ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ຈະພົບປະກັບປະທານາທິບໍດີອີຈິບ ທ່ານອັບເດລ ຟາທາ ເອລ-ຊິສຊີ (Abdel Fattah el-Sissi) ໃນວັນພະຫັດມື້ນີ້ ທ່າມກາງຄວາມພະຍາຍາມທີ່ຈະຄວບຄຸມສົງຄາມ ລະຫວ່າງອິສຣາແອລ ແລະ ກຸ່ມຮາມາສ ຢູ່ໃນແຫຼມກາຊາ ພ້ອມທັງໃຫ້ມີການປ່ອຍໂຕປະກັນທີ່ຍັງເຫຼືອຢູ່ ເຊິ່ງຖືກຄວບຄຸມໂດຍກຸ່ມຫົວຮຸນແຮງ ໃນຂົງເຂດກາຊາ.
ອີຈິບ ມີບົດບາດສຳຄັນ ໃນການໄກ່ເກ່ຍການຢຸດຍິງຊົ່ວຄາວກ່ອນໜ້ານັ້ນ ໃນຂະນະທີ່ກຸ່ມຮາມາສ ປ່ອຍໂຕປະກັນຫຼາຍກວ່າ 100 ຄົນ ແລະ ອິສຣາແອລ ໄດ້ປ່ອຍໂຕນັກໂທດຊາວປາແລັສໄຕນ໌ຈໍານວນ 240 ຄົນ.
ພົນເອກບໍານານ ເຄັນເນັດທ໌ “ແຟຣັງ” ແມັກເຄັນຊີ (Kenneth "Frank" McKenzie), ອະດີດຜູ້ບັນຊາການກຳລັງສະຫະລັດໃນພາກຕາເວັນອອກກາງ
ໄດ້ສະແດງຄວາມຄິດເຫັນໃນທິດທາງທີ່ບໍ່ຄ່ອຍດີປານໃດໃນລະຫວ່າງກອງປະ ຊຸມ ເວບິນາ (webinar) ໃນວັນພຸດວານນີ້.
ທ່ານກ່າວວ່າ "ຂ້າພະເຈົ້າຄິດວ່າ ມັນຈະເປັນການຍາກຫຼາຍທີ່ຈະເອົາໂຕປະກັນທີ່ຍັງເຫຼືອຢູ່ກັບຄືນມາ. ນັ້ນຄືສິ່ງສຸດທ້າຍທີ່ພວກກຸ່ມຮາມາສມີ, ຂ້າພະເຈົ້າບໍ່ໄດ້ມອງເຫັນວ່າ ພວກເຮົາຈະໄດ້ໂຕປະກັນເຫຼົ່ານີ້ ກັບຄືນມາຫຼາຍເລີຍ."
ການໂອ້ລົມສົນທະນາຢູ່ນະຄອນຫຼວງໄຄໂຣໃນວັນພະຫັດມື້ນີ້ ມີຂຶ້ນນຶ່ງມື້ລຸນຫຼັງ ທ່ານບລິງເກັນ ພົບປະກັບປະທານາທິບໍດີປາແລັສໄຕນ໌ ທ່ານມາມູດ ອັບບາສ ໃນພາກຕາເວັນຕົກຂອງແມ່ນໍ້າຈໍແດນ, ແລະ ທ່ານອັບບາສກໍໄດ້ຈັດການເຈລະ ຈາ ກັບ ທ່ານຊິສຊີ ແລະກະສັດອັບດຸລລາ ທີ 2 ຂອງຈໍແດນ ຫຼັງຈາກນັ້ນ.
ບັນດາຜູ້ນຳຂອງ ຈໍແດນ, ອີຈິບ ແລະ ປາແລັສໄຕນ໌ ໄດ້ອອກຖະແຫຼງການຮ່ວມສະບັບນຶ່ງ ໂດຍຮຽກຮ້ອງໃຫ້ປະຊາຄົມໂລກຈົ່ງສືບຕໍ່ກົດດັນໃຫ້ມີການຢຸດຍິງຢູ່ຂົງເຂດກາຊາໃນທັນທີ ແລະເພື່ອປົກປ້ອງພົນລະເຮືອນຊາວປາແລັສໄຕນ໌. ບັນດາຜູ້ນຳຍັງໄດ້ເນັ້ນຢ້ຳເຖິງຄວາມຈຳເປັນຂອງຊາວປາແລັສໄຕນ໌ທີ່ບໍ່ມີບ່ອນຢູ່ອາໄສ ໃຫ້ພວກເຂົາເຈົ້າສາມາດກັບຄືນໄປ ບ້ານເຮືອນຂອງພວກເຂົາໄດ້ ຢູ່ໃນເຂດກາຊາ, ແລະພວກເຂົາເຈົ້າໄດ້ປະຕິເສດ ຕໍ່ຄວາມພະຍາຍາມຂອງອິສຣາແອລທີ່ຈະຢຶດຄອງບາງສ່ວນຂອງດິນແດນແຫ່ງນັ້ນຄືນໃໝ່ ພາຍຫຼັງສົງຄາມ.
ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ກ່າວໃນລະຫວ່າງການກ່າວຄຳປາໄສທາງໂທລະພາບໃນຕອນແລງວັນພຸດວານນີ້ວ່າ ອິສຣາແອລ "ບໍ່ມີເຈດຕະນາທີ່ຈະຢຶດຄອງຂົງເຂດກາຊາ ຢ່າງເປັນການຖາວອນ ຫຼື ຍົກຍ້າຍ ພົນລະເຮືອນຂອງພວກເຂົາ."
ຟໍຣັມສະແດງຄວາມຄິດເຫັນ