ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ມີນາ ໒໐໒໓

ສະຫະລັດ ພວມຄົ້ນຄວ້າເບິ່ງ ການຟື້ນຟູຂໍ້ຕົກລົງດ້ານການຍົກຍ້າຍຖິ່ນຖານ ຄືນໃໝ່ ກັບຄິວບາ


ລັດຖະມົນຕີກະຊວງການຕ່າງປະເທດ ແອນໂທນີ ບລິງເກັນ, ກາງ, ກ່າວໃນກອງປະຊຸມຖະແຫລງຂ່າວ ຢູ່ທີ່ກອງປະຊຸມຂັ້ນລັດຖະມົນຕີ ກ່ວກັບການຍົກຍ້າຍຖິ່ນຖານ ແລະການປົກປ້ອງ ໃນນະຄອນປານາມາ ຊີຕີ, ວັນທີ 20 ເມສາ 2022. ຮ່ວມກັບທ່ານແມ່ນລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ແລະລັດຖະມົນຕີການຕ່າງປະເທດຂອງປານາມາ.

ສະຫະລັດ ຈະຄົ້ນຄວ້າເບິ່ງຄວາມເປັນໄປໄດ້ຂອງການຟື້ນຟູຂໍ້ຕົກລົງດ້ານການຍົກຍ້າຍຖິ່ນຖານກັບຄິວບາ ອີງຕາມການກ່າວຂອງເຈົ້າໜ້າທີ່ອາວຸໂສກ່ອນໜ້າການເຈລະຈາ ລະຫວ່າງສະຫະລັດແລະຄິວບາ ໃນອາທິດນີ້ ກ່ຽວ​ກັບ ຄວາມເປັນຫ່ວງໃນການຍົກຍ້າຍຖິ່ນຖານ.

ລັດຖະມົນຕີກະຊວງຮັກສາຄວາມປອດໄພພາຍໃນສະຫະລັດ ທ່ານອາເລຮານໂດຣ ມາຢໍກາສ ໄດ້ກ່າວໃນວຸດວານນີ້ ຢູ່ທີ່ກອງປະຊຸມຖະແຫລງຂ່າວໃນນະ ຄອນປານາມາ ວ່າ “ພວກເຮົາໄດ້ມີຂໍ້ຕົກລົງກ່ຽວກັບການຍົກຍ້າຍຖິ່ນຖານກັບປະເທດຄິວບາ ມາຫຼາຍໆປີແລ້ວ. ຂໍ້ຕົກລົງທັງຫຼາຍເຫຼົ່ານັ້ນ ບໍ່ໄດ້ຖືກນຳໃຊ້ແລ້ວ ແລະພວກເຮົາຈະຄົ້ນຄວ້າເບິ່ງຄວາມເປັນໄປໄດ້ຂອງການຟືນຟູອັນນັ້ນຄືນໃໝ່.”

ທ່ານໄດ້ໃຫ້ຂໍ້ຊີ້ນຳວ່າ “ອັນນັ້ນເປັນການສະທ້ອນໃຫ້ເຫັນເຖິງຄວາມໝັ້ນໝາຍຂອງພວກເຮົາຕໍ່ກົດໝາຍ ຄວາມເປັນລະບຽບ ແລະແນວທາງດ້ານມະນຸດສະ ທຳ ເພື່ອທີ່ບຸກຄົນໃດໆ ລວມທັງຊາວຄິວບາ ຜູ້ທີ່ບໍ່ໄດ້ເອົາແບບ ຍົກຕົວຢ່າງ ທາງທະເລ ຊຶ່ງເປັນການເດີນທາງທີ່ອັນຕະລາຍຢ່າງຍິ່ງ.”

ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ກ່າວວ່າ ພວກເຂົາເຈົ້າ ໄດ້ເຫັນຈຳນວນພວກຄົນຍົກຍ້າຍຖິ່ນຖານຊາວຄິວບາທີ່ບໍ່ມີເອກະສານມຸ້ງໜ້າມາຍັງສະຫະລັດ ເພີ້ມຂຶ້ນຢ່າງຫຼວງຫຼາຍຜິດປົກກະຕິ ໂດຍຜ່ານເສັ້ນທາງທັງພາກພື້ນດິນແລະທະເລ.

ຊາວຄິວບາ ໃນປັດຈຸບັນນີ້ ໄດ້ຖືກຈັດອັນດັບໃຫ້ຢູ່ໃນກຸ່ມທີ່ເດີນທາງໄປຮອດເຂດຊາຍແດນ ລະຫວ່າງສະຫະລັດກັບເມັກຊິໂກ ຫຼາຍທີ່ສຸດອັນດັບສອງ.

ຄິວບາ ໄດ້ກ່າວວ່າ ມາດຕະການລົງໂທດຕ່າງໆທີ່ໄດ້ວາງໂດຍລັດຖະບານສະຫະລັດ ແລະການຕັດສິນໃຈກ່ອນໜ້ານີ້ ໃຫ້ປິດພະແນກກົງສຸນຂອງສະ
ຫະລັດຢູ່ໃນນະຄອນຫຼວງຮາວານານັ້ນ ແມ່ນລວມຢູ່ໃນເຫດຜົນທັງຫຼາຍ ສຳ ລັບການເພີ້ມສູງຂຶ້ນໃນການຍົກຍ້າຍຖິ່ນຖານທີ່ຜິດປົກກະຕິຂອງຊາວຄິວບາ ແລະຈຳພວກຜູ້ທີ່ຫາເສັນທາງທີ່ອັນຕະລາຍເພື່ອໄປຮອດດິນແດນຂອງສະຫະ ລັດ.

ໃນເດືອນມີນາ ວໍຊິງຕັນ ໄດ້ກ່າວວ່າ ຕົນໄດ້ຟື້ນຟູຂັ້ນຕອນໃນການພິຈາລະນາອອກວີຊາຄົນເຂົ້າເມືອງທີ່ຈຳກັດສຳລັບຊາວຄິວບາ ເພື່ອ “ອຳນວຍຄວາມສະດວກທາງດ້ານການທູດ ແລະພົວພັນກັບອົງການສັງຄົມພົນລະເຮືອນ” ແລະການເຕົ້າໂຮມກັບບັນດາຄອບຄົວ.

ສະຖານທູດສະຫະລັດ ປະຈຳ ນະຄອນຫຼວງຮາວານາ ໄດ້ເລີ້ມຂັ້ນຕອນການພິຈາລະນາອອກວີຊາຄົນເຂົ້າເມືອງທີ່ຈຳກັດ. ພະແນກກົງສຸນຂອງຕົນ ຈະສືຕໍ່ສະໜອງການບໍລິການທີ່ຈຳເປັນໃຫ້ແກ່ພົນລະເມືອງຊາວອາເມຣິກັນແລະພິຈາ ລະນາອອກວີຊາໃຫ້ແກ່ພວກອົບພະຍົບ ໃນຂັ້ນສຸກເສີນທີ່ຈຳກັດ. ສະຖານທູດສະຫະລັດ ໃນເມືອງຫຼວງຈອຣທາວ ຂອງເຂດກີຢານາ ຍັງຈະຄົງເປັນສະຖານ ທີ່ຫຼັກໃນດຳເນີນການພິຈາລະນາວີຊາອົບພະຍົບ ສຳລັບຊາວຄິວບາທີ່ຍື່ນເອກະສານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG