ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລັດຖະມົນຕີກະຊວງການຕ່າງປະເທດ ສຫລ ທ່ານແອນໂທນີ ບລິງເກັນ ໄດ້ເດີນທາງໄປອາຟຣິກາ ຄັ້ງທຳອິດ ໂດຍຜ່ານທາງອອນໄລນ໌


ລັດຖະມົນຕີກະຊວງການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ເຂົ້າຮ່ວມກອງປະຊຸມສອງຝ່າຍຜ່ານທາງອອກໄລນ໌ ກັບປະທານາທິບໍດີ ເຄັນຢາ ອູຮູຣູ ເຄັນຢາດຕາ (Uhuru Kenyatta) ແລະອຸປະທູດ ແອຣິກ ຄີດເລີ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 27 ເມສາ 2021.
ລັດຖະມົນຕີກະຊວງການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ເຂົ້າຮ່ວມກອງປະຊຸມສອງຝ່າຍຜ່ານທາງອອກໄລນ໌ ກັບປະທານາທິບໍດີ ເຄັນຢາ ອູຮູຣູ ເຄັນຢາດຕາ (Uhuru Kenyatta) ແລະອຸປະທູດ ແອຣິກ ຄີດເລີ ຢູ່ທີ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 27 ເມສາ 2021.

ການເດີນທາງຄັ້ງປະຫວັດສາດມີຫຼາຍຂຶ້ນໂດຍລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ກໍເພາະວ່າ ແທ້ຈິງແລ້ວທ່ານບໍ່ໄດ້ໄປໃສເລີຍ. ໃນວັນອັງຄານຜ່ານມານີ້ ທ່ານແອນໂທນີ ບລິງເກັນ ໄດ້ໄປຢ້ຽມຢາມເຂດອາຟຣິກ ກ່ອນໝູ່ ຜ່ານທາງອອນໄລນ໌ ໂດຍເຂົ້າຮ່ວມ ໃນ 6 ງານລ້ຽງ ແລະເຂົ້າປະຊຸມກັບບັນດາຜູ້ນຳລະດັບສູງລຸ້ນໃຫຍ່ຢູ່ໃນທະວີບດັ່ງກ່າວ ເຊັ່ນວ່າ ເຄັນຢາ ແລະໄນຈີເຣຍ. ນັກຂ່າວວີໂອເອ ອານິຕາ ພາວວີລ ໄດ້ຕິດຕາມໄປຈາກນະຄອນໂຈຮານເນສເບີກ ຂອງອາຟຣິກາໃຕ້ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ການປົກປ້ອງສິດທິມະນຸດຢູ່ໃນທົ່ວໂລກໂດຍຜ່ານການປົກຄອງທີ່ດີ ເປັນພື້ນ ຖານສ່ວນນຶ່ງ ດ້ານນະໂຍບາຍການຕ່າງປະເທດຂອງອາເມຣິກາ ແລະລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ເນັ້ນໜັກເຖິງຈຸດສຳຄັນທັງຫຼາຍເຫຼົ່ານັ້ນ ຢູ່ໃນການກ່າວເປີດພິທີເມື່ອວັນອັງຄານຜ່ານມາ ໂດຍຮວມມີກຸ່ມນັກສຶກສາຂອງໂຄງການລິເລີ້ມສ້າງຜູ້ນຳຊາວໜຸ່ມອາຟຣິກາ ຂອງລັດຖະບານສະຫະລັດ ຫຼືທີ່ເອີ້ນຫຍໍ້ວ່າ YALI.

ແຕ່ດ້ວຍລັກສະນະແບບເປັນກັນເອງ ຂອງການແລກປ່ຽນຄວາມຄິດເຫັນທາງອອນໄລນ໌ ຊຶ່ງທ່ານໄດ້ເອີ້ນວ່າ “ສິບຄຳຖາມກັບໂທນີ” ກໍບໍ່ໄດ້ຢຸດຢັ້ງພວກຊາວໜຸ່ມອາຟຣິກາຈາກການຖາມນັກການທູດລະດັບສູງຂອງສະຫະລັດ ຄຳຖາມຕ່າງໆທີ່ຍາກກ່ຽວກັບທຸກສິ່ງທຸກຢ່າງ ຈາກການປ່ຽນແປງຂອງດິນຟ້າອາກາດ ຕະຫຼອດເຖິງອິດທິພົນຂອງຈີນ ຈົນເຖິງລັດທິຫົວຮຸນແຮງ ທີ່ເພີ້ມຂຶ້ນນັບມື້ຢູ່ທະວີບນີ້.

