຂອງໄວຣັສໂຄໂຣນາ, ວິກິດການດ້ານດິນຟ້າອາກາດ, ຄວາມບໍ່ສະເໝີພາບ ແລະການວາງກົດລະບຽບສຳລັບໂລກທີ່ກ້າວໜ້າທາງດ້ານເຕັກໂນໂລຈີ.

“ຫຼັກການທີ່ເປັນຈຸດໃຈກາງຂອງອົງການນີ້ ແລະປະຊາທິປະໄຕຂອງພວກເຮົາແມ່ນຖືກທ້າທາຍໂດຍລັດຖະບານຜະເດັດການຂອງບັນດາປະເທດທີ່ໂຕ້ແຍ້ງວ່າ ຮູບແບບຂອງເຂົາເຈົ້າແມ່ນດີກວ່າການຕອບສະໜອງຄວາມຕ້ອງການພື້ນຖານຂອງປະຊາຊົນ. ລັດຖະບານຂອງບາງປະເທດໃນຈໍານວນເຫຼົ່ານີ້ກຳລັງຂຸ້ນຂ້ຽວຫາທາງທຳລາຍການວາງລະບຽບສໍາລັບໂລກທີ່ອີງໃສ່ລະບຽບການທີ່ມີຄວາມສໍາຄັນພື້ນຖານ ໃຫ້ແກ່ຄວາມໝັ້ນຄົງ ແລະຄວາມຈະເລີນຮຸ່ງເຮືອງຂອງປະເທດຂອງພວກເຮົາ ທີ່ມີມາຫຼາຍລຸ້ນຄົນແລ້ວ,” ນັ້ນຄືຄໍາເວົ້າຂອງທ່ານບລິງເກັນ ທີ່ກ່າວໂດຍບໍ່ໄດ້ບອກຊື່ປະເທດຢ່າງສະເພາະເຈາະຈົງ.

ທ່ານບລິງເກັນກ່າວວ່າ ບັນດາປະເທດສະມາຊິກຕ້ອງ “ພິສູດວ່າວິທີການຂອງພວກເຮົາສາມາດເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ…ໃນທຸກປະເທດແລະໃນວິທີທີ່ມີຄວາມສະເໝີພາບກັນຫຼາຍກວ່າທີ່ຜ່ານມາ” ໃນຂະນະທີ່ເຮັດໃຫ້ “ພວກເຮົາເອງມີຄວາມຮັບຜິດຊອບ.”

ນອກເໜືອໄປຈາກວຽກງານສຸດທ້າຍຢູ່ທີ່ກອງປະຊຸມ OECD ໃນວັນພຸດມື້ນີ້ແລ້ວ, ທ່ານບລິງເກັນກໍມີການເຈລະຈາເປັນການຕ່າງຫາກອີກ ກັບລັດຖະມົນຕີການຕ່າງປະເທດອີຕາລີ, ທ່ານລຸຍກີ ດິ ມາຍໂອ (Luigi Di Maio), ລັດຖະມົນຕີການຕ່າງປະເທດສະເປນ, ທ່ານໂຮເຮ ມານູແອລ ອາລບາເຣສ (Jose Manuel Albares) ແລະຮອງປະທານາທິບໍດີໂຄລອມເບຍ ແລະລັດຖະມົນຕີການຕ່າງປະເທດ, ທ່ານນາງມາຕາ ລູເຊຍ ຣາມີເຣສ (Marta Lucia Ramirez).

ພາກສ່ວນທໍາອິດຂອງການເດີນທາງໄປປາຣີຂອງທ່ານ ແມ່ນໄດ້ສຸມໃສ່ການປົວແປງສາຍພົວພັນທີ່ເຄັ່ງຕຶງກັບພັນທະມິດຝຣັ່ງ ຫຼັງຈາກເກີດຂໍ້ຂັດແຍ້ງກັນກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງສະຫະລັດ, ອັງກິດ ແລະອອສເຕຣເລຍ.

ນັ້ນລວມມີການພົບປະກັບປະທານາທິບໍດີເອມມານູແອລ ມາກຣົງຊຶ່ງໃນນັ້ນເຈົ້າໜ້າທີ່ສະຫະລັດຄົນນຶ່ງກ່າວວ່າ ທ່ານບລິງເກັນ ແລະທ່ານມາກຣົງໄດ້ສົນທະນາກ່ຽວກັບໂຄງການຮ່ວມກັນທີ່ທັງສອງຝ່າຍສາມາດປະກາດໄດ້ໃນໄລຍະທີ່ມີການພົບປະກັນໃນທ້າຍເດືອນນີ້ ລະຫວ່າງທ່ານມາກຣົງ ແລະປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG