ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບ​ລິງ​ເຄັນ ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່ ອິ​ສ​ຣາ​ແອ​ລ ປຶກ​ສາ​ຫາ​ລື ກ່ຽວ​ກັບ ຄວາມ​ພະ​ຍາ​ຍາມ​ເພື່ອ​ປ່ອຍ​ຕົວ​ປະ​ກັນ​ທີ່​ຖືກ​ຈັບ​ໃນ ກາ​ຊາ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອ​ນ​ໂທ​ນີ ບ​ລິງ​ເຄັນ, ກາງ, ພົບ​ປະ​ກັບ​ອະ​ດີດ​ຫົວ​ໜ້າ​ກອງ​ກຳ​ລັງປ້ອງ​ກັນ​ປະ​ເທດ ອິ​ສ​ຣາ​ແອ​ລ ທ່ານ ກາ​ດີ ໄອ​ເຊັນ​ຄັອດ ແລະ ອະ​ດີດ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ນີ ແກ້ນ​ສ໌ ໃນ​ນະ​ຄອນຫຼວງ ແທ​ລ ອາ​ວີ​ຟ, 8 ກຸມ​ພາ 2024.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອ​ນ​ໂທ​ນີ ບ​ລິງ​ເຄັນ, ກາງ, ພົບ​ປະ​ກັບ​ອະ​ດີດ​ຫົວ​ໜ້າ​ກອງ​ກຳ​ລັງປ້ອງ​ກັນ​ປະ​ເທດ ອິ​ສ​ຣາ​ແອ​ລ ທ່ານ ກາ​ດີ ໄອ​ເຊັນ​ຄັອດ ແລະ ອະ​ດີດ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ນີ ແກ້ນ​ສ໌ ໃນ​ນະ​ຄອນຫຼວງ ແທ​ລ ອາ​ວີ​ຟ, 8 ກຸມ​ພາ 2024.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ປຶກ​ສາ​ຫາ​ລື ກ່ຽວກັບ ຄວາມ​ພະ​ຍາ​ຍາມ​ເພື່ອ​ປ່ອຍ​ຕົວ​ປະ​ກັນ​ທີ່​ຖືກ​ຈັບ​ໂດຍ​ພ​ວກ​ຫົວ​ຮຸນ​ແຮງ ຮາ​ມາ​ສ ໃນ​ເຊດ ກາ​ຊາ ໃນ​ເວ​ລາ​ທີ່​ທ່ານ​ພົບ​ປະ​ກັບ​ບັນ​ດາ​ສະ​ມາ​ຊິ​ກ​ຄະ​ນະ​ລັດ​ຖະ​ມົນ​ຕີ​ສົງ​ຄາມ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ.

ໃນ​ຕອນ​ເລີ່ມ​ຕົ້ນ​ຂອງ​ການ​ປະ​ຊຸມ​ກັບ​ອະ​ດີດ​ຫົວ​ໜ້າ​ກອງ​ທັບ ທ່ານ ເບັນ​ນີ ແກ້ນ​ສ໌ ແລະ ທ່ານ ກາ​ບີ ໄອ​ເຊັນ​ຄັອດ, ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ວ່າ​ຈຸດ​ເພັ່ງ​ເລັງ​ຈະ​ “ແນ​ໃສ່​ຕົວ​ປະ​ກັນ ແລະ ມີ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຢ່າງ​ແຮງວ່າ​ພວກ​ເຮົາ​ທັງ​ສອງ ​ຕ້ອງ​ເຫັນ​ເຂົາ​ເຈົ້າ​ກັບ​ຄືນ​ໄປ​ຫາ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​, ເຊິ່ງ​ເປັນ​ວຽກ​ງານ​ທີ່​ຕ້ອງ​ເຮັດ​ໃຫ້​ແລ້ວ​ໃນ​ທີ່​ສຸດ.”

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ວ່າ ທ່ານ​ຍັງ​ຈະ​ສະ​ໜອງ​ຂໍ້​ມູນ​ໃໝ່​ ຈາກ​ການ​ປະ​ຊຸມ​ທີ່​ທ່ານ​ໄດ້​ຈັດຢູ່​ບ່ອນ​ອື່ນໆ​ໃນ​ພາກ​ພື້ນ​ດັ່ງ​ກ່າວ ໃນ​ການ​ເດີນ​ທາງ​ທີ່​ລວມ​ມີ​ການ​ຢຸດ​ແວ່​ໃນ​ປະ​ເທດ ຊາ​ອຸ​ດີ ອ​າ​ຣາ​ເບຍ, ອີ​ຈິບ, ກາ​ຕ້າ ແລະ ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດັນ ຫຼື ເວັ​ສ​ແບັ້ງ.

ທ່ານ ແກ້​ນ​ສ໌ ໄດ້​ບອກ​ທ່ານ ບ​ລິງ​ເຄັນ​ ວ່າ​ບັນ​ຫາ​ທີ່​ຮີບ​ດ່ວນ​ທີ່​ສຸດ​ແມ່ນ​ຊອກ​ຫາ​ວິ​ທີ​ນຳ​ເອົາ​ຕົວ​ປະ​ກັນ​ກັບ​ຄືນ​ມາ.

ການ​ປະ​ຊຸມ​ຕ່າງໆ​ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາມ​າ​ສ ພິ​ຈາ​ລະ​ນາ​ຂໍ້​ສະ​ເໜີ​ສຳ​ລັບ​ການ​ຢຸດ​ຍິ​ງ​ຊົ່ວ​ຄາວ ທີ່​ຈະ​ລວມ​ມີ​ການ​ຢຸດ​ຕໍ່​ສູ້ ແລະ ປ່ອຍ​ຕົວ​ປະ​ກັນ​ຈາກ ກາ​ຊາ.

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ​ກຸ່ມ​ຮາມ​າ​ສ​ ໄດ້​ກ່າວ​ວ່າ​ຄະ​ນະ​ຜູ້​ແທນ ຮາ​ມາ​ສ ຈະ​ເດີນ​ທາງ​ໄປ​ນະ​ຄອນຫຼວງ ໄຄ​ໂຣ ຂອງ ອີ​ຈິບ ໃນ​ວັນ​ພະ​ຫັດ​ມື້ນີ້​ເພື່ອ​ສືບ​ຕໍ່​ການ​ເຈ​ລະ​ຈາ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ ອີ​ຈິບ ແລະ ກາ​ຕ້າ.

ທ່ານ ບ​ລິງ​ເຄັນ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ​ຄຳ​ຕອບ​ຈາກ​ພວກ​ຜູ້​ນຳ​ກຸ່ມ​ຮາ​ມາ​ສ ຕໍ່​ແຜນ​ການ​ທີ່​ຖືກ​ຮ່າງ​ຂຶ້ນ​ໂດຍ​ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ, ອີ​ຈິບ, ກາ​ຕ້າ ແລະ ອິ​ສ​ຣາ​ແອ​ລ ປະ​ກອບ​ມີ “ສິ່ງ​ທີ່​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະ​ບໍ່​ປະ​ສົບ​ຄວາມ​ສຳ​ເລັດຢ່າງ​ຊັດ​ເຈນ,” ແຕ່​ມັນ​ມີ​ຊ່ອງ​ຫວ່າງ​ສຳ​ລັບ​ການ​ເຈ​ລະ​ຈາ​ຕໍ່​ໄປ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ, ແນວ​ໃດ​ກໍ່​ຕາມ, ໄດ້​ປະ​ຕິ​ເສດ​ແຜນ​ການ​ທີ່​ຖືກ​ສະ​ເໜີ​ໂດຍ​ກຸ່ມ​ຮາ​ມາ​ສ ເພື່ອ​ສິ້ນ​ສຸດ​ສົງ​ຄາມ​ໃນ ກາ​ຊາ, ແຕ່​ກົງ​ກັນ​ຂ້າມ​ໄດ້​ປະ​ຕິ​ຍານ​ທີ່​ຈະ​ດຳ​ເນີນ​ຕໍ່​ໄປ​ກັບ​ການ​ໂຈມ​ຕີ​ຂອງ​ປະ​ເທດ​ຂອງ​ທ່ານ​ໃສ່​ພວກ​ຫົວ​ຮຸນ​ແຮງ​ຈົນ​ກວ່າ​ເຂົາ​ເຈົ້າ​ຈະ​ບັນ​ລຸ “ໄຊ​ຍະ​ນະ​ຢ່າງ​ແນ່ນອນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG