ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບລິງເກັນ ໃຫ້ສັນຍາຕໍ່ການສະໜັບສະໜູນ ຢູເຄຣນ ຈາກ ສະຫະລັດ ໃນລະຫວ່າງຢ້ຽມຢາມເມືອງຄາກີບ


ສົງຄາມ ຣັດເຊຍ ແລະ ຢູເຄຣນ.
ສົງຄາມ ຣັດເຊຍ ແລະ ຢູເຄຣນ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ມີກໍານົດຈະເຂົ້າຮ່ວມພິທີວາງພວງມາລາຢູ່ນະຄອນຫຼວງກີຢິບ ແລະຈະພົບປະກັບລັດຖະມົນຕີການຕ່າງປະເທດຂອງຢູເຄຣນ ທ່ານດມິໂຕຣ ກູເລບາ ໃນວັນພຸດມື້ອື່ນນີ້, ເຊິ່ງເປັນສ່ວນນຶ່ງຂອງການຢ້ຽມຢາມເພື່ອສະແດງການສະໜັບສະໜູນຂອງສະຫະລັດ ຕໍ່ ຢູເຄຣນ ໃນຂະນະທີ່ກອງກຳລັງຂອງ ຢູເຄຣນ ປະເຊີນກັບຄວາມກົດດັນຈາກ ຣັດເຊຍ ໃນພາກຕາເວັນອອກຂອງປະເທດ.

ທ່ານ ບລິງເກັນ ກ່າວປາໄສໃນຕອນແລງວັນອັງຄານ ຕາມເວລາທ້ອງຖິ່ນວ່າ“ນະເວລານີ້ ພວກເຮົາຢູ່ກັບພວກທ່ານ. ແລະພວກເຮົາຈະຢູ່ຄຽງຂ້າງພວກທ່ານຈົນກ່ວາ ຄວາມໝັ້ນຄົງ, ແລະອະທິປະໄຕຂອງ ຢູເຄຣນ, ຄວາມສາມາດໃນການເລືອກເສັ້ນທາງດ້ວຍໂຕຂອງຢູເຄຣນເອງ, ຈະໄດ້ຮັບການຮັບປະກັນ.”

ການຢ້ຽມຢາມຂອງ ທ່ານ ບລິງເກັນ ມີຂຶ້ນລຸນຫຼັງການອະນຸມັດເງິນຊ່ວຍເຫຼືອໃໝ່ ຈໍານວນ 61 ຕື້ໂດລາ ໃຫ້ແກ່ ຢູເຄຣນ, ເຊິ່ງປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໄດ້ກ່າວຍ້ອງຍໍວ່າ ເປັນ “ຊຸດການຊ່ວຍເຫຼືອທີ່ສໍາຄັນ” ໃນລະຫວ່າງການພົບປະຂອງທ່ານ ກັບ ທ່ານ ບລິງເກັນ ໃນຕອນແລງວັນອັນຄານນີ້.

ໃນ​ຊ່ວງອາທິດ​ທີ່​ຜ່ານ​ມາ, ຣັດ​ເຊຍ ​ໄດ້​ເພີ້ມ​ທະວີ​ການ​ໂຈມ​ຕີ​ຂອງ​ຕົນ​ຕໍ່​ພາກພື້ນຄາກີບ ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຢູ​ເຄຣນ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດຂອງ​ຣັດ​ເຊຍ​ລາຍ​ງານ​ໃນ​ວັນ​ພຸດ​ແລ້ວ​ນີ້​ວ່າ ພວກເຂົາໄດ້​ທຳລາຍ​ລູກ​ສອນ​ໄຟ 10 ລູກ​ຢູ່ເໜືອແຫຼມໄຄຣເມຍທີ່ຖືກຢຶດຄອງໂດຍ ຣັດເຊຍ, ພ້ອມກັນນັ້ນ ກໍໄດ້ທໍາລາຍເຮືອບິນບໍ່ມີຄົນຂັບ 9 ລຳ ແລະ​ລູກ​ສອນ​ໄຟອີກຈໍານວນນຶ່ງ​ຢູ່​ໃນພາກພື້ນເບລໂກຣອດ ທີ່ຕັ້ງຢູ່ທາງພາກ​ຕາ​ເວັນ​ຕົກ​ຂອງ​ຣັດ​ເຊຍ ລວມທັງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຫຼາຍ​ລຳ​ຢູ່​ທົ່ວ​ທັງ​ຂົງເຂດ ເຄີສຄ໌ (Kursk) ແລະຂົງເຂດ ບຣີແອນສຄ໌ (Bryansk).

ທ່ານວີເຊັສລາບວ໌ ກລາດຄອບວ໌ (Vyacheslav Gladkov), ຜູ້ປົກຄອງພາກພື້ນເບລໂກຣອດລາຍ​ງານ​ວ່າ ມີ 2 ຄົນ​ໄດ້​ຮັບ​ບາດ​ເຈັບ ແລະ ເຮືອນ 7 ຫຼັງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ​ຍ້ອນ​ການ​ບຸກ​ໂຈມ​ຕີ​ຂອງ ຢູເຄຣນ.

ຫ້ອງການ​ດ້ານ​ມະນຸດສະທຳ​ຂອງ​ສະຫະ​ປະຊາ​ຊາດກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຄື້ນຂອງການ​ໂຈມ​ຕີ​ຫຼາຍ​ຄັ້ງ​ຢູ່​ໃນ​ພາກພື້ນ ຄາກີບ ໃນບໍ່ເທົ່າໃດມື້ມື້ທີ່​ຜ່ານ​ມານັ້ນ ​ໄດ້​ເຮັດໃຫ້ພົນລະເຮືອນເສຍຊີວິດ​ ​ແລະ​ໄດ້​ຮັບ​ບາດ​ເຈັບເປັນຈໍານວນຫຼວງຫຼາຍ, ລວມ​ທັງ​ເດັກນ້ອຍນໍາອີກດ້ວຍ.

ອ່ານຂ່າວດ້ານລຸ່ມນີ້ ເປັນພາສາອັງກິດ

U.S. Secretary of State Antony Blinken is set to take part in a wreath-laying ceremony Wednesday in Kyiv and meet with Foreign Minister Dmytro Kuleba, as part of a visit meant to demonstrate U.S. support for Ukraine as Ukrainian forces face pressure from Russia in the eastern part of the country.

"We are with you today. And we will stay by your side until Ukraine's security, sovereignty, its ability to choose its own path, is guaranteed," Blinken said during a speech Tuesday evening.

Blinken’s visit follows approval of $61 billion in new aid for Ukraine, which Ukrainian President Volodymyr Zelenskyy praised as a “crucial package” in his Tuesday meeting with Blinken.

During the past week, Russia has intensified its attacks on the Kharkiv region in northeastern Ukraine.

Russia’s defense ministry reported Wednesday destroying 10 missiles over Russia-occupied Crimea, as well as nine drones and multiple missiles over the western Russian region of Belgorod and several drones over both the Kursk and Bryansk regions.

Vyacheslav Gladkov, the regional governor of Belgorod, reported two people were injured and seven homes were damaged as a result of Ukrainian attacks.

The U.N. office for humanitarian affairs said Tuesday that several waves of attacks in the Kharkiv region over the past few days have killed and injured numerous civilians, including children.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG