ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິ​ສ​ຣາ​ແອ​ລ ລົ້ມ​ແຫຼວທີ່​ຈະ​ປົກ​ປ້ອງ​ພົນ​ລະ​ເຮືອນ​ໃຫ້ຫຼາຍ​ເທົ່າ​ທີ່​ຈະຫຼາຍ​ໄດ້


ທະ​ຫານ ອິ​ສ​ຣາ​ແອ​ລ ຢືນ​ຢູ່​ໃກ້ລົດ​ປັນ​ທຸກ​ທີ່​ເຕັມ​ໄປ​ດ້ວຍ​ນັກ​ໂທດ ອິ​ສ​ຣາ​ແອ​ລ ທີ່ບໍ່​ນຸ່ງ​ເສື້ອ, ທ່າມ​ກາງ​ຄວາມ​ຂັດ​ແຍ້ງ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຫົວ​ຮຸນ​ແຮງ ປາ​ແລັ​ສ​ໄຕ​ນ໌ ຮາ​ມາ​ສ, ໃນ​ເຂດ​ກາ​ຊາ, 8 ທັນ​ວາ 2023.
ທະ​ຫານ ອິ​ສ​ຣາ​ແອ​ລ ຢືນ​ຢູ່​ໃກ້ລົດ​ປັນ​ທຸກ​ທີ່​ເຕັມ​ໄປ​ດ້ວຍ​ນັກ​ໂທດ ອິ​ສ​ຣາ​ແອ​ລ ທີ່ບໍ່​ນຸ່ງ​ເສື້ອ, ທ່າມ​ກາງ​ຄວາມ​ຂັດ​ແຍ້ງ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຫົວ​ຮຸນ​ແຮງ ປາ​ແລັ​ສ​ໄຕ​ນ໌ ຮາ​ມາ​ສ, ໃນ​ເຂດ​ກາ​ຊາ, 8 ທັນ​ວາ 2023.

ສະ​ຫະ​ລັດ, ເຊິ່ງ​ແມ່ນ​ຜູ້​ສະ​ໜັບ​ສະ​ໜູນທີ່ແຂງ​ແກ່ນ ​ຂອງ ອິ​ສ​ຣາ​ແອ​ລ ໃນ​ສົງ​ຄາມ​ຂອງ​ເຂົາ​ເຈົ້າ​ກັບ​ກຸ່ມ​ຫົວ​ຮຸນ​ແຮງ ຮາ​ມາ​ສ, ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ກອງ​ທັບ ອິ​ສ​ຣາ​ແອ​ລ ໄດ້​ລົ້ມ​ແຫຼວ ​ໃນ​ການ​ປະ​ກາດ​ເຈດ​ຕະ​ນາ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ປົກ​ປ້ອງ​ພົນ​ລະ​ເຮືອນ ປາ​ແລັ​ສ​ໄຕ​ນ໌ ໃຫ້​ຫຼາຍ​ເທົ່າ​ທີ່​ຈະຫຼາຍ​ໄດ້, ຜູ້​ທີ່​ກຳ​ລັງຫຼົບ​ໜີ​ຈາກ​ການ​ໂຈມ​ຕີ​ຂອງ ອິ​ສ​ຣາ​ແອ​ລ ໃນ​ເຂດ​ກາ​ຊາ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ກ່າວ​ໃນ​ລາຍ​ການ “State of the Union” ຂອງ​ໂທ​ລະ​ພາບ CNN ວ່າ “ມັນ​ຈຳ​ເປັນ​ທີ່​ພົນ​ລະ​ເຮືອນ​ໄດ້​ຮັບ​ການ​ປົກ​ປ້ອງ.” ທ່ານ​ໄດ້​ກ່າວ​ວ່າ ອິ​ສ​ຣາ​ແອ​ລ ແມ່ນບໍ່​ສາ​ມາດ​ທີ່​ຈະ​ປົກ​ປ້ອງ​ພົນ​ລະ​ເຮືອນ ປາ​ແລັ​ສ​ໄຕ​ນ໌ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ສືບ​ຕໍ່​ການ​ໂຈມ​ຕີ​ຕໍ່​ພວກ​ຫົວ​ຮຸນ​ແຮງ​ໃນ​ເຂດ​ປິດ​ລ້ອມ​ທີ່​ແຄບໆ​ຢູ່​ຕາມ​ທະ​ເລ​ເມ​ດີ​ເທີ​ເຣ​ນຽນ.

ທູດ​ລະ​ດັບ​ສູງ ສະ​ຫະ​ລັດ ໄດ້​ກ່າວ​ວ່າ “ສິ່ງ​ທີ່ບໍ່​ເຮົາ​ບໍ່​ໄດ້​ເຫັນ​ແມ່ນ​ການຫຼຸດ​ຜ່ອນ​ການ​ຍິງ​ກັນ ສະ​ນັ້ນ​ການ​ຊ່ວຍ​ເຫຼືອ​ຈຶ່ງ​ສາ​ມາດ​ຖືກ​ນຳ​ເຂົ້າ​ໄປ​ໃນ” ເຂດ​ກາ​ຊາ ແລະ “ຄວາມ​ກະ​ຈ່າງ​ແຈ້ງ​ຂອງ​ເສັ້ນແບ່ງ​ເຂດ​ແດນ” ສຳ​ລັບ​ເຂດ​ຕ່າງໆ​ທີ່ ອິ​ສ​ຣາ​ແອລ ຈະ​ບໍ່​ໂຈມ​ຕີ​ ສະ​ນັ້ນ ​ພົນ​ລະ​ເຮືອນ​ຈຶ່ງ​ສາ​ມາດ ​ຊອກ​ຫາ​ບ່ອນຫຼົບ​ລີ້​ທີ່​ປອດ​ໄພ.

ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ຈະ​ຈັດ​ກອງ​ປະ​ຊຸ​ມ​ສຸກ​ເສີນ​ໃນ​ວັນ​ອັງ​ຄານມື້​ອື່ນ ເພື່ອ​ລົງ​ຄະ​ແນນ​ສຽງ ກ່ຽວ​ກັບ ຮ່າງ​ບັນ​ຍັດ​ສະ​ບັບ​ນຶ່ງ​ເພື່ອ​ຮຽກ​ຮ້ອງ​ການ​ຢຸດ​ຍິງ​ດ້ານ​ມະ​ນຸດ​ສະ​ທຳ​ຢ່າງ​ທັນ​ທີ​ໃນ ກ​າ​ຊາ. ທ່ານ ຮິ​ຢາດ ແມນ​ຊົວ, ເອກ​ອັກ​ຄະ​ລັດ​ຖະ​ທູດ ປາ​ແລັ​ສ​ໄຕ​ນ໌ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AP ວ່າ​ມັນ​ຄື​ກັບ​ບັນ​ຍັດ​ສະ​ພາ​ຄວາມ​ໝັ້ນ​ຄົງທີ່ ສະ​ຫະ​ລັດ ໄດ້​ຍັບ​ຢັ້ງ​ໃນ​ວັນ​ສຸກ​ແລ້ວນີ້.

ຫຼັງ​ຈາກ​ການ​ຕໍ່​ສູ້​ຢ່າງ​ໜັກ 24 ຊົ່ວ​ໂມງ, ລົດ​ຖັງ ອິ​ສ​ຣາ​ແອລ ໄດ້​ເຄື່ອນ​ເຂົ້າ​ໄປ​ໃນ​ໃຈ​ກາງ​ຂອງ​ເມືອງ ຄານ ຢູ​ນິ​ສ, ເຊິ່ງ​ແມ່ນ​ເມືອງ​ເອກ ​ຂອງ​ພາກ​ໃຕ້​ເຂດ​ກາ​ຊາ ໃນ​ວັນ​ອາ​ທິດ​ວານນີ້.

ກອງ​ທັບ ອິ​ສ​ຣາ​ແອ​ລ ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ໂຈມ​ຕີຫຼາຍກວ່າ 250 ເປົ້າ​ໝາຍ​ໃນ 24 ຊົ່ວ​ໂມງ​ທີ່​ຜ່ານ​ມາ, ລວມ​ທັງ​ບາງ​ບ່ອນ​ ໃນ​ພາກ​ໃຕ້​ໃກ້​ກັບ​ເມືອງ ຄານ ຢູ​ນິ​ສ, ແຕ່​ພ້ອມ​ກັບ​ໝູ່​ບ້ານ ຊາ​ໄຈ​ຢາ ຂອງ​ເມືອງກາ​ຊາ ໃນ​ພາກ​ເໜືອ.

XS
SM
MD
LG