ທ່ານບລິງເກັນ ກ່າວໄປວ່າ ທຸກຢ່າງທັງໝົດກໍຄືດັ່ງນີ້:

“ພວກເຮົາໝັ້ນໝາຍຢ່າງຍິ່ງ ທີ່ຈະເຮັດວຽກຮ່ວມກັບ ບັນດາຄູ່ພາຄີເພື່ອເສີມຂະຫຍາຍສັນຕິພາບແລະຄວາມໝັ້ນຄົງໃນອາຟຣິກາ. ໃນໄລຍະສັ້ນ ບາງເທື່ອເບິ່ງຄືວ່າ ການຮ່ວມມືດ້ານຄວາມໝັ້ນຄົງ ການສະໜັບສະໜຸນ ໃນການໄກ່ເກຍບັນ ຫາຂັດແຍ້ງ ແລະການລົນນະລົງດ້ານການທູດກ່ຽວກັບສິດທິມະນຸດ. ໃນທີ່ສຸດ ຂ້າພະເຈົ້າຄິດວ່າ ສິ່ງທີ່ສຳຄັນທີ່ສຸດ ທີ່ພວກເຮົາສາມາດເຮັດ ກໍແມ່ນຊ່ອຍປະ ເທດຕ່າງໆ ຖ້າເປັນໄປໄດ້ ສ້າງຄວາມເຂັ້ມແຂງໃນດ້ານປະຊາທິປະໄຕໃຫ້ສະຖາບັນຕ່າງໆຂອງພວກເຂົາເຈົ້າ ເສີມຂະຫຍາຍຄວາມອາດສາມາດທີ່ຈະນຳສົ່ງຄວາມກ້າວໜ້າໄດ້ ໃຫ້ແກ່ປະຊາຊົນ ເສດຖະກິດທີ່ຂະຫຍາຍຕົວຂຶ້ນ ແລະອັນນັ້ນ ເປັນພື້ນຖານອັນແທ້ຈິງທີ່ພວກເຮົາຕ້ອງໄດ້ນຳໄປຕິດຕັ້ງໄວ້.”

ການເດີນທາງຢ້ຽມຢາມລັກສະນະທາງອອນໄລນ໌ ໝາຍຄວາມວ່າ ທ່ານບລິງເກັນ ຈາກຄວາມສະດວກສະບາຍຂອງຫ້ອງການທ່ານ ຢູ່ໃນນະຄອນຫຼວງວໍຊິງຕັນ ໂດຍເດີນທາງຂ້າມໄລຍະຍາວໄກໄດ້ ໃນເວລາພຽງບຶດດຽວ: ຫຼັງຈາກກອງປະຊຸມທາງອອນໄລນ໌ ກັບກຸ່ມນັກສຶກສາຂອງ YALI ແລ້ວ ຕໍ່ຈາກນັ້ນທ່ານກໍໄດ້ໄປປະເທດໄນຈີເຣຍ ຢ່າງໄວວາ ບ່ອນທີ່ທ່ານໄດ້ພົບປະກັບປະທານາທິບໍດີ ແລະລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດດັ່ງກ່າວ ແລ້ວພາຍໃນ 90 ນາທີຕໍ່ມາ ທ່ານກໍພ້ອມທີ່ຈະຂ້າມທະວີບ ໄປພົບກັບປະທານາທິບໍດີ ແລະລັດຖະມົນຕີກະຊວງການຕ່າງປະເທດຂອງເຄັນຢາ. ທ່ານຍັງໄດ້ໂອ້ລົມກັບບັນ ດາເຈົ້າໜ້າທີ່ອື່ນໆຂອງທັງສອງປະເທດ ກ່ຽວກັບຄວາມພະຍາຍາມຂອງພວກເຂົາໃນການຕໍ່ສູ້ກັບໂຣກລະຍາດນີ້.

ທ່ານກໍຍັງບໍ່ອາຍທີ່ຈະສົນທະນາກ່ຽວກັບເລື້ອງຊ້າງ ຜ່ານທາງອອນໄລນ໌ ໃນຫ້ອງທາງອິນເຕີເນັດວ່າ: ຄູ່ປໍລະປັກທີ່ໃຫຍ່ທີ່ສຸດຂອງສະຫະລັດ ຊຶ່ງໄດ້ສ້າງຮ່ອງຮອຍຢ່າງຈິງຈັງໃນອາຟຣິກາ.

ທ່ານບລິງເກັນ ກ່າວວ່າ “ບັນດາປະເທດໃນອາຟຣິກາ ຈະແລະຄວນພົວພັນກັບຄູ່ພາຄີທີ່ກວ້າງຂວາງ ບໍ່ວ່າຈະເປັນປະເທດຈີນ ຫຼື ຝຣັ່ງ ເທີກີ ຫຼືບຣາຊີລ ສະຫະລັດ ຫຼື ຫຼາຍໆປະເທດອື່ນໆ. ແລະຄວາມຫວັງຂອງຂ້າພະເຈົ້າກໍແມ່ນວ່າ ບັນດາປະເທດຂອງອາຟຣິກາ ແລະບັນດາປະຊາຄົມຂອງອາຟຣິກາ ທີ່ຫາກໍເຂົ້າມາຮ່ວມໃນສາຍສຳພັນທັງຫຼາຍເຫຼົ່ານີ້ ດ້ວຍສາຍຕາທີ່ເປີດກວ້າງຂອງເຈົ້າ. ຈີນແມ່ນຄູ່ແຂ່ງແລະເປັນການແຂ່ງຂັນຂອງໂລກ ແມ່ນເປັນສິ່ງທີ່ດີ ຕາບໃດທີ່ໃນຂັ້ນພື້ນຖານແລ້ວ ມັນມີຄວາມເປັນທຳ ແລະສະໜາມການແຂ່ງຂັນນັ້ນ ແມ່ນພຽງກັນ. ແຕ່ໃນຂະນະທີ່ພວກເຮົາເບິ່ງມັນ ພວກເຮົາມີວິທີທາງທີ່ແຕກຕ່າງກັນໃນດ້ານການປົກຄອງ ພວກເຮົາມີວິທີທາງທີ່ແຕກຕ່າງກັນໃນດ້ານທຸລະກິດ ພວກເຮົາມີວິທີທາງທີ່ແຕກຕ່າງກັນໃນດ້ານຄວາມໝັ້ນຄົງ ແລະພື້ນຖານຕ່າງໆໃນດ້ານການຮ່ວມມື ບາງເທື່ອຂ້ອນຂ້າງແຕກຕ່າງກັນຫຼາຍ.”

ດ້ວຍການຢ້ຽມຢາມໃນຄັ້ງນີ້ ທ່ານບລິງເກັນ ອາດແຊງໜ້າ ຜູ້ດຳລົງຕຳແໜ່ງກ່ອນໜ້າທ່ານ ໃນແງ່ຂອງການພົວພັນຢູ່ໃນທະວີບທີ່ກຳລັງຂະຫຍາຍຕົວຢ່າງວ່ອງໄວທີ່ສຸດຂອງໂລກ. ພາຍໃຕ້ປະທານາທິບໍດີ ດໍໂນລ ທຣຳ ກ່ອນໜ້ານີ້ ລັດຖະມົນຕີກະຊວງການຕ່າງປະເທດສອງທ່ານ ໄດ້ເດີນທາງໄປຢ້ຽມຢາມ

ອາຟຣິກາ ຄົນລະເທື່ອ. ເຈົ້າໜ້າທີ່ຂອງທ່ານບລິງເກັນ ກ່າວວ່າ ການຢ້ຽມຢາມນີ້ ຈະບໍ່ເປັນຄັ້ງສຸດທ້າຍຂອງທ່ານ ແລະວ່າ ທ່ານຫວັງວ່າ ຈະເດີນທາງຕົວຈິງ ເມື່ອໃດທີ່ມັນປອດໄພທີ່ຈະເດີນທາງໄດ້ອີກເທື່ອນຶ່ງ. ໃນເວລານີ້ ທ່ານໄດ້ກ່າວວ່າ ທ່ານຈະເອົາຄວາມປອດໄພ ແລະຟັງສຽງຈາກປະຊາກອນທີ່ໜຸ່ມນ້ອຍທີ່ສຸດຂອງໂລກ.

ທ່ານບລິງເກັນກ່າວວ່າ “ສິ່ງທີ່ສຳຄັນທີ່ສຸດພວກເຮົາມີ ກໍແມ່ນໄດ້ຍິນແລະໃຫ້ຟັງສຽງໃໝ່ໆ ສຽງຂອງພວກຊາວໜຸ່ມ ທັດສະນະທີ່ມີແນວຄິດໃໝ່ໆ. ບໍ່ມີຜູ້ໃດ ມີການຜູກຂາດຕໍ່ຄວາມຄິດໃດໆ ບໍ່ວ່າຈະແມ່ນຄວາມຄິດທີ່ດີໆ. ແລະໃນຂະນະທີ່ເຈົ້ານຳເອົາຄວາມຄິດເຫຼົ່ານີ້ເຂົ້າມາໃນຕະຫຼາດແຫ່ງຄວາມຄິດ ມັນກໍຈະເຮັດໃຫ້ມີອຳນາດຫຼາຍຂຶ້ນຕື່ມອີກ ແລະຕະຫຼາດທີ່ຫຼວງຫຼາຍ ແລະຂ້າພະເຈົ້າຄິດວ່າ ອັນນັ້ນແມ່ນວິທີທາງທີ່ພວກເຮົາຈະໄດ້ຮັບຄວາມກ້າວໜ້າ.”

ອາຟຣິກາ ທ່ານບລິງເກັນກ່າວວ່າ ສະຫະລັດແມ່ນກຳລັງຟັງເຈົ້າຢູ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG