ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລມຕ ບລິງເກັນ ກຳລັງຢູ່ທີ່ຈໍແດນ ເພື່ອເຈລະຈາ ເຮັດໃຫ້ຂໍ້ຕົກລົງຢຸດຍິງ ຂອງພາກຕາເວັນອອກກາງ ໝັ້ນຄົງ


ລັດຖະມົນຕີການຕ່າງປະເທດ ທ່ານແອນໂທນີ ບລິງເກັນ, ຊ້າຍ, ຟັງໃນລະຫວ່າງການພົບປະກັບ ກະສັດ ອັບດູລາ ອົງທີສອງຂອງຈໍແດນ ຢູ່ສະຖານທີ່ສັກສິດ Bayt Al Urdon, ວັນທີ 26 ພຶດສະພາ 2021, ໃນນະຄອນຫຼວງອຳມານ ປະເທດຈໍແດນ.
ລັດຖະມົນຕີການຕ່າງປະເທດ ທ່ານແອນໂທນີ ບລິງເກັນ, ຊ້າຍ, ຟັງໃນລະຫວ່າງການພົບປະກັບ ກະສັດ ອັບດູລາ ອົງທີສອງຂອງຈໍແດນ ຢູ່ສະຖານທີ່ສັກສິດ Bayt Al Urdon, ວັນທີ 26 ພຶດສະພາ 2021, ໃນນະຄອນຫຼວງອຳມານ ປະເທດຈໍແດນ.

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ເດີນທາງຮອດປະເທດຈໍແດນ ໃນວັນພຸດວານນີ້ ຊຶ່ງເປັນບ່ອນຢຸດແວ່ສຸດທ້າຍສຳລັບການເດີນທາງ ໄປຍັງພາກຕາເວັນອອກກາງ ໂດຍຈະພົບປະກັບກະສັດ ອັບດູລລາ ເພື່ອເຮັດໃຫ້ຂໍ້ຕົກລົງຢຸດຍິງລະຫວ່າງອິສຣາແອລ ແລະພວກຫົວຮຸນແຮງປາແລັສໄຕນ໌ ໃນເຂດກາຊານັ້ນ ໝັ້ນຄົງ.

ທ່ານບລິງເກັນ ເດີນທາງໄປຮອດຈໍແດນ, ບ່ອນທີ່ປະຊາກອນເຄິ່ງນຶ່ງ ຂອງປະ ເທດຈຳນວນ 10 ລ້ານຄົນ ແມ່ນມີຕົ້ນກໍາເນີດມາຈາກປາແລັສໄຕນ໌, ຫຼັງຈາກ ທີ່ທ່ານໄດ້ເຂົ້າປະຊຸມໃນຕອນເຊົ້າມື້ດຽວກັນນັ້ນ ຢູ່ໃນນະຄອນຫຼວງໄຄໂຣ ກັບປະທານາທິບໍດີຂອງອີຈິບ ທ່ານອັບແດລ ຟາຕາ ແອລຊີຊີ ແລະລັດຖະມົນຕີກະຊວງການຕ່າງປະເທດ ທ່ານຊາເມ ຊູກຣີ.

ອີຈິບ ໄດ້ມີສ່ວນກ່ຽວຂ້ອງຢ່າງຫຼວງຫຼາຍໃນການເຮັດໃຫ້ບັນລຸການຢຸດຍິງຂອງບັນຫາຂັດແຍ້ງ ເມື່ອມໍ່ໆມານີ້.

ການເດີນທາງຢ້ຽມຢາມຈໍແດນ ແລະອີຈິບຂອງທ່ານບລິງເກັນ ໄດ້ມີຂຶ້ນນຶ່ງວັນຫຼັງຈາກທີ່ໄດ້ສະແດງການສະໜັບສະໜຸນໃຫ້ອິສຣາແອລມີຄວາມໝັ້ນຄົງແລະປະກາດໃຫ້ການຊ່ອຍເຫຼືອ ເພື່ອສ້າງສາຄືນໃໝ່ສຳລັບເຂດກາຊາ.

ທ່ານບລິງເກັນ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນອັງຄານຜ່ານມາ ວ່າ “ດັ່ງທີ່ທ່ານຮູ້ຈັກ ອີຈິບມີບົດບາດທີ່ສຳຄັນ ໃນການຊ່ອຍໄກ່ເກ່ຍໃຫ້ຢຸດຍິງ ແລະຈໍແດນ ເປັນກະບອກສຽງມາຍາວນານເພື່ອສັນຕິພາບແລະສະຖຽນລະພາບຢູ່ໃນພາກພື້ນ.”

ທ່ານບລິງເກັນໄດ້ເລີ້ມຕົ້ນວັນພຸດດ້ວຍການພົບປະກັບປະທານາທິບໍດີຂອງອິສ ຣາແອລ ທ່ານຣູບິນ ຣີວລິິນ ໂດຍປິດທ້າຍການເດີນທາງຖ້ຽວທຳອິດ ໄປຍັງພາກຕາເວັນອອກກາງ ນັບຕັ້ງແຕ່ທ່ານໄດ້ເຂົ້າຮັບຕຳແໜ່ງເປັນນັກການທູດຂັ້ນສູງຂອງສະຫະລັດ.

ໂຄສົກກະຊວງການຕ່າງປະເທດ ທ່ານເນດ ໄພຣສ໌ ກ່າວໃນຖະແຫລງການ ວ່າ “ທ່ານລັດຖະມົນຕີ ແລະປະທານາທິບໍດີ ຣີວລິນ ໄດ້ປຶກສາຫາລືວິທີທາງເພື່ອສົ່ງເສີມການຢູ່ຮ່ວມກັນ ແລະການໂຍະຍານຜ່ອນຜັນ ໃນໝູ່ພົນລະເມືອງຂອງອິສຣາແອລທັງໝົດ ໂດຍບໍ່ຄຳນຶງເຖິງມູນເຊື້ອ ຫຼືພື້ນຖານທີ່ມາ.” ທ່ານກ່າວຕໍ່ໄປວ່າ “ພວກເຂົາຢືນຢັນອີກເຖິງຄວາມສຳຄັນໃນຄວາມໝັ້ນໝາຍຂອງ ຄູ່ພາຄີລະຫວ່າງສະຫະລັດແລະອິສຣາແອລ ແລະຄວາມຈຳເປັນເພື່ອສົ່ງເສີມສັນຕິພາບແລະສະຖຽນລະພາບສຳລັບໝົດທຸກຄົນ.”

ທ່ານໄພຣສ໌ ຍັງໄດ້ກ່າວວ່າ ທ່ານບລິງເກັນ ໄດ້ເຊື້ອເຊີນທ່ານຣີວລິນ ໃຫ້ມາ ຢ້ຽມຢາມສະຫະລັດ ໃນສອງສາມອາທິດຂ້າງໜ້ານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG