ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານບ​ລິງ​ເກັນ ກ່າວ​ວ່າ ມີ​​ລາຍ​ງານ​ທີ່​ໜ້າ​ເຊື່ອ​ຖື​ເພີ້ມຕື່ມ​ ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ ​ຂອງ​ຣັດ​ເຊຍ ​ພວມ​ຫຼັ່ງ​ໄຫຼ​ອອກ​ມາ​ຈາກຢູ​ເຄ​ຣນ


​ພະ​ນັກ​ງານ​ສຸ​ສານ ແລະ​ໜ່ວຍ​ສືບ​ສວນ​ຂອງ​ຕຳ​ຫຼວດ ພວມ​ເກັບ​ສົບ​ພົນ​ລະ​ເຮືອນ ​ທີ່​ເສຍ​ຊີ​ວິດ ຕາມ​ຖະ​ໜົນ​ຫົນ​ທາງ ແລະ​ນຳ​ໄປ​ຝັງ ​ຢູ່​ສຸ​ສານ​ໃນ​ທ້ອງ​ຖິ່ນ ທີ່​ເມືອງ​ບູ​ຊາ ໃກ້ໆ​ນະ​ຄອນ​ຫຼວງ​ກີ​ຢິບ ປະ​ເທດຢ​ູ​ເຄ​ຣນ ເມື່ອ​ວັນ​ທີ 6 ເມ​ສາ 2022.
​ພະ​ນັກ​ງານ​ສຸ​ສານ ແລະ​ໜ່ວຍ​ສືບ​ສວນ​ຂອງ​ຕຳ​ຫຼວດ ພວມ​ເກັບ​ສົບ​ພົນ​ລະ​ເຮືອນ ​ທີ່​ເສຍ​ຊີ​ວິດ ຕາມ​ຖະ​ໜົນ​ຫົນ​ທາງ ແລະ​ນຳ​ໄປ​ຝັງ ​ຢູ່​ສຸ​ສານ​ໃນ​ທ້ອງ​ຖິ່ນ ທີ່​ເມືອງ​ບູ​ຊາ ໃກ້ໆ​ນະ​ຄອນ​ຫຼວງ​ກີ​ຢິບ ປະ​ເທດຢ​ູ​ເຄ​ຣນ ເມື່ອ​ວັນ​ທີ 6 ເມ​ສາ 2022.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໄດ້​ເຕືອນ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ມີ​ລາຍ​ງານ​ທີ່​ໜ້າ​ເຊື່ອ​ຖື​ໄດ້​ຕື່ມ​ອີກກ່ຽວ​ກັບ​ການ​ກໍ່​ອາ​ຊະ​ຍາ​ກຳ​ຂອງ​ຣັດ​ເຊຍ​ຕໍ່​ພົນ​ລະ​ເຮືອນ​ຊາວ​ຢູ​ເຄ​ຣນພ​ວມ​ຫຼັ່ງ​ໄຫຼ​ອອກ​ມາ​ຈາກ​ປະ​ເທດ ທີ່​ປະ​ສົບ​ກັບ​ໄພ​ສົງ​ຄາມ​ດັ່ງ​ກ່າວ ແລະ​ປະ​ຕິ​ຍານ​ວ່າ “ມື້​ໃດ​ມື້​ນຶ່ງ ໃນ​ວິ​ທີ​ໃດ​ວິ​ທີ​ນຶ່ງ ຈະ​ມີ​ການ​ເອົາ​ຄວາມ​ຮັບ​ຜິດ​ຊອບ” ຕໍ່​ມົ​ສ​ກູ.

ຫົວ​ໜ້າ​ນັກ​ການ​ທູດ​ຂອງ​ສະ​ຫະ​ລັດ ຫຼັງ​ຈາກ​ໄດ້​ພົບ​ປະ​ກັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຂອງ​ອົງ​ການ​ເນ​ໂຕ້ແລະປະ​ເທດ​ພັນ​ທະ​ມິດທີ່​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌ກ່າວ​ວ່າ “ຄວາມ​ຮູ້​ສຶກ​ແບບ​ໜ້າ​ລັງ​ກຽດ​ຢ່າງ​ແຮງ ​ຕໍ່​ອັນ​ທີ່​ລັດ​ຖະ​ບານ​ຣັດ​ເຊຍ​ກຳ​ລັງ​ກະ​ທຳ​ຢູ່ນັ້ນ ແມ່ນ​ສຳ​ພັດ​ໄດ້.”

ທ່ານ​ໄດ້​ກ່າວ​ເຖິງ​ກໍ​ລະ​ນີ​ນຶ່ງ​ຂອງ​ການ​ສັງ​ຫານ​ປະ​ຊາ​ຊົນ​ໂດຍ​ທະ​ຫານ​ຣັດ​ເຊຍ​ທີ່​ເມືອງ​ບູ​ຊາ ຊຶ່ງ​ຕັ້ງ​ຢູ່ໃນ​ເຂດ​ຊານ​ເມືອງ ​ຂອງ​ນະ​ຄອນ​ຫຼວງ​ກີ​ຢິບ ບ່ອນ​ທີ່​ເຈົ້າ​ໜ້າ​ທີ່​ໄດ້​ພົບ​ເຫັນສົບ​ຊາວ​ຢູ​ເຄ​ຣນ 410 ​ສົບ ຊຶ່ງ​ຫຼາຍໆ​ຄົນ​ໄດ້​ຖືກ​ປະ​ຖິ້ມ​ໄວ້​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ ກ່ອນ​ທີ່​ທະ​ຫານ​ຣັດ​ເຊຍ​ຖອນ​ອອກ​ໄປ​ ເພື່ອ​ຈະ​ໄປ​ບຸກ​ໂຈມ​ຕີຫົວ​ເມືອງ​ຕ່າງໆ ໃນ​ເຂດ​ພາກ​ຕາ​ເວັນ​ອອກ ແລະ​ພ​າກ​ໃຕ້​ຂອງ​ຢູ​ເຄ​ຣນ.

ທ່ານບ​ລິງ​ເກັນ​ກ່າວ​ວ່າ​ ແມ່​ຍິງ​ຄົນ​ນຶ່ງ​ ແລະອີກ 40 ຄົນ ໄດ້​ຖືກ​ບັງ​ຄັບ​ໃຫ້​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ຈະ​ຕຸ​ລັດ​ນ້ອຍໆ ໃນ​ເມືອງ​ບູ​ຊາ ແລະ​ເບິ່ງ “ຊາວ​ໜຸ່ມ 5 ຄົນ​ໄດ້​ຖືກ​ບັງ​ຄັບ​ໃຫ້​ຄູ້​ເຂົ່າ​ລົງ” ແລະ​ຫຼັງ​ຈາກ​ນັ້ນ ກໍ​ຍິງ​ໃສ່​ພວກ​ເຂົາ​ທາງ​ຫຼັງແລະ​ຍິງ​ໃສ່​ຫົວ.

ທ່ານບ​ລິງ​ເກັນ​ກ່າວ​ວ່າ ອີງ​ຕາມ​ການບອກ​ເລົ່າ​ຂອງ​ແມ່​ຍິງ​ຄົນ​ນີ້​ແລ້ວ ​ຜູ້​ປະ​ຫານ​ຊີ​ວິດ​ຊາວ​ຣັດ​ເຊຍ ບອກ​ຊາຍ​ທີ່​ລາວ​ຂ້ານັ້ນ​ວ່າ “ນີ້​ແມ່ນ​ຂີ້​ຝຸ່ນ ພວກ​ເຮົາ​ມາ​ທີ່ນີ້ເພື່ອ​ທຳ​ຄວາມ​ສະ​ອາດ​ພວກ​ເຈົ້າ​ຈາກ​ຂີ້​ຝຸ່ນນີ້.”

ຣັດ​ເຊຍ​ ໄດ້​ປະ​ຕິ​ເສດ​ຕໍ່​ການ​ສັງ​ຫານ​ພົນ​ລະ​ເຮືອ​ນ ຢູ່​ທີ່​ເມືອງ​ບູ​ຊາ.

ທ່ານບ​ລິງ​ເກັນ​ກ່າວ​ວ່າ ສະ​ຫະ​ລັດ​ແລະ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ເນ​ໂຕ້ ຍັງ​ສືບ​ຕໍ່​ມີ​ຄວາມ​ໝັ້ນ​ໝາຍ​ໂດຍ​ເຕັມ ທີ່​ຈະ​ສະ​ໜອງ​ອາ​ວຸດ​ໃຫ້​ແກ່​ຢູ​ເຄ​ຣນ​ເພື່ອ​ປ້ອງ​ກັນ​ໂຕ​ຈາກ​ການ​ໂຈມ​ຕີ​ຂອງ​ຣັດ​ເຊຍ.

ມີ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ເພີ້ມ​ຂຶ້ນ​ນັບ​ມື້​ຈາກ​ສົງ​ຄາມ​ເປັນ​ເວ​ລາ 6 ອາ​ທິດ ຮວມ​ທັງ​ພົນ​ລະ​ເຮືອນ​ຊາວ​ຢູ​ເຄ​ຣນ ແລະ​ພວກ​ນັກ​ລົບ​ຂອງ​ທັງ​ສອງ​ຝ່າຍ.

ທ່ານດ​ມີ​ຕ​ຣີ ເພັ​ສ​ຄອບ ໂຄ​ສົກ​ຂອງວັງ​ເຄ​ຣັມ​ລິນ ກ່າວ​ຕໍ່​ນັກ​ຂ່າວ​ຊ່ອງ​ສ​ກາຍ​ນິວ​ສ໌​ຂອງ​ອັງ​ກິດ ໃນ​ການ​ໃຫ້​ສຳ​ພາດ​ວ່າ “ພວກ​ເຮົາ​ໄດ້​ສູນ​ເສຍ​ກຳ​ລັງ​ທະ​ຫານ​ໃນ​ຈຳ​ນວນ​ທີ່​ສຳ​ຄັນ ແລະ​ມັນ​ເປັນ​ຄວາມ​ເສົ້າ​ເສຍ​ໃຈ​ຢ່າງ​ໃຫຍ່​ຫຼວງ​ສຳ​ລັບ​ພວກ​ເຮົາ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG