ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານບລິງເຄັນ ໂຈະການເດີນທາງ ໄປປະເທດໄທ ຫຼັງຈາກສະມາຊິກໜ່ວຍຂ່າວຄົນນຶ່ງ ກວດພົບໂຄວິດ-19


ທ່ານແອນໂທນີ ບລິງເຄັນ ລັດຖະມົນຕີຕ່າງປະເທດສະຫະລັດ ເດີນທາງໄປເຖິງສະໜາມບິນ ຊູບັງ ໃນ​ນະ​ຄອນກົວລາລຳເປີ ປະເທດມາເລເຊຍ ວັນທີ 14 ທັນວາ 2021.
ທ່ານແອນໂທນີ ບລິງເຄັນ ລັດຖະມົນຕີຕ່າງປະເທດສະຫະລັດ ເດີນທາງໄປເຖິງສະໜາມບິນ ຊູບັງ ໃນ​ນະ​ຄອນກົວລາລຳເປີ ປະເທດມາເລເຊຍ ວັນທີ 14 ທັນວາ 2021.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເຄັນ ໄດ້ໂຈະການຢ້ຽມຢາມ
ປະເທດໄທໃນວັນພຸດວານນີ້ ເພາະວ່າສະມາຊິກຄົນນຶ່ງຂອງທີມຂ່າວ ໄດ້ກວດພົບຕິດ
ເຊື້ອໂຄວິດ-19.

ທ່ານບລິງເຄັນ ໄດ້ຕຽມພ້ອມທີ່ຈະເດີນທາງອອກຈາກມາເລເຊຍ ໄປປະເທດໄທ ໃນວັນ
ພະຫັດມື້ນີ້ ອັນເປັນພາກສ່ວນນຶ່ງໃນຄວາມພະຍາຍາມ ທີ່ຈະເສີມຄວາມ ເຂັ້ມແຂງໃຫ້
ແກ່ຄວາມສຳພັນກັບປະເທດຕ່າງໆຢູ່ໃນຂົງເຂດ ບ່ອນອິດທິພົນຈີນຍັງສືບຕໍ່ເພີ້ມທະວີ
ຂຶ້ນຢູ່ນັ້ນ.

​ການ​ເຄື່ອນ​ໄຫວ​ໃນວັນພຸດ​ວານນີ້ ໄດ້ບັງຄັບໃຫ້​ຫົວ​ໜ້ານັກການທູດ​ຂອງສະຫະລັດ ຕັດ
ການເດີນທາງໃຫ້ສັ້ນລົງ ໃນການໄປຢ້ຽມຢາມເຂດເອເຊຍຕາເວັນອອກສຽງໃຕ້ເທື່ອທຳ
ອິດ ນັບແຕ່ປະທານາທິບໍດີໂຈ ໄບເດັນ ໄດ້ເຂົ້າຮັບຕຳແໜ່ງ ໃນເດືອນມັງກອນ. ການ
ເດີນທາງໄດ້ເລີ້ມດ້ວຍການຢ້ຽມຢາມນະຄອນຫຼວງຈາກາຕາ ຂອງອິນໂດເນເຊຍ.

ທ່ານບລິງເຄັນ ໄດ້​ແຈ້ງໃຫ້ຮອງນາຍົກລັດຖະມົນຕີໄທ ແລະລັດຖະມົນຕີຕ່າງ ປະເທດ
ທ່ານດອນ ປຣະມັດດວິໄນ ຊາບ ໃນການຕັດສິນໃຈຂອງທ່ານ ເມື່ອ ວັນພຸດວານນີ້ ທີ່ບໍ່
ໄປຢ້ຽມຢາມຕາມກຳນົດ ອີງຕາມທ່ານເນດ ພຣາຍສ໌ (Ned Price) ໂຄສົກກະຊວງຕ່າງ
ປະເທດສະຫະລັດ.

ທ່ານພຣາຍສ໌ ກ່າວຢູ່ໃນຖະແຫຼງການ ວ່າ “ທ່ານໄດ້ອະທິບາຍວ່າ ເພື່ອຫລຸດຜ່ອນຄວາມ
ສ່ຽງຂອງການແຜ່ລະບາດໂຄວິດ-19 ແລະໃຫ້ບູລິມະສິດດ້ານສຸຂະພາບ ແລະຄວາມປອດ
ໄພຂອງຄະນະເດີນທາງສະຫະລັດແລະພວກທີ່ເຂົາເຈົ້າຈະເຂົ້າໄປໃກ້ ຊຶ່ງທ່ານລັດຖະມົນ
ຕີຕ່າງປະເທດ ຈະກັບຄືນມາວໍຊິງຕັນ ດີ.ຊີ ເພື່ອເປັນການລະມັດລະວັງ.”

ທ່ານພຣາຍສ໌ ກ່າວວ່າ “ທ່ານບລິງເຄັນ ໄດ້ເຊີນລັດຖະມົນຕີຕ່າງປະເທດໄທມາ ຢ້ຽມຢາມ
ວໍຊິງຕັນ “ໃນໂອກາດອັນເໝາະສົມໄວໆນີ້ ແລະໄດ້ໃຫ້ຂໍ້ສັງເກດວ່າ ທ່ານຫວັງວ່າຈະໄປ
ຢ້ຽມຢາມປະເທດໄທ ໂດຍໄວເທົ່າທີ່ຈະໄວໄດ້.”

ສະຖານທູດສະຫະລັດຢູ່ກົວລາລຳເປີ ກ່າວຢູ່ໃນຖະແຫຼງການວ່າ ຕົນ​ໄດ້ແຈ້ງໃຫ້ ລັດຖະ
ບານມາເລເຊຍຮູ້ເຖິງການຕິດແປດ ແລະໄດ້ໃຫ້ການຢືນຢັນວ່າ ບັນດາສະມາຊິກຄົນອື່ນໆ
ຂອງຄະນະຜູ້ແທນສະຫະລັດ ທີ່ເດີນທາງໄປນັ້ນໄດ້ກວດພົບວ່າ ບໍ່ມີພະຍາດ ເວລາເ
ຂົາເຈົ້າເດີນທາງໄປເຖິງມາເລເຊຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG