ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການປະເຊີນໜ້າກັນ ກ່ຽວກັບ ຢູເຄຣນ ຍັງສືບຕໍ່ຢ່າງບໍ່ຫຼຸດຖອຍ


ທະຫານຂອງກອງກຳລັງຕິດອາວຸດ ຢູເຄຣນ ແລ່ນໃກ້ກັບລະບົບຍິງລູກສອນໄຟດ້ວຍຕົນເອງ ໃນລະຫວ່າງການຊ້ອມລົບຢູ່ພາກພື້ນ ເຄີສັນ (Kherson region), ຢູເຄຣນ, ໃນຮູບພາບທີ່ຖືກແຈກຢາຍນີ້. 1 ກຸມພາ, 2022. (Ukrainian Armed Forces Press Service/Handout via Reuters)
ທະຫານຂອງກອງກຳລັງຕິດອາວຸດ ຢູເຄຣນ ແລ່ນໃກ້ກັບລະບົບຍິງລູກສອນໄຟດ້ວຍຕົນເອງ ໃນລະຫວ່າງການຊ້ອມລົບຢູ່ພາກພື້ນ ເຄີສັນ (Kherson region), ຢູເຄຣນ, ໃນຮູບພາບທີ່ຖືກແຈກຢາຍນີ້. 1 ກຸມພາ, 2022. (Ukrainian Armed Forces Press Service/Handout via Reuters)

ປະທານາທິບໍດີິ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ໄດ້ກ່າວໃນວັນອັງຄານວານນີ້ວ່າ ສະຫະລັດ ແລະ ພັນທະມິດຂອງເຂົາເຈົ້າໄດ້ເມີນເສີຍຕໍ່ຄຳຮຽກຮ້ອງດ້ານຄວາມປອດໄພລະດັບສູງຂອງ ຣັດ ເຊຍ ເພື່ອໃຫ້ເຂົາເຈົ້າປະຕິເສດການເປັນສະ ມາຊິກຂອງ ຢູເຄຣນ ໃນພັນທະມິດທະຫານຂອງອົງ ການ NATO ແລະ ຖອນອາວຸດຂອງເຂົາເຈົ້າຢູ່ໃກ້ ຣັດເຊຍ, ໃນຂະນະທີ່ ສະຫະລັດ ໄດ້ກ່າວຢໍ້າ “ຄຳໝັ້ນສັນຍາຂອງເຂົາເຈົ້າ” ຕໍ່ ຢູເຄຣນ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງເຂົາເຈົ້າ.

ຖະແຫຼງການໂຕ້ຕອບກັນໄປມາດັ່ງກ່າວ ບໍ່ສາມາດທີ່ຈະຫຼຸດຜ່ອນຄວາມເຄັ່ງຕຶງ ກ່ຽວກັບ ການສົ່ງກອງທະຫານຫຼາຍກວ່າ 100,000 ຄົນຂອງ ມົສກູ ໄປຢູ່ຕາມເຂດຊາຍແດນ ພາກຕາເວັນອອກຂອງ ຢູເຄຣນ, ແນວໃດກໍຕາມ ຣັດເຊຍ ໄດ້ປະຕິເສດວ່າ​ເຂົາ​ເຈົ້າ​ບໍ່​ມີເຈຕະນາທີ່ຈະບຸກລຸກປະເທດທີ່ຄັ້ງນຶ່ງເຄີຍເປັນສະຫະພາບໂຊຫວຽດນັ້ນ.

ທ່ານ ປູຕິນ, ໃນການໃຫ້ຄຳເຫັນຕໍ່ສາທາລະນະເປັນຄັ້ງທຳອິດຂອງທ່ານ ກ່ຽວກັບ ການປະເຊີນໜ້າກັນກັບປະເທດຕາເວັນຕົກໃນ​ເລື້ອງ ຢູເຄຣນ ໃນຮອບດົນກວ່ານຶ່ງເດືອນນັ້ນ, ໄດ້ກ່າວໃນກອງປະ ຊຸມຖະແຫຼງຂ່າວວ່າວັງ ເຄຣັມລິນ ຍັງສຶກສາເບິ່ງ​ຄຳຕອບຂອງ ສະຫະລັດ ແລະ ອົງການ NATO ຕໍ່ການຮຽກຮ້ອງດ້ານຄວາມປອດໄພຂອງ ຣັດເຊຍ ໃນອາທິດແລ້ວນີ້ຢູ່.

ປະເທດຕາເວັນຕົກໄດ້ປະຕິເສດ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະບໍ່ຮັບ ຢູເຄຣນ ເຂົ້າເປັນສະມາຊິກອົງການ NATO, ໂດຍເວົ້າວ່າບໍ່ມີປະເທດຈາກພາຍນອກໃດໆມີອຳນາດຍັບຢັ້ງ ກ່ຽວກັບວ່າ ໃຜເປັນສະມາຊິກໃນພັນທະມິດທາງທະຫານທີ່ນຳພາໂດຍ ສະຫະລັດ ທີ່ຖືກຕັ້ງຂຶ້ນ​ຫລັງຈາກສົງຄາມໂລກຄັ້ງທີ 2.

ທ່ານ ປູຕິນ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ມັນຈະແຈ້ງແລ້ວໃນເວລານີ້ ທີ່ຄວາມເປັນຫ່ວງພື້ນຖານຂອງ ຣັດເຊຍ ໄດ້ຖືກເມີນເສີຍ.”

ທ່ານຍັງໄດ້ກ່າວວ່າ, ແນວໃດກໍ່ຕາມ, ມັນມີຄວາມເປັນໄປໄດ້ທີ່ຈະເຈລະຈາເພື່ອສິ້ນສຸດການປະ ເຊີນໜ້າກັນ ຖ້າຜົນປະໂຫຍດຂອງທຸກຝ່າຍ, ລວມທັງຄວາມເປັນຫ່ວງດ້ານຄວາມປອດໄພຂອງ ຣັດເຊຍ, ແມ່ນຖືກນຳມາພິຈາລະນາ, ອີງຕາມການລາຍງານຂອງອົງການຂ່າວ AP.

ອົງການຂ່າວ AP ລາຍງານວ່າ ທ່ານ ປູຕິນ ໄດ້ກ່າວວ່າ “ຂ້າພະເຈົ້າຫວັງວ່າໃນທີ່ສຸດພວກເຮົາຈະພົບຂໍ້ແກ້ໄຂບັນຫາ, ເຖິງແມ່ນວ່າພວກເຮົາຮູ້ວ່າມັນຈະບໍ່ເປັນສິ່ງທີ່ງ່າຍກໍ່ຕາມ.”

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ກ່າວຢໍ້າ “ຄຳໝັ້ນສັນຍາ” ຂອງ ສະຫະລັດ ຕໍ່ ຢູເຄຣນ ໃນການລົມໂທລະສັບກັບຄູ່ຮ່ວມຕໍາແໜ່ງ ຣັດເຊຍ ຂອງທ່ານ, ທ່ານ ເຊີເກ ລາວຣອຟ ໃນວັນອັງຄານວານນີ້, ອີງຕາມການກ່າວຂອງກະຊວງການຕ່າງປະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG