ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເກັນ ສິ້ນສຸດການເດີນທາງໄປຕາເວັນອອກກາງ ຄັ້ງຫຼ້າສຸດ ແລະ ກ່າວວ່າຄວາມຂັດແຍ້ງໃນເຂດກາຊາ ຈະຕ້ອງຢຸດຕິລົງ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ ໂອ້ລົມກັບສື່ມວນຊົນ ກ່ອນຂຶ້ນເຮືອບິນ ເພື່ອເດີນທາງກັບມາວໍຊິງຕັນ, ຫຼັງຈາກການເດີນທາງເປັນເວລາ ນຶ່ງອາທິດ ໂດຍມີຈຸດປະສົງເພື່ອຜ່ອນຄາຍຄວາມເຄັ່ງຕຶງໃນທົ່ວພາກຕາເວັນອອກກາງ, ໃນນະຄອນຫຼວງໄຄໂຣ, ອີຈິບ, ວັນທີ 11 ມັງກອນ 2024.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ ໂອ້ລົມກັບສື່ມວນຊົນ ກ່ອນຂຶ້ນເຮືອບິນ ເພື່ອເດີນທາງກັບມາວໍຊິງຕັນ, ຫຼັງຈາກການເດີນທາງເປັນເວລາ ນຶ່ງອາທິດ ໂດຍມີຈຸດປະສົງເພື່ອຜ່ອນຄາຍຄວາມເຄັ່ງຕຶງໃນທົ່ວພາກຕາເວັນອອກກາງ, ໃນນະຄອນຫຼວງໄຄໂຣ, ອີຈິບ, ວັນທີ 11 ມັງກອນ 2024.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ກ່າວໃນວັນພະຫັດວານນີ້ວ່າ ການເຮັດວຽກຂອງອິສຣາແອລ ກັບປະເທດເພື່ອນບ້ານອາຣັບ ໃນພາກພື້ນຕາເວັນອອກກາງ ເພື່ອແຜ້ວທາງ ໃຫ້ລັດປາແລັສໄຕນ໌ ແມ່ນເປັນວິທີທີ່ມີປະສິດທິພາບທີ່ສຸດ ໃນການໂດດດ່ຽວອີຣ່ານ.

ກ່ອນທີ່ຈະອອກຈາກ​ນະ​ຄອນ​ຫຼວງໄຄໂຣ, ບ່ອນທີ່ທ່ານໄດ້ເຈລະຈາກັບປະທາ ນາທິບໍດີອີຈິບ ທ່ານ ອັບເດລ ພັດດາ ແອລ-ຊິສຊີ (Abdel Fattah el-Sissi), ທ່ານ ບລິງເກັນ ກ່າວວ່າ, "ມີເສັ້ນທາງທີ່ນໍາເອົາຄວາມຕ້ອງການແລະຄວາມປາດຖະຫນາຂອງອິສຣາແອລ ໃນການເຊື່ອມໂຍງກັບພາກພື້ນ ແລະຄວາມໝັ້ນຄົງຢ່າງແທ້ຈິງ, ລວມທັງຄວາມປາຖະຫນາຂອງຊາວປາແລັສໄຕນ໌ ໃນການມີລັດຂອງພວກເຂົາເອງ.”

ທ່ານ ບລິງເກັນ ກ່າວ​ວ່າ “ນັ້ນ​ແມ່ນ​ວິ​ທີ​ທີ່​ດີ​ທີ່​ສຸດວິທີ​ດຽວ ໃນການ​ເຊື່ອມ​ໂຍງ, ຄວາມໝັ້ນຄົງ, ລັດ​ປາ​ແລັສໄຕ​ນ໌ ເພື່ອ​ແຍກ ແລະ​ກີດກັ້ນອີຣ່ານ ແລະ ​ການດຳເນີນການຕ່າງໆ ທີ່ອີຣ່ານດຳເນີນການຜ່ານພວກຕົວແທນຂອງພວກເຂົາ”. "ຂ້າພະເຈົ້າຄິດວ່າວິໄສທັດນັ້ນແມ່ນຈະແຈ້ງ ແຕ່ສໍາລັບພວກເຮົາທີ່ຈະກ້າວຕໍ່ໄປ, ເພື່ອໃຫ້ມັນໄດ້ເລີ່ມຕົ້ນຢ່າງແທ້ຈິງ, ຄວາມຂັດແຍ້ງໃນ ເຂດກາຊາ ຈະຕ້ອງສິ້ນສຸດລົງ. ນັ້ນແມ່ນສິ່ງທີ່ສຳຄັນ.”

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ໄດ້​ປະ​ຕິ​ເສດ​ຢ່າງໜັກແໜ້ນ​ຕໍ່​ການ​ແກ້​ໄຂ​ບັນຫາສອງ​ລັດ.

ນະຄອນຫຼວງໄຄໂຣ ເປັນບ່ອນຢຸດແວ່ທີ 10 ແລະບ່ອນແວ່ສຸດທ້າຍໃນພາລະ ກິດການທູດ 7 ມື້ຂອງ ທ່ານ ບລິງເກັນ, ໂດຍສຸມໃສ່ການຄວບຄຸມສົງຄາມເຂດກາຊາ, ການເພີ່ມທະວີການຊ່ວຍເຫຼືອດ້ານມະນຸດສະທໍາ, ການຮັບປະກັນການປົກປ້ອງພົນລະເຮືອນ, ແລະການປ່ອຍຕົວປະກັນທີ່ຍັງເຫຼືອໂດຍກຸ່ມຫົວຮຸນແຮງ ຮາມາສ.

​ໃນ​ຕອນ​ເຊົ້າ​ວັນ​ພະຫັດ​ວານ​ນີ້, ທ່ານ ບລິງເກັນ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ຮ່ວມ​ມື​ຂອງ​ອີ​ຈິບ​ໃນ​ການ​ໃຫ້ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ໃຫ້​ແກ່​ຊາວ​ປາ​ແລັສ​ໄຕ​ນ໌ ຢູ່​ເຂດກາຊາ.

“ທ່ານລັດຖະມົນຕີ ບລິງເກັນ ແລະທ່ານປະທານາທິບໍດີ ແອລ-ຊິສຊີ (El Sissi) ໄດ້ປຶກສາຫາລື ກ່ຽວກັບຄວາມພະຍາຍາມຢ່າງຕໍ່ເນື່ອງ ເພື່ອຮັບປະກັນການປ່ອຍຕົວບັນດາຕົວປະກັນທີ່ຍັງເຫຼືອທັງຫມົດ. ລັດຖະມົນຕີການຕ່າງປະ ເທດ ໄດ້​ກ່າວ​ຢ້ຳຄືນ​ຄຳ​ໝັ້ນ​ສັນຍາ​ຂອງ​ສະຫະລັດ ທີ່​ຈະ​ຮັບປະກັນວ່າ​ໃຫ້​ຊາວ​ປາ​ແລັສ​ໄຕ​ນ໌ ​ຢູ່​ໃນເຂດ​ກາຊາ ຈະ​ບໍ່​ຖືກ​ບັງຄັບ​ໃຫ້​ອົບ​ພະຍົບ ​ແລະ​ເພື່ອໃຫ້ບັນລຸ​ສັນຕິພາບ​ໃນ​ພາກ​ພື້ນ ທີ່​ຮັບປະກັນ​ຄວາມ​ໝັ້ນຄົງ​ຂອງ​ອິສຣາ​ແອ​ລ ​ແລະ​ຊຸກຍູ້​ການ​ສ້າງ​ລັດ​ປາ​ແລັສ​ໄຕ​ນ໌, ກະຊວງການຕ່າງປະເທດ ລະບຸ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG