ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບລິງເກັນ ກ່າວວ່າ ດ່ານຊາຍແດນຣາຟາ ຈະເປີດຄືນໃໝ່ ແລະ ກຳລັງດຳເນີນການ ໃນການຈັດສົ່ງການຊ່ວຍເຫຼືອ


ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວຕໍ່ບັນດານັກຂ່າວ ກ່ອນເດີນທາງອອກຈາກນະຄອນຫຼວງໄຄໂຣ, ອີຢິບ ເພື່ອເດີນທາງໄປປະເທດຈໍແດນ ໃນວັນທີ 15 ຕຸລາ 2023.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວຕໍ່ບັນດານັກຂ່າວ ກ່ອນເດີນທາງອອກຈາກນະຄອນຫຼວງໄຄໂຣ, ອີຢິບ ເພື່ອເດີນທາງໄປປະເທດຈໍແດນ ໃນວັນທີ 15 ຕຸລາ 2023.

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານ ແອນໂທນີ ບລິງເກັນ ກ່າວໃນ ວັນອາທິດວານນີ້ວ່າ ຈຸດຜ່ານແດນເຂົ້າໄປໃນເຂດກາຊາ ທີ່ອີຢິບ ຄວບຄຸມ ຈະເປີດຄືນໃຫມ່ ແລະ ສະຫະລັດ ກໍາລັງດຳເນີນການຮ່ວມກັບອີຢິບ, ອິສຣາແອລ ແລະ ສະຫະປະຊາຊາດເພື່ອຂໍການຊ່ວຍເຫຼືອຜ່ານດ່ານດັ່ງກ່າວ.

ການຊ່ວຍເຫຼືອຫຼາຍຮ້ອຍໂຕນຈາກຫຼາຍປະເທດໄດ້ລໍຖ້າຢູ່ໃນແຫຼມຊີໄນ (Sinai) ຂອງອີຢິບເປັນເວລາຫຼາຍມື້ແລ້ວ, ໂດຍຢູ່ລະຫວ່າງການລໍຖ້າຂໍ້ຕົກລົງໃນ ການຈັດສົ່ງທີ່ປອດໄພໄປເຂດກາຊາ ແລະການຍົກຍ້າຍຜູ້ຖືຫນັງສືຜ່ານແດນ ຕ່າງປະເທດບາງສ່ວນ ຜ່ານທາງດ່ານຣາຟາ (Rafah).

ອີ​ຢິບ​ກ່າວ​ວ່າ ຕົນ​ໄດ້​ເພີ່ມ​ທະວີ​ຄວາມ​ພະຍາຍາມ​ທາງ​ການ​ທູດ​ເພື່ອແກ້​ໄຂ​ການ​ບໍ່​ສາ​ມາດ​ຕົກ​ລົງ​ກັນ​ໄດ້.

"ພວກເຮົາໄດ້ດຳເນີນການແລ້ວ, ອີຢິບ ໄດ້ໃຫ້ການສະໜັບສະໜູນດ້ານວັດຖຸ ຫຼາຍດ້ານ ໃຫ້ແກ່ປະຊາຊົນໃນເຂດກາຊາ, ແລະ ດ່ານຣາຟາ ຈະເປີດຄືນໃໝ່ ອີກຄັ້ງ," ທ່ານ ບລິງເກັນ ກ່າວຕໍ່ບັນດານັກຂ່າວ ໃນນະຄອນຫຼວງໄຄໂຣ ຫຼັງຈາກສິ່ງທີ່ທ່ານເອີ້ນວ່າເປັນ "ການສົນທະນາທີ່ດີຫຼາຍ" ກັບປະທານາທິບໍດີອີຢິບ ທ່ານອັບແດລ ຟັຕຕາ ແອລ-ຊິສຊີ (Abdel Fattah el-Sissi) .

"ພວກເຮົາ ກຳລັງດຳເນີນງານຮ່ວມກັນກັບສະຫະປະຊາຊາດ, ກັບອີຢິບ, ກັບ ອິສຣາແອລ, ກັບປະເທດອື່ນໆ - ເພື່ອເປັນກົນໄກໃນການຮັບການຊ່ວຍເຫຼືອ ແລະສົ່ງມອບໃຫ້ຜູ້ທີ່ຕ້ອງການມັນ," ທ່ານໄດ້ກ່າວເສີມ.

ໃນວັນອາທິດ, ສະຫະລັດໄດ້ແຕ່ງຕັ້ງອະ​ດີດ​ນັກການ​ທູດ ທ່ານເດວິດ ແຊັດເທີຟີລ (David Satterfield) ເປັນທູດພິເສດດ້ານບັນຫາມະນຸດສະທໍາ ຕາເວັນອອກກາງ ເພື່ອນໍາພາການຕອບສະ​ໜອງຂອງ ສະຫະລັດ ຕໍ່ວິກິດການ ດ້ານມະນຸດສະທໍາໃນເຂດກາຊາ.

ທ່ານແອລ-ຊິສຊີ (El-Sissi) ບອກກັບທ່ານ ບລິງເກັນ (Blinken) ຜູ້ທີ່ຢູ່ລະຫວ່າງການຢ້ຽມຢາມທາງການທູດໃນຕາເວັນອອກກາງ ວ່າ ອິສຣາແອລ ໄດ້ຕອບໂຕ້ແບບບໍ່ສົມສ່ວນດ້ວຍການໂຈມຕີທີ່ຫນັກຫນ່ວງທີ່ສຸດເທົ່າທີ່ເຄີຍມີມາ ເພື່ອຕອບໂຕ້ຕໍ່ການບຸກໂຈມຕີທີ່ຮ້າຍກາດຂອງກຸ່ມຮາມາສ ໃນວັນທີ 7 ຕຸລາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG