ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບລິງເກັນ ເລີ້ມຕົ້ນເດີນທາງຢ້ຽມຢາມ 4 ປະເທດ ໃນອາຟຣິກາ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໂບກມືທັກທາຍ ໃນຂະນະຂຶ້ນເຮືອບິນ ຢູ່ທີ່ຖານທັບອາກາດ ແອນດຣິວ ໃນວັນທີ 21 ມັງກອນ 2024. ທ່ານບລິງເກັນ ຈະຢ້ຽມຢາມ 4 ປະເທດ ອາຟຣິກາ ເພື່ອສຸມໃສ່ການຫາລືກ່ຽວກັບຄວາມໝັ້ນຄົງ, ປ້ອງກັນຄວາມຄັດແຍ້ງ ແລະ ຍົກຄຸນນະພາບທາງດ້ານປະຊາທິປະໄຕ ແລະການຄ້າ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໂບກມືທັກທາຍ ໃນຂະນະຂຶ້ນເຮືອບິນ ຢູ່ທີ່ຖານທັບອາກາດ ແອນດຣິວ ໃນວັນທີ 21 ມັງກອນ 2024. ທ່ານບລິງເກັນ ຈະຢ້ຽມຢາມ 4 ປະເທດ ອາຟຣິກາ ເພື່ອສຸມໃສ່ການຫາລືກ່ຽວກັບຄວາມໝັ້ນຄົງ, ປ້ອງກັນຄວາມຄັດແຍ້ງ ແລະ ຍົກຄຸນນະພາບທາງດ້ານປະຊາທິປະໄຕ ແລະການຄ້າ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ມີກຳນົດພົບປະກັບນາຍົກລັດຖະມົນຕີເຄັບເວີດ ທ່ານອູລິສຊິສ ໂຄແຮ ອີ ຊີລວາ (Ulisses Correia e Silva) ໃນວັນຈັນມື້ນີ້, ໃນລະຫວ່າງນັກການທູດຂັ້ນສູງຂອງສະຫະລັດ ເລີ້ມຕົ້ນການຢ້ຽມຢາມ 4 ປະເທດ ໃນອາຟຣິກາ.

ການເດີນທາງຂອງ ທ່ານບລິງເກັນ ຍັງລວມມີການຢ້ຽມຢາມພໍໂຕ ດາ ພຣາຍອາ (Porto da Praia), ເຊິ່ງໄດ້ຮັບທຶນເພື່ຶອພະຍາຍາມປັບປຸງຄວາມທັນສະ ໄຫມຈາກບໍລິສັດ Millenium Challenge ຂອງລັດຖະບານສະຫະລັດ, ແລະເຂົ້າຮ່ວມຊົມການແຂ່ງຂັນເຕະບານຊິງຂັນລາງວັນຂອງບັນດາປະເທດໃນອາຟຣິກາ ລະຫວ່າງທີມ ໄອໂວຣີ ໂຄສທ໌ (Ivory Coast) ແລະ ອີກົວໂທຣຽລ ກີເນ່ຍ (Equatorial Guinea).

ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານແມັດທິວ ມີລເລີ ກ່າວກ່ອນການເດີນທາງວ່າ ທ່ານ ບລິງເກັນ ຈະເນັ້ນໜັກເຖິງການລົງທຶນດ້ານພື້ນຖານໂຄງລ່າງຂອງສະຫະລັດ ໃນອາຟຣິກາ ເພື່ອເປັນວິທີທາງໃນການ “ຊຸກຍູ້ການຄ້າສອງດ້ານ, ການສ້າງວຽກເຮັດງານທຳພາຍໃນປະເທດ ແລະພາຍໃນທະວີບ, ພ້ອມທັງຊ່ວຍໃຫ້ອາຟຣິກາ ສາມາດແຂ່ງຂັນຢູ່ໃນຕະຫຼາດໂລກໄດ້ອີກດ້ວຍ.”

ທ່ານນາງໂມລລີ ພີ (Molly Phee), ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຮັບ​ຜິດ​ຊອບ​ເລື້ອງອາຟຣິກາ, ກ່າວສະແດງຄໍາຍ້ອງຍໍ ເຄັບເວີດ ກ່ອນການຢ້ຽມຢາມຂອງ ທ່ານ ບລິງເກັນ, ໂດຍຮ້ອງປະເທດແຫ່ງນີ້ວ່າ ເປັນປະເທດ "ທີ່ດິເລີດທາງດ້ານປະຊາທິປະໄຕ."

ການເດີນທາງຂອງ ທ່ານບລິງເກັນ ຍັງປະກອບມີ ການຢຸດແວ່​ທີ່ ໄອໂວຣີ
ໂຄ​ສທ໌, ໄນຈີເຣຍ ແລະ ອັງໂກລາ ອີກດ້ວຍ.

ທ່ານນາງພີ ກ່າວ​ວ່າ ວາລະການປະຊຸມຂອງ ທ່ານບລິງເກັນ ໃນໄອໂວຣີ ໂຄສທ໌ ຈະ​ລວມມີ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ສະຖານະ​ການ​ຄວາມ​ໝັ້ນຄົງຢູ່​ໃນ​ພາກ​ພື້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG