ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເກັນ ກ່າວວ່າ ເປີດປະຕູແມ່ນ​ເປີດກວ້າງ ສຳ​ລັບນິວຊີແລນ 'ເຂົ້າຮ່ວມ' ໃນສົນທິສັນຍາ ອໍ-ກັສ


​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ຈາ​ກາ​ຕ້າ ປະ​ເທດ​ອິນ​ໂດ​ເນ​ເຊ ເມື່ອ​ວັນ​ທີ 14 ກໍ​ລະ​ກົດ 2023.
​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ຈາ​ກາ​ຕ້າ ປະ​ເທດ​ອິນ​ໂດ​ເນ​ເຊ ເມື່ອ​ວັນ​ທີ 14 ກໍ​ລະ​ກົດ 2023.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານແອນໂທນີ ບລິງເກັນ (Antony Blinken) ​ໃນ​ວັນ​ພະຫັດນີ້ ​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ເປັນ​ໄປ​ໄດ້ ​ຂອງ​ນິວຊີ​ແລນ ​ແລະ​ປະ​ເທດ​ອື່ນໆ ຈະ​ເຂົ້າ​ຮ່ວມ​ໃນ​ສົນທິສັນຍາ​ດ້ານ​ປ້ອງ​ກັນ​ປະ​ເທດ ອໍ-ກັສ (AUKUS) ຊຶ່ງ​ເປັນ​ການ​ຮ່ວມ​ມື​ທີ່ອາດສ້າງຄວາມບໍ່ພໍໃຈໃຫ້ກັບຈີນ ທີ່ເປັນຄູ່ ການຄ້າທີ່ສຳຄັນ ຂອງ ເວລລິງຕັນ (Wellington).

“ປະຕູ​ນີ້ເປີດ​ກວ້າງ​ຫຼາຍ​ສຳລັບ​ນິວຊີ​ແລນ ​ແລະ ບັນດາພັນທະມິດ​ອື່ນໆ ​ໃນການມີສ່ວນຮ່ວມຕາມທີ່ເຫັນວ່າເໝາະສົມ ໃນຕໍ່ໜ້າ,”ທ່ານບລິງເກັນ (Blinken) ໄດ້ກ່າວ​ ​ໃນ​ຂະນະ​ທີ່ເວລລິງຕັນ (Wellington) ພິຈາລະນາ​ຄວາມ​ຮ່ວມ​ມື​ໃນ​ດ້ານທີ່ບໍ່ແມ່ນນິວເຄລຍ ຂອງ​ຂໍ້ຕົກລົງການຮ່ວມມື ອອສເຕຣເລຍ - ອັງກິດ - ສະຫະລັດ.

ນາຍົກລັດຖະມົນຕີນິວຊີແລນ ທ່ານຄຣິສ ຮິບກິນສ໌ (Chris Hipkins) ກ່າວໃນວັນພຸດວານນີ້ວ່າ ນິວຊີແລນ “ເປີດກ້ວາງສຳລັບການສົນທະນາ” ກ່ຽວກັບບົດບາດທີ່ເປັນໄປໄດ້ໃນອໍ-ກັສ (AUKUS), ຕາບໃດທີ່ມັນບໍ່ກ່ຽວຂ້ອງກັບການພັດທະນາເຮືອດຳນ້ຳ ທີ່ໃຊ້ພະລັງງານນິວເຄລຍ.

ນິວຊີແລນ ເປັນ​ປະ​ເທດ​ປອດນິວເຄລຍ ຕັ້ງແຕ່ກາງຊຸມປີ 1980 ເປັນຕົ້ນມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG