ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ. ບລິງເກັນ ສັ່ງໃຫ້ທົບທວນຄືນການຖອນໂຕ ອອກຈາກອັຟການິສຖານ ຂອງສະຫະລັດ


ຊາວອັຟການິສຖານຫຼາຍຮ້ອຍຄົນ ແລ່ນຮຽງຂ້າງເຮືອບິນຂົນສົ່ງ C-17 ຂອງກອງທັບອາກາດສະຫະລັດ ໃນຂະນະທີ່ມັນເຄື່ອນຕົວໄປຕາມທາງແລ່ນຂຶ້ນຂອງສະໜາມບິນສາກົນ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ເມື່ອວັນທີ 16 ສິງຫາ 2021.
ຊາວອັຟການິສຖານຫຼາຍຮ້ອຍຄົນ ແລ່ນຮຽງຂ້າງເຮືອບິນຂົນສົ່ງ C-17 ຂອງກອງທັບອາກາດສະຫະລັດ ໃນຂະນະທີ່ມັນເຄື່ອນຕົວໄປຕາມທາງແລ່ນຂຶ້ນຂອງສະໜາມບິນສາກົນ ໃນນະຄອນຫຼວງກາບູລ ຂອງອັຟການິສຖານ, ເມື່ອວັນທີ 16 ສິງຫາ 2021.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນກ່າວໃນມື້ວັນພຸດວານນີ້ວ່າ ທ່ານໄດ້ສັ່ງໃຫ້ທົບ​ທວນຄືນການຖອນໂຕອອກຈາກອັຟການິສທີ່ສັບສົນວຸ້ນວາຍຂອງສະຫະລັດ ໃນເດືອນສິງຫາທີ່ຜ່ານມາ ໃນຂະນະທີ່ສະຫະລັດຢຸດຕິການຕໍ່ສູ້ກັບກຸ່ມກໍ່ການຮ້າຍຢູ່ທີ່ ນັ້ນເປັນເວລາສອງທົດສະວັດ.

ໃນການຂົນສົ່ງທາງອາກາດທີ່ຈັດສົ່ງແບບຮີບຮ້ອນ, ສະຫະລັດ ແລະບັນດາປະເທດພັນທະມິດໄດ້ປະຕິບັດງານຍົກຍ້າຍພົນລະເຮືອນຫລາຍກວ່າ 124,000 ຄົນ, ລວມມີຊາວອາເມຣິກາ ແລະຄົນອື່ນໆ ໃນຂະນະທີ່ກຸ່ມຕາລິບານໄດ້ເຂົ້າມາຢຶດຄອງລັດຖະບານກາບູລຢ່າງວ່ອງໄວ ໃນລະຫວ່າງທີ່ປະທານາທິບໍດີຂອງອັຟການິສຖານ ທ່ານ ອັສຣາຟ ການີ ໄດ້ໜີໄປລີ້ໄພຢູ່ສະຫະລັດອາຫລັບເອັມມິເລທ.

ແຕ່ປະຊາຊົນຊາວອັຟການິສຖານຫລາຍພັນຄົນທີ່ເຊື່ອມໂຍງກັບການປະຕິບັດງານຂອງສະຫະລັດຢູ່ໃນປະເທດຂອງພວກເຂົາເຈົ້າ ໄດ້ຖືກປະໄວ້ຂ້າງຫລັງໃນເມື່ອເວລາຂອງການຍົກຍ້າຍໄດ້ສິ້ນສຸດລົງ, ເຖິງແມ່ນວ່າ ນາງຄົນຈະສາມາດອອກມານອກປະເທດໄດ້ໃນຊ່ວງສອງເດືອນທີ່ ຜ່ານມາ. ໃນຊ່ວງການຍົກຍ້າຍຜູ້ຄົນຢູ່ທີ່ສະໜາມບິນກາບູລ, ທະຫານອາເມຣິກາ 13 ຄົນໄດ້ເສຍຊີວິດຈາກເຫດການລະເບີດສະຫລະຊີບ ທີ່ຕຽມການໂດຍກຸ່ມກໍ່ການຮ້າຍອິສລາມຊາວອັຟການິສຖານ.

ທ່ານ ບລິງເຄັນ, ໃນການກ່າວຄຳປາໄສຕໍ່ກຸ່ມຂອງບັນດາສະມາຊິກສະພາ ຢູ່ສະຖາບັນການຕ່າງປະເທດ ຕັ້ງຢູ່ນອກນະຄອນຫຼວງ ວໍຊິງຕັນ ວ່າ, “ຂ້າພະເຈົ້າໄດ້ສັ່ງການທົບທວນພາຍໃນຫຼາຍຄັ້ງທີ່ເພັ່ງເລັງໃສ່ການວາງແຜນຂອງພວກເຮົາ ແລະ ການດຳເນີນການເພື່ອການອົບພະຍົບ ແລະ ການພະຍາຍາມຕັ້ງຖິ່ນຖານໃໝ່ໃນ ອັຟການິສຖານ.”

ທ່ານ ບລິງເຄັນ ໄດ້ຍົກຍ້ອງການປະຕິບັດການອົບພະຍົບຂອງກະຊວງການຕ່າງປະເທດ ແຕ່ໄດ້ກ່າວວ່າ ກະຊວງດັ່ງກ່າວຕ້ອງຮຽນຈາກມັນເຊັ່ນກັນ, ໃນກໍລະນີທີ່ ສະຫະລັດ ປະເຊີນກັບສະຖານະການທີ່ຄ້າຍຄືກັນ ໃນການຮຽກຮ້ອງໃຫ້ຖອນຕົວອອກຈາກເຂດສົງຄາມຢ່າງວ່ອງໄວ.

ທູດສະຫະລັດ ລະດັບສູງດັ່ງກ່າວບໍ່ໄດ້ໃຫ້ລາຍລະອຽດ ກ່ຽວກັບ ການທົບທວນນັ້ນ. ແຕ່ທ່ານໄດ້ກ່າວວ່າ,“ພວກເຮົາມີພັນທະຕໍ່ພວກເຮົາເອງ, ຕໍ່ເພື່ອນ ແລະ ຄູ່ຮ່ວມຊາວ ອັຟການິສຖານ ຂອງພວກເຮົາ ແລະ ຕໍ່ພະນັກງານກະຊວງການຕ່າງປະເທດໃນອະນາຄົດ ຜູ້ທີ່ອາດປະເຊີນກັບສິ່ງທ້າທາຍທີ່ຄ້າຍຄືກັນ ເພື່ອຮັບເອົາທຸກສິ່ງທີ່ພວກເຮົາໄດ້ຮຽນຮູ້, ເພື່ອສຶກສາມັນ, ເພື່ອນຳໃຊ້ມັນ, ເພື່ອຮັກສາມັນໃນວິທີທີ່ມັນຈະເສີມຂະຫຍາຍການວາງແຜນໃນອະນາຄົດຂອງພວກເຮົາ ແລະ ຊ່ວຍພວກເຮົາກະກຽມໃຫ້ດີກວ່າເກົ່າສຳລັບຄວາມບໍ່ແນ່ນອນໃນອະນາຄົດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG