ສະຫະລັດ ຈະເຂົ້າຮ່ວມກັບບັນດາປະເທດສະມາຊິກອົງການ NATO ໃນອາທິດນີ້ສຳລັບການເລີ່ມຕົ້ນໃໝ່ “ຄຳໝັ້ນສັນຍາທີ່ໝັ້ນຄົງຂອງພັນທະມິດດັ່ງກ່າວ” ຕໍ່ ຢູເຄຣນ ໃນການຕໍ່ສູ້ຂອງເຂົາເຈົ້າກັບການຮຸກຮານຂອງ ຣັດເຊຍ, ອີງຕາມເຈົ້າໜ້າທີ່ອະວຸໂສກະຊວງການຕ່າງປະເທດ.
ໃນວັນຈັນວານນີ້, ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ເດີນທາງໄປນະຄອນຫຼວງ ບຣັສໂຊລສ໌ ປະເທດ ແບລຈຽມ, ບ່ອນທີ່ບັນດາລັດຖະມົນຕີຕ່າງປະເທດຈາກ NATO ຈະເຕົ້າໂຮມກັນຈາກວັນທີ 27 ຫາ 29 ພະຈິກ.
ໃນວັນພຸດມື້ອື່ນ, ທ່ານ ບລິງເຄັນ ຈະນຳພາຄະນະຜູ້ແທນ ສະຫະລັດ ໄປປະເທດ ມາເຊໂດເນຍເໜືອ ທີ່ເປັນສະມາຊິກອົງການ NATO, ເຊິ່ງຈະຈັດກອງປະຊຸມຂອງບັນດາລັດຖະມົນຕີການຕ່າງປະເທດ ຈາກອົງການເພື່ອການຮັກສາຄວາມປອດໄພ ແລະ ການຮ່ວມມືໃນ ຢູໂຣບ ຫຼື OSCE ໃນນະຄອນຫຼວງ ສກົບເຈ ຂອງເຂົາເຈົ້າທ້າຍອາທິດນີ້.
ສະຫະລັດ ຈະຈັດກອງປະຊຸມສຸດຍອດ NATO ຄັ້ງຕໍ່ໄປໃນນະຄອນຫຼວງວໍຊິງຕັນ ຈາກວັນທີ 9 ຫາ 11 ກໍລະກົດ, 2024. ທ່ານ ບລິງເຄັນ ຈະປຶກສາຫາລື ກ່ຽວກັບ ບູລິມະສິດສູງສຸດສຳລັບ ວໍຊິງຕັນ ໃນການປະຊຸມກັບບັນດາຄູ່ຮ່ວມຂອງທ່ານ ໃນຂະນະທີ່ພັນທະມິດນັ້ນ ສະເຫຼີມສະລອງວັນຄົບຮອບ 75 ປີໃນປີໜ້າ.