ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເກັນ ຢ້ຽມຢາມ ກີຢິບ ໂດຍບໍ່ໄດ້ແຈ້ງໃຫ້ຮູ້ ຂະນະທີ່ ຢູເຄຣນ ປະເຊີນກັບຄວາມທ້າທາຍ ຈາກຣັດເຊຍ ໃນພາກຕາເວັນອອກ


ປະທານາທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ, ຊ້າຍ, ຕ້ອນຮັບ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານແອນໂທນີ ບລິງເກັນ, ຂວາ, ກ່ອນໜ້າການເຂົ້າຮ່ວມກ່ອງປະຊຸມ ໃນນະຄອນຫຼວງ ກີຢິບ ຂອງຢູເຄຣນ, ວັນທີ 14 ພຶດສະພາ 2024.
ປະທານາທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ, ຊ້າຍ, ຕ້ອນຮັບ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານແອນໂທນີ ບລິງເກັນ, ຂວາ, ກ່ອນໜ້າການເຂົ້າຮ່ວມກ່ອງປະຊຸມ ໃນນະຄອນຫຼວງ ກີຢິບ ຂອງຢູເຄຣນ, ວັນທີ 14 ພຶດສະພາ 2024.

ປະທານາທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໄດ້ຂອບໃຈສະຫະລັດ ສຳລັບສິ່ງທີ່ທ່ານເອີ້ນວ່າ ຊຸດການຊ່ວຍເຫຼືອທີ່ “ສຳຄັນຢ່າງຍິ່ງ” ຂະນະທີ່ທ່ານເປັນເຈົ້າພາບຈັດການເຈລະຈາໃນວັນອັງຄານມື້ນີ້ ຢູ່ໃນນະຄອນຫຼວງກິີຢິບ ກັບລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ.

ທ່ານບລິງເກັນ ໄດ້ເດີນທາງຮອດນະຄອນຫຼວງຂອງປະເທດດັ່ງກ່າວ ໃນຊ່ວງເວລາຕອນເຊົ້າ ໃນການເດີນທາງທີ່ບໍ່ໄດ້ແຈ້ງໃຫ້ຮູ້ ເພື່ອສົ່ງສິ່ງທີ່ບັນດາເຈົ້າໜ້າທີ່ສະຫະລັດ ເອີ້ນວ່າ “ຂໍ້ຄວາມທີ່ໜັກແໜ້ນຂອງການເຮັດໃຫ້ໝັ້ນໃຈຂຶ້ນຕື່ມ” ໃນຊ່ວງເວລາ ທີ່ກອງກຳລັງຂອງຢູເຄຣນ ພວມປະເຊີນກັບການໂຈມຕີຢ່າງໜັກໂດຍກອງທັບຣັດເຊຍ ໃນພາກຕາເວັນອອກຂອງຢູເຄຣນ ແລະກຳລັງລໍຖ້າການມາເຖິງຂອງການນຳສົ່ງອາວຸດໃໝ່ໆຈາກບັນດາພັນທະມິດ ເພື່ອຊ່ອຍໃນການປ້ອງກັນປະເທດ.

ທ່ານເຊເລັນສກີ ໄດ້ກ່າວຕໍ່ທ່ານບລິງເກັນວ່າ ການມາຢ້ຽມຢາມຂອງທ່ານນັ້ນ ມີຂຶ້ນໃນລະຫວ່າງ “ຊ່ວງເວລາທີ່ຍາກລຳບາກສຳລັບພາກຕາເວັນອອກຂອງປະເທດຂອງພວກເຮົາ.”

ໃນຊ່ວງອາທິດແລ້ວນີ້ ຣັດເຊຍໄດ້ເພີ້ມການໂຈມຕີຂອງຕົນຂຶ້ນໃນພາກພື້ນ ຄາຣກີບ ທາງພາກຕາເວັນອອກສຽງເໜືອຂອງຢູເຄຣນ.

ທ່ານເຊເລັນສກີ ໄດ້ກ່າວວ່າ ທ່ານຈະປຶກສາຫາລືກັບທ່ານບລິງເກັນ ເພື່ອຂໍການຊ່ອຍເຫຼືອຊຸດໃໝ່ຈາກສະຫະລັດ ໃຫ້ແກ່ຢູເຄຣນ ໃຫ້ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ ພ້ອມກັບການເສີມຂະຫຍາຍລະບົບປ້ອງກັນໄພທາງອາກາດຂອງຢູເຄຣນ ເຊິ່ງລວມທັງຄວາມຫວັງທີ່ວ່າ ຢູເຄຣນ ອາດໄດ້ຮັບລະບົບລູກສອນໄຟ ເພທຣີອັອດ (Patriot) ເພື່ອຊ່ອຍປົກປ້ອງ ຄາຣກີບ.

ທ່ານບລິງເກັນ ໄດ້ກ່າວວ່າ ສະຫະລັດ ພ້ອມທັງຄູ່ຮ່ວມງານອື່ນໆຂອງຢູເຄຣນ ມີຄວາມຕັ້ງໃຈທີ່ຈະເຮັດໃຫ້ ຢູເຄຣນໝັ້ນໃຈວ່າ ຕົນມີສິ່ງທີ່ຕົນຕ້ອງການໃນການຕໍ່ສູ້ກັບການບຸກລຸກຂອງຣັດເຊຍ ໄດ້ຢ່າງສຳເລັດຜົນ.

ທ່ານບລິງເກັນໄດ້ກ່າວວ່າ “ພວກເຮົາຮູ້ດີວ່າ ນີ້ເປັນຊ່ວງເວລາທີ່ທ້າທາຍ ແຕ່ພວກເຮົາຍັງຮູ້ອີກວ່າ ໃນ ໄລຍະໃກ້ໆນີ້ ການຊ່ອຍເຫຼືອ ປະຈຸບັນນີ້ ກຳລັງຈະມາເຖິງ”. ແລະໄດ້ກ່າວຕື່ມວ່າ “ບາງສ່ວນຂອງການຊ່ອຍເຫຼືອແມ່ນມາຮອດແລ້ວ ແລ້ວຈະມາຮອດຕື່ມອີກ ແລະ ອັນນັ້ນ ຈະເຮັດໃຫ້ມີຄວາມແຕກຕ່າງຢ່າງແທ້ຈິງໃນການຕໍ່ຕ້ານການຮຸກຮານຢ່າງຕໍ່ເນື່ອງຂອງຣັດເຊຍ ໃນສະໜາມລົບ.”

Ukrainian President Volodymyr Zelenskyy thanked the United States for what he called a “crucial package” of aid, as he hosted talks Tuesday in Kyiv with U.S. Secretary of State Antony Blinken.

Blinken arrived in the country hours earlier on an unannounced trip to deliver what U.S. officials called a “strong message of reassurance” at a time when Ukrainian forces are facing strong attacks by Russia’s military in eastern Ukraine and are awaiting the arrival of new weapons shipments from allies help with defense.

Zelenskyy told Blinken his visit was coming during a “tough period for the east of our country.”

During the past week, Russia has intensified its attacks on the Kharkiv region in northeastern Ukraine.

A Ukrainian soldier of the ACHILLES battalion of the 92nd brigade, carries a suicide FPV drone to the take-off position before flight over Russian positions in Kharkiv region, Ukraine, May 13, 2024.
A Ukrainian soldier of the ACHILLES battalion of the 92nd brigade, carries a suicide FPV drone to the take-off position before flight over Russian positions in Kharkiv region, Ukraine, May 13, 2024.

Zelenskyy said he would discuss with Blinken getting the new U.S. aid to Ukraine as quickly as possible, as well as bolstering Ukraine’s air defenses, including the hope that Ukraine could secure Patriot missile systems to help protect Kharkiv.

Blinken said the United States, along with other Ukrainian partners, are determined to make sure Ukraine has what it needs to be successful in fighting the Russian invasion.

“We know this is a challenging time, but we also know that in the near-term the assistance is now on the way,” Blinken said. “Some of it has already arrived, more of it will be arriving, and that’s going to make a real difference against the ongoing Russian aggression on the battlefield.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG