ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ ບ​ລິງ​ເຄັນ ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງຈາກ​ກຸ່ມ​ Quad ທີ່​ປະ​ເທດ ອອ​ສ​ເຕ​ຣ​ເລຍ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ກ່າວຄຳເຫັນໃນການເຈລະຈາກຸ່ມ Quad, ນະຄອນ ແມລເບິນ, ອອສເຕຣເລຍ. 11 ກຸມພາ, 2022.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ກ່າວຄຳເຫັນໃນການເຈລະຈາກຸ່ມ Quad, ນະຄອນ ແມລເບິນ, ອອສເຕຣເລຍ. 11 ກຸມພາ, 2022.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ເລີ່ມປະຊຸມກັບບັນດາຄູ່ຮ່ວມຕຳແໜ່ງຂອງທ່ານໃນກຸ່ມ ຄວດ (Quad) ໃນວັນສຸກມື້ນີ້, ໂດຍເລີ່ມຕົ້ນກັບລັດຖະມົນຕີການຕ່າງປະເທດ ອອສເຕຣເລຍ ທ່ານນາງ ມາຣີສ ເພນ, ຜູ້ທີ່ໄດ້ກ່າວວ່າ ສອງປະເທດນັ້ນ ຈະປຶກສາຫາລື ກ່ຽວກັບ ຈີນ, ເກົາຫຼີເໜືອ ແລະ ຢູເຄຣນ.

ທ່ານນາງໄດ້ກ່າວໂດຍໃຊ້ຊື່ຫຍໍ້ສຳລັບສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນ ເກົາຫຼີ, ເຊິ່ງແມ່ນຊື່ທາງການຂອງເກົາຫຼີເໜືອວ່າ, “ມີຫຼາຍກວ່ານຶ່ງລະບອບຜະເດັດການ ແມ່ນກຳລັງນຳສະເໜີເຂົາເຈົ້າເອງໃນສະພາບການປັດຈຸບັນຂອງໂລກດັ່ງກັບສິ່ງທ້າທາຍ. ສ​ປ​ປ ເກົາ​ຫຼີ, ຈີນ ກໍເຊັ່ນກັນ, ແລະ ເຂົາເຈົ້າຈະເປັນສ່ວນນຶ່ງໃນການປຶກສາຫາລືຂອງພວກເຮົາມື້ນີ້. ພວກເຮົາສະໜັບສະໜູນການນຳພາຂອງ ສະຫະລັດ ຢ່າງແຂງແກ່ນໃນບັນຫາທ້າທາຍພວກນີ້.”

ທ່ານນາງໄດ້ກ່າວຕື່ມວ່າ “ຂ້າພະເຈົ້າແນ່ໃຈວ່າ, ມື້ນີ້ພວກເຮົາຈະເຈລະຈາ ກ່ຽວກັບ ໄພຂົ່ມຂູ່ຕໍ່ອຳນາດອະທິປະໄຕ ແລະ ດິນແດນທີ່ສົມບູນຂອງ ຢູເຄຣນ ເຊັ່ນກັນ.”

ທ່ານ ບລິງເຄັນ ໄດ້ກ່າວວ່າ “ພວກເຮົາມີຫຼາຍຢ່າງຕ້ອງເຈລະຈາມື້ນີ້” ລວມທັງ “ສິ່ງທ້າທາຍທີ່ໄກອອກໄປຈາກບ່ອນນີ້ ແຕ່ມັນກໍມີຜົນກະທົບ ຕໍ່ພາກພື້ນນີ້ເຊັ່ນກັນ.”

ທ່ານ ບລິງເຄັນ ໄດ້ກ່າວເຖິງ “ສິ່ງທີ່ຄາດວ່າຈະເຈລະຈາ” ໃນການປະຊຸມຄັ້ງຕໍ່ໄປຂອງທ່ານກັບລັດ ຖະມົນຕີການຕ່າງປະເທດ ຍີ່ປຸ່ນ ທ່ານ ໂຢຊິມາຊະ ຮາຢາຊິ. ພວກເພິ່ນຈະເຂົ້າຮ່ວມກັບລັດຖະ ມົນຕີການຕ່າງປະເທດ ອິນເດຍ ທ່ານ ຊູບຣາມາຢາມ ໄຈຊານກາ ໃນຕອນແລງຂອງວັນສຸກສຳລັບກອງປະຊຸມທີ່ກວ້າງກວ່າ ທີ່ຍັງຖືກຄາດວ່າຈະແກ້ໄຂບັນຫາສະພາບອາກາດປ່ຽນແປງ ແລະ ບັນ ຫາທີ່ກ່ຽວຂ້ອງກັບໂຣກລະບາດ.

ຄືກັບທີ່ທ່ານໄດ້ເຮັດໃນວັນພຸດທີ່ຜ່ານມານັ້ນ, ລັດຖະມົນຕີການຕ່າງປະເທດໄດ້ກ່າວຢໍ້າເຖິງຄວາມສຳຄັນຂອງພັນທະມິດສຳລັບການຕໍ່ສູ້ກັບບັນຫາໃນໂລກ ແລະ ພາກພື້ນ ແລະ ໄດ້ເສີມສ້າງຄຳໝັ້ນສັນຍາຂອງລັດຖະບານທ່ານ ໄບເດັນ ຕໍ່ພາກພື້ນດັ່ງກ່າວ.

ທ່ານ ບລິງເຄັນ ໄດ້ກ່າວຕໍ່ບັນດາພະນັກງານທີ່ປະຈຳການຢູ່ ອອສເຕຣເລຍ ໃນນະຄອນ ແມລເບິນ ເມື່ອວັນພະຫັດວານນີ້ວ່າ “ສິ່ງທີ່ພວກເຮົາຮູ້ກໍແມ່ນວ່າ ບັນຫາຕ່າງໆແມ່ນໄດ້ມີຜົນກະທົບຕໍ່ຜູ້ທີ່ຢູ່ໃນປະເທດເຮົາພຸ້ນແທ້ໆ, ປະຊາຊົນຢູ່ທີ່ນີ້ໃນ ອອສເຕຣເລຍ ແລະ ທົ່ວໂລກ. ບໍ່ວ່າມັນຈະເປັນສະພາບອາກາດ, ບໍ່ວ່າມັນຈະເປັນໂຄວິດ, ບໍ່ວ່າມັນຈະເປັນຜົນກະທົບຂອງເທັກໂນໂລຈີຕ່າງໆທີ່ໄດ້ເກີດ ຂຶ້ນ, ບໍ່ມີນຶ່ງບັນຫາໃດໃນນີ້ ທີ່ສາມາດຖືກຈັດການໄດ້ຢ່າງມີປະສິດທິຜົນໂດຍນຶ່ງໃນພວກເຮົາ ດຳ ເນີນການຜູ້ດຽວ. ພວກເຮົາຕ້ອງການຄູ່ຮ່ວມຍິ່ງຫຼາຍກວ່າແຕ່ກ່ອນ, ພວກເຮົາຕ້ອງການພັນທະມິດ, ພວກເຮົາຕ້ອງການການຮ່ວມມືຂອງປະເທດຕ່າງໆທີ່ຍິນດີທີ່ຈະໃຊ້ຄວາມພະຍາຍາມຂອງເຂົາ ເຈົ້າ, ແຫຼ່ງຊັບພະຍາກອນຂອງເຂົາເຈົ້າ, ຄວາມຄິດຂອງເຂົາເຈົ້າເຂົ້າໃນການແກ້ບັນຫາພວກນີ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG