ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບລິງເກັນ ຊຸກຍູ້ໃຫ້ເກີດຄວາມກ້າວໜ້າໃນການຢຸດຍິງ ໃນການເຈລະຈາ ຢູ່ອີຈິບ ແລະ ກາຕາ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ມາຮອດ ເພື່ອຂຶ້ນເຮືອບິນ ຢູ່ສະໜາມບິນສາກົນ ຄິງ ຄາລີດ ໃນ ຣີຢາດ ປະເທດຊາອຸດີ ອາຣາເບຍ ວັນທີ 6 ກຸມພາ 2024.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ມາຮອດ ເພື່ອຂຶ້ນເຮືອບິນ ຢູ່ສະໜາມບິນສາກົນ ຄິງ ຄາລີດ ໃນ ຣີຢາດ ປະເທດຊາອຸດີ ອາຣາເບຍ ວັນທີ 6 ກຸມພາ 2024.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານແອນໂທນີ ບລິງເກັນ ພົບປະກັບຜູ້ນຳອີຈິບ ແລະກາຕາ ໃນວັນອັງຄານມື້ນີ້ ທ່າມກາງການຊຸກຍູ້ໃຫ້ມີການຢຸດຍິງຊົ່ວຄາວຄັ້ງໃໝ່ ຢູ່ໃນເຂດກາຊາ ແລະການເພີ້ມການຊ່ວຍເຫລືອດ້ານມະນຸດສະທຳໃຫ້ແກ່ພົນລະເຮືອນ ປາແລັສໄຕນ໌.

ໃນນະຄອນຫຼວງໄຄໂຣ, ທ່ານບລິງເກັນ ມີກຳນົດການ​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຈິບ ທ່ານ ອັບເດລ ພັດຕາ ແອລ-ຊິສຊີ (Abdel Fattah el-Sissi) ກ່ອນ​ທີ່​ຈະ​ເດີນ​ທາງ​ໄປ​ ໂດຮາ ເພື່ອ​ພົບ​ປະ​ກັບກະສັດຜູ້ປົກຄອງ ​ຊີກ ຕາມິມ ບິນ ຮາມາດ ອາລ ທານີ (Sheikh Tamim bin Hamad Al Thani), ແລະ ນາຍົກລັດຖະມົນຕີ ກາ​ຕາ ທ່ານ ໂມຮຳເໝັດ ບິນ ອັບດູລຣາມານ ອາລ-ທານີ (Mohammed bin Abdulrahman Al-Thani).

ສະຫະລັດ, ອີ​ຈິບ ​ແລະ ກາ​ຕາ ​ໄດ້​ຊ່ວຍ​ສ້າງ​ຂໍ້​ສະ​ເໜີການ​ຢຸດ​ຍິງ ​ທີ່ກຳລັງຢູ່ພາຍໃຕ້ການ​ພິຈາລະນາ, ​ເຊິ່ງລວມເຖິງ​ການ​ຢຸດການສູ້ລົບ​ທີ່​ແກ່ຍາວ​ເປັນ​ເວລາ​ຫຼາຍ​ອາທິດ ​ແລະການ​ປ່ອຍ​ຕົວ ​ຕົວ​ປະກັນ​ທີ່ກຸ່ມຮາມາສ ຈັບໄວ້ໃນເຂດກາຊາ.

ເຈົ້າ​ໜ້າ​ທີ່​ອະວຸ​ໂສ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ “​ໃນ​ປັດ​ຈຸ​ບັນນີ້ ພັນທະ​ແມ່ນ​ຢູ່ໃນມືຂອງກຸ່ມຮາມາສ. ເຈົ້າ​ໜ້າ​ທີ່​ຄົນດັ່ງກ່າວ ຍັງກ່າວ​ວ່າ ອີ​ຈິບ​ແລະ​ກາ​ຕາ​ໄດ້​ຊຸກ​ຍູ້ໃຫ້ກຸ່ມຮາມາສ ​ຮັບ​ເອົາ​ສິ່ງ​ທີ່​ສະ​ຫະ​ລັດເອີ້ນ​ວ່າ​ເປັນ “ຂໍ້​ສະ​ເໜີ​ທີ່ແຂງແກ່ນ ແລະ ​ໜ້າສົນໃຈ” ແຕ່​ໃນທ້າຍ​ທີ່​ສຸດ​ແລ້ວ ກຸ່ມຮາມາສ ກໍຕ້ອງໄດ້​ຕັດ​ສິນ​ໃຈ.

ການ​ຢຸດ​ຍິງ​ຊົ່ວຄາວ​ກ່ອນ​ໜ້າ​ນີ້ ​ໃນ​ທ້າຍ​ເດືອນ​ພະຈິກທີ່​ຜ່ານ​ມາ​ ມີຂຶ້ນ​ເປັນ​ເວ ລາ 1 ອາທິດ ​ແລະ​ໄດ້ສົ່ງຜົນໃຫ້ມີການປ່ອຍ​ຕົວ​ປະກັນ​ຫຼາຍ​ກວ່າ 100 ຄົນ​ອອກຈາກ​ເຂດ​ກາຊາ ​ແລະ​ນັກ​ໂທດ​ປາ​ແລັສໄຕນ໌ 240 ຄົນ ​ທີ່​ອິສຣາ​ແອລຈັບໄວ້.

ທ່ານບລິງເກັນ ໄດ້ເລີ່ມຕົ້ນການເດີນທາງຂອງທ່ານ ໃນວັນຈັນ ຢູ່ໃນ ຊາອຸດີ ອາຣາເບຍ (Saudi Arabia). ນອກຈາກນີ້, ທ່ານຍັງມີກຳນົດຢຸດແວ່ຢູ່​ທີ່ອິສຣາແອລ ແລະເ​ວັສແບ້ງ ທີ່ຍຶດຄອງໂດຍອິສຣາແອລ.

ທ່ານ ບລິງເກັນ ໄດ້ມີການເຈລະຈາກັບອົງມົງກຸດຣາຊະກຸມມານ ແລະນາຍົກ ລັດຖະມົນຕີ ຊາອຸດີ ອາຣາເບຍ ໂມຮຳເມັດ ບິນ ຊາລມານ (Mohammed bin Salman) ໃນຣີຢາດ (Riyadh), ເຊິ່ງກະຊວງການຕ່າງປະເທດກ່າວວ່າບັນດາເຈົ້າຫນ້າທີ່ໄດ້ປຶກສາຫາລື ກ່ຽວກັບການປະສານງານໃນພາກພື້ນ ເພື່ອນຳມາເຊິ່ງ "ການສິ້ນສຸດຂອງວິກິດການໃນເຂດ ກາຊາ ທີ່ຍືນຍົງ ທີ່ຈະສ້າງສັນຕິພາບ ແລະຄວາມໝັ້ນຄົງທີ່ຍືນຍົງສໍາລັບຊາວ ອິສຣາແອລ ແລະ ຊາວປາແລັສໄຕນ໌."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG