ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເກັນ ກຽມພ້ອມ ສຳລັບ ການເຈລະຈາ ກັບຈີນ ທີ່ອາດເປັນໄປໄດ້ ໃນລະຫວ່າງການເດີນທາງໄປຢູໂຣບ


ແຟ້ມພາບ - ລັດຖະມົນຕີການຕ່າງປະເທດສະຫະລັດ ແອນໂຕນີ ບລິງເກັນ, ຂວາ, ຈັບມືກັບທ່ານຫວັງ ຢີ ໃນເວລານັ້ນ ເປັນລັດຖະມົນຕີການຕ່າງປະເທດຂອງຈີນ ໃນລະຫວ່າງ ການພົບປະຢູ່ທີ່ຣີສອດ ນູຊາ ດູອາ (Nusa Dua) ໃນເກາະບາລີ ຂອງອິນໂດເນເຊຍ, ວັນທີ 9 ກໍລະກົດ 2022.
ແຟ້ມພາບ - ລັດຖະມົນຕີການຕ່າງປະເທດສະຫະລັດ ແອນໂຕນີ ບລິງເກັນ, ຂວາ, ຈັບມືກັບທ່ານຫວັງ ຢີ ໃນເວລານັ້ນ ເປັນລັດຖະມົນຕີການຕ່າງປະເທດຂອງຈີນ ໃນລະຫວ່າງ ການພົບປະຢູ່ທີ່ຣີສອດ ນູຊາ ດູອາ (Nusa Dua) ໃນເກາະບາລີ ຂອງອິນໂດເນເຊຍ, ວັນທີ 9 ກໍລະກົດ 2022.

ສະຫະລັດກຳລັງກຽມພ້ອມສຳລັບການພົບປະທີ່ອາດເປັນໄປໄດ້ ລະຫວ່າງ ລັດ ຖະມົນຕີການຕ່າງປະເທດ ທ່ານແອນໂຕນີ ບລິງເກັນ ແລະນັກການທູດຂັ້ນສູງຂອງຈີນ ທ່ານຫວັງ ຢີ ໃນລະຫວ່າງກອງປະຊຸມດ້ານຄວາມໝັ້ນຄົງລະດັບພູມິພາກ ຢູ່ໃນຢູໂຣບ ໃນວັນສຸກມື້ອື່ນນີ້ ເຊິ່ງແຫລ່ງຂ່າວດ້ານການທູດ ໄດ້ຢັ້ງຢືນຕໍ່ວີໂອເອ ໃນເງື່ອນໄຂທີ່ບໍ່ເປີດເຜີຍຊື່.

ການພົບປະຢູ່ນອກກອງປະຊຸມດ້ານຄວາມໝັ້ນຄົງມິວນິກ ອາດເປັນຄັ້ງທຳອິດຂອງການເຈລະຈາແບບເຊິ່ງໜ້າ ລະຫວ່າງນັກການທູດຂັ້ນສູງທັງສອງທ່ານ ນັບຕັ້ງແຕ່ ສະຫະລັດຍິງບາລລູນສອດແນມຂອງຈີນລົງ ເມື່ອຕົ້ນເດືອນນີ້. ເຫດການນີ້ ໄດ້ສົ່ງຜົນໃຫ້ ທ່ານບລິງເກັນ ເລື່ອນແຜນການເດີນທາງໄປຍັງນະຄອນຫຼວງປັກກິ່ງ ອອກໄປ.

ທ່ານບລິງເກັນ ໄດ້ກ່າວຕໍ່ທ່ານຫວັງ ຢີ ຜ່ານທາງໂທລະສັບໃນວັນທີ 3 ກຸມພາ ວ່າ ບາລລູນສອດແນມ ເຊິ່ງໄດ້ລອຍຂ້າມທະວີບຂອງສະຫະລັດ ເປັນ “ການກະທຳທີ່ຂາດຄວາມຮັບຜິດຊອບ ແລະການລະເມີດທີ່ຈະແຈ້ງຕໍ່ອະທິປະໄຕຂອງສະຫະລັດ ແລະກົດໝາຍສາກົນທີ່ບ່ອນທຳລາຍ ວັດຖຸປະສົງ” ໃນການເດີນ ທາງຂອງທ່ານບລິງເກັນ.

ຈີນ ໄດ້ກ່າວວ່າ ມັນເປັນບາລລູນດ້ານສະພາບອາກາດ ທີ່ໄດ້ຖືກພັດອອກຈາກເສັ້ນທາງ ແລະໃນເວລາຕໍ່ມາໄດ້ກ່າວຫາວ່າ ສະຫະລັດດຳເນີນການສົ່ງບາລລູນຫຼາຍກວ່າ 10 ໜ່ວຍບິນຂ້າມຈີນ ນັບຕັ້ງແຕ່ເດືອນພຶດສະພາ 2022 ເປັນຕົ້ນມາ. ສະຫະລັດໄດ້ປະຕິເສດຕໍ່ທັງສອງຂໍ້ກ່າວອ້າງດັ່ງກ່າວ.

ບັນດາເຈົ້າໜ້າທີ່ສະຫະລັດ ກ່າວວ່າ ການບໍ່ຍອມລົມກັບ ທຳນຽບຫ້າແຈຊຶ່ງເປັນຄູ່ຕຳແໜ່ງຂອງກອງທັບຈີນ ຫຼັງຈາກທີ່ບາລລູນໄດ້ຖືກຍິງຕົກ ເມື່ອອາທິດແລ້ວນີ້ ເປັນສະພາບການທີ່ອັນຕະລາຍ.

ບັນດາເຈົ້າໜ້າທີ່ອະວຸໂສຂອງສະຫະລັດໄດ້ກ່າວວ່າ ການເປີດສາຍຕິດຕໍ່ສື່ສານລະຫວ່າງທັງສອງປະເທດ ແມ່ນສຳຄັນຍິ່ງເພື່ອຫລີກເວັ້ນຂໍ້ຂັດແຍ້ງທີ່ບໍ່ຕັ້ງໃຈ ໂດຍສະເພາະໃນເວລາຂອງຄວາມເຄັ່ງຕຶງ.

ເຖິງຢ່າງໃດກໍຕາມ ບັນດາເຈົ້າໜ້າທີ່ ໃນວັນພຸດວານນີ້ ບໍ່ເຕັມໃຈທີ່ຈະຢັ້ງຢືນວ່າ ທ່ານບລິງເກັນ ຈະພົບປະກັບຄູ່ຕຳແໜ່ງຈາກຈີນ ໃນອາທິດນີ້.

“ຂ້າພະເຈົ້າ ບໍ່ມີຫຍັງທີ່ຈະປະກາດໃນມື້ນີ້” ຮອງລັດຖະມົນຕີການຕ່າງປະເທດ ທ່ານນາງ ເວັນດີ ເຊີແມນ ໄດ້ກ່າວໃນລະຫວ່າງງານລ້ຽງຢູ່ທີ່ສະຖາບັນບຣຸກກິງສ໌ (Brookings Institute) ເມື່ອໄດ້ຖືກຖາມກ່ຽວກັບຄວາມເປັນໄປໄດ້ ໃນການພົບປະກັນລະຫວ່າງ ທ່ານບລິງເກັນ ແລະທ່ານຫວັງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG