ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ບລິງເກັນ ຕ້ອງຕິ ຈີນ ກ່ຽວກັບ ການຂາດຄວາມໂປ່ງໃສ ທ່າມກາງ ການທົບທວນ ຕົ້ນກຳເນີດຂອງ COVID-19


ເຈົ້າໜ້າທີ່ຮັກສາຄວາມປອດໄພ ເຕົ້າໂຮມກັນຢູ່ໃກ້ກັບທາງເຂົ້າຂອງສະຖາບັນ ໄວຣັສວິທະຍາ ວູຮານ ໃນລະຫວ່າງການຢ້ຽມຢາມຂອງທີມອົງການອະນາໄມໂລກ, ເມືອງ ວູຮານ, ຈີນ. 3 ກຸມພາ, 2021.
ເຈົ້າໜ້າທີ່ຮັກສາຄວາມປອດໄພ ເຕົ້າໂຮມກັນຢູ່ໃກ້ກັບທາງເຂົ້າຂອງສະຖາບັນ ໄວຣັສວິທະຍາ ວູຮານ ໃນລະຫວ່າງການຢ້ຽມຢາມຂອງທີມອົງການອະນາໄມໂລກ, ເມືອງ ວູຮານ, ຈີນ. 3 ກຸມພາ, 2021.

ສະຫະລັດ ໄດ້ຮື້ຟື້ນການຮຽກຮ້ອງຂອງເຂົາເຈົ້າຄືນໃໝ່ເພື່ອ “ຊອກຫາຄຳອະທິບາຍ” ສຳລັບຕົ້ນກຳເນີດ ຂອງ COVID-19, ໂດຍເລືອກເຟັ້ນ ຈີນ ເພື່ອ ຫັນບັນດາອົງການຈັດຕັ້ງສາກົນມາໃຫ້ຄວາມສົນໃຈຕໍ່ທັດສະຄະຕິ ກ່ຽວກັບ ໂລກຂອງເຂົາເຈົ້າໃນຂະນະທີ່ ສະຫະລັດ ກັບຄືນມາທຳການປະກອບສ່ວນປະຈຳປີຂອງເຂົາເຈົ້າຕໍ່ອົງການອະນາໄມໂລກ.

ໃນວັນຈັນວານນີ້, ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ກ່າວຕໍ່ຄະນະກຳມະການກິດຈະການຕ່າງປະເທດສະພາຕໍ່າວ່າ ສະຫະລັດ ຕ້ອງ “ເຮັດໃຫ້ດີກວ່າ ຈີນ ແລະ ປ້ອງກັນລະບຽບທີ່ອີງໃສ່ກົດເກນສາກົນ”, ເຊິ່ງແມ່ນບູລິມະສິດໄດ້ສະແດງໃຫ້ເຫັນໃນການຂໍງົບປະມານປີ 2022 ຂອງກະຊວງການຕ່າງປະເທດນັ້ນ.

ນັກການທູດ ສະຫະລັດ ຄົນດັ່ງກ່າວໄດ້ໂຈມຕີການຂາດຄວາມໂປ່ງໃສຂອງ ຈີນ ກ່ຽວກັບ ຕົ້ນກຳ ເນີດຂອງໄວຣັສໂຄໂຣນາໃນຂະນະທີ່ປະທານາທິບໍດີ ສະຫະລັດ ໄດ້ສັ່ງໃຫ້ທົບທວນ ແລະ ທຳ ການລາຍງານໃໝ່ 90 ວັນ ກ່ຽວກັບ ຕົ້ນກຳເນີດຂອງ COVID-19.

ທ່ານ ບລິງເຄັນ ໄດ້ກ່າວກ່ອນການອະທິບາຍ ກ່ຽວກັບ ສິ່ງທີ່ ສະຫະລັດ ຈະເຮັດເພື່ອກົດດັນ ຈີນ ສຳລັບການສືບສວນສອບສວນທີ່ໄດ້ຮັບການເຂົ້າເຖິງຢ່າງເຕັມທີ່ວ່າ “ສິ່ງທີ່ພວກເຮົາໄດ້ເຫັນ, ເຊິ່ງແມ່ນຫຼາຍກວ່າຄວາມໂຊກບໍ່ດີ, ສຳລັບສາທາລະນະລັດ ປະຊາຊົນ ຈີນ ນັບຕັ້ງແຕ່ຕອນເລີ່ມຕົ້ນຂອງວິກິດການນີ້ແມ່ນຄວາມລົ້ມແຫຼວທີ່ຈະບັນລຸຄວາມຮັບຜິດຊອບພື້ນຖານໃນແງ່ຂອງການແລກ ປ່ຽນຂໍ້ມູນ ແລະ ສະໜອງການເຂົ້າຫາ.”

ທ່ານໄດ້ກ່າວຕື່ມວ່າ “ອົງການອະນາໄມໂລກແມ່ນມີຄວາມຕ້ອງການທີ່ຈະປະຕິຮູບ, ໂດຍກ່າວຢໍ້າວ່າ ສະຫະລັດ ແມ່ນກຳລັງຈະເຂົ້າຮ່ວມກັບອົງການອະນາໄມໂລກຄືນ ດ້ວຍຄວາມຫວັງທີ່ຈະ “ປ້ອງກັນ, ສືບຫາ ແລະ ຫຼຸດຜ່ອນ” ໂຣກລະບາດໃນຄັ້ງຕໍ່ໄປ.

ໃນນະຄອນ ເຈນີວາ, ເຈົ້າໜ້າທີ່ອາວຸໂສ ອົງການອະນາໄມໂລກຄົນນຶ່ງໄດ້ກ່າວວ່າ ອົງການດັ່ງກ່າວບໍ່ສາມາດບັງຄັບລັດຖະບານ ຈີນ ໃຫ້ສະໜອງຂໍ້ມູນເພີ່ມເຕີມ ກ່ຽວກັບ ຕົ້ນກຳເນີດຂອງໄວຣັສ ໂຄໂຣນາ.

ອົງການຂ່າວ ຣອຍເຕີ ໄດ້ລາຍງານວ່າ ທ່ານ ໄມຄ໌ ຣາຍອັນ ຜູ້ອຳນວຍການໃຫຍ່ໂຄງການສຸກ ເສີນຂອງອົງການດັ່ງກ່າວ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນຈັນວານນີ້ວ່າ “ອົງການອະນາໄມໂລກບໍ່ມີອຳນາດທີ່ຈະບັງຄັບໃຜ ກ່ຽວກັບ ບັນຫານີ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG