ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບ​ລິງ​ເຄັນ ກ່າວ​ວ່າ ບໍ່​ມີ​ຄວາມ​ອິດ​ເມື່ອຍໃນ​ອົງ​ການ NATO ຕໍ່ການ​ສະ​ໜັບ​ສະ​ໜູນ ຢູ​ເຄ​ຣນ


Blinken Reassures NATO Allies US Still Committed to Ukraine
please wait

No media source currently available

0:00 0:02:45 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ​ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ມັນ​ແມ່ນ “ການ​ສະໜັບ​ສະ​ໜູນ​ທີ່​ແຂງ​ແກ່​ນ​ ຈາກ​ສອງ​ພັກ​ການ​ເມືອງ” ສຳ​ລັບ ຢູ​ເຄ​ຣນ ໃນ ສະ​ຫະ​ລັດ ແລະ “ບໍ່​ມີ​ຄວາມ​ຮູ້​ສຶກ​ອິດ​ເມື່ອຍ” ໃນ​ບັນ​ດາ​ພັນ​ທະ​ມິດ​ອົງ​ການ NATO ສຳ​ລັບ​ການ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ຂອງ​ເຂົາ​ເຈົ້າ ​ໃນ​ຂະ​ນະ​ທີ່​ປະ​ເທດ​ດັ່ງ​ກ່າວ ​ກ້າວ​ເຂົ້າ​ສູ່​ລະ​ດູ​ໜາວ​ຄັ້ງ​ທີ​ສອງ​ໃນ​ສົງ​ຄາມ​ຕໍ່​ຕ້ານ ຣັດ​ເຊຍ.

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌​ ປະ​ເທດ ແບ​ລ​ຈຽມ ເມື່ອ​ວັນ​ພຸດ​ວານນີ້​ວ່າ “ບາງ​ຄົນ​ໄດ້​ມີ​ຄວາມ​ສົງ​ໄສວ່າ ສະ​ຫະ​ລັດ ແລະ ພັນ​ທະ​ມິດ​ອົງ​ການ NATO ອື່ນໆ​ຄວນ​ສືບ​ຕໍ່​ທີ່​ຈະ​ຢືນ​ຢູ່​ກັບ ຢູ​ເຄ​ຣນ ຫຼືບໍ່​ໃນ​ຂະ​ນະ​ທີ່​ພວກ​ເຮົາ​ກ້າວ​ເຂົ້າ​ສູ່​ລະ​ດູ​ໜາວ​ຄັ້ງ​ທີ່​ສອງ​ໃນ​ການ​ກະ​ທຳ​ທີ່​ໂຫດ​ຮ້າຍ​ຂອງ​ທ່ານ ປູ​ຕິນ. ແຕ່​ຄຳ​ຕອບ​ທີ່ນີ້​ຢູ່​ອົງ​ການ NATO ໃນ​ມື້ນີ້​ແມ່ນ​ຈະ​ແຈ້ງ, ແລະ ແນ່ນອນ. ພວກ​ເຮົາ​ຕ້ອງ ແລະ ພ​ວກ​ເຮົາ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ ຢູ​ເຄ​ຣນ.”

ນັບ​ຕັ້ງ​ແຕ່​ສົງ​ຄາມ​ໄດ້​ເລີ່ມ​ຂຶ້ນ, ສະ​ຫະ​ລັດ ໄດ້​ສະ​ໜອງ​ປະ​ມານ 77 ຕື້​ໂດ​ລາ​ໃນ​ການ​ສະ​ໜັບ​ສະ​ໜູນ​ຕໍ່ ຢູ​ເຄ​ຣນ, ເຊິ່ງ​ລວມ​ມີ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ, ການ​ເງິນ ແລະ ທະ​ຫານ, ອີງ​ຕາມ​ທ່ານ ບ​ລິງ​ເຄັນ. ທ່ານ​ໄດ້​ກ່າວ​ຢ້ຳ​ວ່າບັນ​ດາ​ພັນ​ທະ​ມິດ ຢູ​ໂຣບ ຂອງວໍ​ຊິງ​ຕັນ ໄດ້​ສະ​ໜອງຫຼາຍກວ່າ 110 ຕື້​ໂດ​ລາ​ໃນ​ການ​ສະ​ໜັບ​ສະ​ໜູນ ກີ​ຢິບ.

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ເພີ່ມ ​ເວ​ລາ​ຖືກ​ຖາມ ກ່ຽວ​ກັບ ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ປ່ຽນ​ແປງ​ທາງ​ການ​ເມືອງ ໃນ​ຂະ​ນະ​ທີ່ ສະ​ຫະ​ລັດ ຈະ​ປະ​ເຊີນ​ກັບ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີໃນ​ເດືອນ​ພະ​ຈິກ 2024 ວ່າ “ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຍິນ ກ່ຽວ​ກັບ ຄວາມ​ຮູ້​ສຶກ​ເມື່ອຍ ຫຼື ຫຼຸດ​ລົງ, ແຕ່​ກົງ​ກັນ​ຂ້າມ, ມັນ​ມີ​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະ​ສືບ​ຕໍ່​ດັນ​ໄປ​ໜ້າ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

US, Germany Pledge More Support to Ukraine
please wait

No media source currently available

0:00 0:02:50 0:00

XS
SM
MD
LG