ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ບລິງເຄັນ ສັນຍາການສະໜັບສະໜູນຂອງ ສະຫະລັດ ຕໍ່ ໂມລໂດວາ ທ່າມກາງການຫຼັ່ງໄຫຼຂອງອົບພະຍົບຈາກ ຢູເຄຣນ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ລົມກັບປະທານາທິບໍດີ ໂມລໂດວາ ທ່ານນາງ ມາຢາ ແຊນດູ ໃນກອງປະຊຸມຖະແຫຼງຂ່າວຮ່ວມ ລຸນຫຼັງການເຈລະຈາຂອງພວກເພິ່ນໃນນະຄອນຫຼວງ ຄິຊິນາວ, ໂມລໂດວາ, 6 ມີນາ, 2022.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ລົມກັບປະທານາທິບໍດີ ໂມລໂດວາ ທ່ານນາງ ມາຢາ ແຊນດູ ໃນກອງປະຊຸມຖະແຫຼງຂ່າວຮ່ວມ ລຸນຫຼັງການເຈລະຈາຂອງພວກເພິ່ນໃນນະຄອນຫຼວງ ຄິຊິນາວ, ໂມລໂດວາ, 6 ມີນາ, 2022.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ໃຫ້ສັນຍາການສະໜັບສະ ໜູນຂອງ ວໍຊິງຕັນ ຕໍ່ປະເທດ ໂມລໂດວາ, ເຊິ່ງແມ່ນປະເທດອະດີດສະຫະພາບ ໂຊຫວຽດ ນ້ອຍໆທີ່ອຽງຫາປະເທດຕາເວັນຕົກ ທີ່ກຳລັງຮັບມືກັບການຫຼັ່ງໄຫຼຂອງອົບພະຍົບຈາກປະເທດ ຢູເຄຣນ ທີ່ຢູ່ໃກ້ຄຽງ.

ໂມລໂດວາ ກ່າວວ່າອົບພະຍົບຫຼາຍກວ່າ 230,000 ຄົນໄດ້ຂ້າມເຂດຊາຍແດນຂອງເຂົາເຈົ້າຕິດກັບ ຢູເຄຣນ ນັບຕັ້ງແຕ່ການບຸກລຸກຂອງ ຣັດເຊຍ ໄດ້ເລີ່ມຂຶ້ນໃນວັນທີ 24 ກຸມພາ. ຢ່າງໜ້ອຍ 120,000 ຄົນແມ່ນຍັງຄົງຢູ່ໃນປະເທດ, ອີງຕາມການກ່າວຂອງພວກເຈົ້າໜ້າທີ່.

ໂມລໂດວາ ແມ່ນກຳລັງຮ້ອງຂໍການຊ່ວຍເຫຼືອຈາກສາກົນ ໃນການຮັບມືກັບອົບພະຍົບດັ່ງກ່າວ, ໃນຂະນະດຽວກັນພະຍາຍາມທີ່ຈະຮັບປະກັນຄວາມປອດໄພຕໍ່ການລ່ວງລະເມີດທີ່ອາດເປັນໄປໄດ້ຂອງ ຣັດເຊຍ.

ໃນການກ່າວຄຳປາໄສຢູ່ຄຽງຂ້າງ ປະທານາທິບໍດີ ໂມລໂດວາ ທ່ານນາງ ມາຢາ ແຊນດູ ໃນນະຄອນ ຫຼວງ ຄິຊິນາວ ໃນວັນທີ 6 ມີນາວານນີ້, ທ່ານ ບລິງເຄັນ ໄດ້ກ່າວວ່າ ສະຫະລັດ ສະໜັບສະໜູນຄວາມມຸ່ງມາດປາຖະໜາຂອງ ໂມລໂດວາ ເພື່ອເຂົ້າຮ່ວມສະຫະພາບ ຢູໂຣບ ແຕ່ຂະບວນການດັ່ງກ່າວຈະຖືກຕັດສິນໂດຍ ສະຫະພາບ ຢູໂຣບ.

ໂມລໂດວາ ໄດ້ສະໝັກເພື່ອເຂົ້າຮ່ວມສະຫະພາບ ຢູໂຣບ ຢ່າງເປັນທາງການໃນວັນທີ 3​ ມີນາທີ່ຜ່ານມາ. ການເຄື່ອນໄຫວທີ່ວ່ານັ້ນແມ່ນເປັນໄປໄດ້ວ່າຈະເຮັດໃຫ້ ຣັດເຊຍ ໂມໂຫ, ເຊິ່ງຄາດວ່າມີກຳລັງທະຫານປະມານ 1,500 ຄົນປະຈຳການຢູ່ພາກພື້ນ ແທຣນນິສເຕຣຍ ທີ່ແຍກອອກມາໃນພາກຕາເວັນອອກຂອງ ໂມລໂດວາ.

ທ່ານນາງ ແຊນດູ ໄດ້ກ່າວວ່າມັນຍັງບໍ່ໄດ້ມີສິ່ງທີ່ໄດ້ລະບຸໃຫ້ເຫັນໃດໆວ່າທະຫານ ຣັດເຊຍ ໃນພາກພື້ນ ແທຣນນິສເຕຣຍ ໄດ້ປ່ຽນແປງທ່າທາງ ແຕ່ໄດ້ກ່າວຢໍ້າວ່າມັນແມ່ນຄວາມເປັນຫ່ວງຍ້ອນສິ່ງທີ່ກຳລັງເກີດຂຶ້ນໃນ ຢູເຄຣນ.

ທ່ານນາງ ແຊນດູ ໄດ້ກ່າວວ່າ “ນີ້ແມ່ນຫົວຂໍ້ທີ່ມີຄວາມສ່ຽງເປັນຢ່າງສູງ ແລະ ພວກເຮົາກໍຕິດຕາມມັນຢ່າງລະມັດລະວັງ, ໃນພາກພື້ນນີ້ ດຽວນີ້ມັນບໍ່ມີຄວາມເປັນໄປໄດ້ສຳລັບພວກເຮົາທີ່ຈະຮູ້ສຶກປອດໄພ.”

ທ່ານ ບລິງເຄັນ ໄດ້ກ່າວວ່າ ສະຫະລັດ ໄດ້ສະໜອງເງິນ 18 ລ້ານໂດລາ ສຳ ລັບສອງສາມປີຂ້າງໜ້າເພື່ອ “ເສີມຂະຫຍາຍ ແລະ ສ້າງຄວາມຫຼາກຫຼາຍ” ໃຫ້ຝ່າຍພະລັງງານຂອງ ໂມລໂດວາ. ໂມລໂດວາ ແມ່ນໄດ້ເພິ່ງພາອາໄສອາຍແກັສຂອງ ຣັດເຊຍ ຢ່າງຫຼວງຫຼາຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG