ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານບ​ລິງ​ເກັນ​ຢ້ຽມ​ຢາມ​ອີ​ຣັກ: ການ​ໂຈມ​ຕີ​ກຳ​ລັງ​ສະ​ຫະ​ລັດ ລະ​ເມີດ​ຕໍ່​ອະ​ທິ​ປະ​ໄຕ​ຂອງ​ອີຣັກ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໂອ້​ລົມ​ກັບ​ພວກ​ນັກ​ຂ່າວ ກ່ຽວ​ກັບ​ການ​ພົບ​ປະ​ຂອງ​ທ່ານ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ ທ່ານ​ເຊຍ ອາ​ລ-ຊູ​ດາ​ນີ ກ່ອນ​ອອກ​ເດີນ​ທາງ​ຈາກ​ສະ​ໜາມ​ບິນ​ສາ​ກົນ​ແບັກ​ແດດ ເມື່ອ​ວັນ​ທີ 5 ພະ​ຈິກ 2023.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ໂອ້​ລົມ​ກັບ​ພວກ​ນັກ​ຂ່າວ ກ່ຽວ​ກັບ​ການ​ພົບ​ປະ​ຂອງ​ທ່ານ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ ທ່ານ​ເຊຍ ອາ​ລ-ຊູ​ດາ​ນີ ກ່ອນ​ອອກ​ເດີນ​ທາງ​ຈາກ​ສະ​ໜາມ​ບິນ​ສາ​ກົນ​ແບັກ​ແດດ ເມື່ອ​ວັນ​ທີ 5 ພະ​ຈິກ 2023.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ ແອນໂທນີ ບລິງເກັນ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ນະຄອນຫຼວງແບັກ​ແດດຢ່າງບໍ່ໄດ້ຄາດຄິດ ໃນ​ວັນ​ອາ​ທິດ​ວານນີ້ ເຊິ່ງ​ທ່ານ​ໄດ້​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຣັກ ທ່ານ ທ່ານ​ໂມ​ຮຳ​ເໝັດ ເຊຍ ອາ​ລ-ຊູ​ດາ​ນີ (Mohammed Shia al-Sudani).

ທ່ານ ບລິງເກັນ ໄດ້ຮຽກຮ້ອງໃຫ້ນາຍົກລັດຖະມົນຕີ ອີຣັກ ຮັບຜິດຊອບຕໍ່ບັນ ດາຜູ້ຮັບຜິດຊອບໃນການສືບຕໍ່ດຳເນີນການໂຈມຕີບຸກຄະລາກອນຂອງສະຫະ ລັດ ຢູ່ໃນອີຣັກ ແລະ ປະຕິບັດຕາມຄຳໝັ້ນສັນຍາຂອງອີຣັກ ທີ່ຈະປົກປ້ອງສະຖານທີ່ປະຕິບັດງານທັງໝົດທີ່ເປັນທີ່ຢູ່ຂອງບຸກຄະລາກອນສະຫະລັດ ຕາມຄຳເຊີນຂອງລັດຖະບານອີຣັກ.

ກອງທັບສະຫະລັດໃນອີຣັກ ແລະຊີເຣຍ ໄດ້ຖືກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ຫຼືຈະຫຼວດ ເມື່ອມໍ່ໆມານີ້, ເນື່ອງຈາກວ່າມີກອງກຳລັງຂອງສະຫະລັດ ທີ່ປະຈຳ ການຢູ່ໃນພາກພື້ນຕາເວັນອອກກາງ ຫຼາຍຂຶ້ນ ເພື່ອສະໜັບສະໜູນ ຄວາມພະ ຍາຍາມໃນການປາບປາມຢູ່ໃນພາກພື້ນ. ເຈົ້າ​ໜ້າ​ທີ່​ທະ​ຫານ​ສະ​ຫະ​ລັດ ໄດ້​ກ່າວໂທດ​ໃສ່​ຕົວແທນ ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ອີ​ຣ່ານ ໃນ​ການ​ໂຈມ​ຕີ​ກອງ ກຳ​ລັງ​ສະ​ຫະ​ລັດ ເກືອບທຸກ​ວັນ.

ທ່ານບລິງເກັນ ໄດ້​ຮັບ​ຟັງການສະຫຼຸບ​ດ້ານ​ຄວາມ​ປອດ​ໄພ​ ກ່ຽວ​ກັບ​ໄພ​ຂົ່ມ​ຂູ່​ຕໍ່ສະຖານທີ່​ອຳ​ນວຍ​ຄວາມ​ສະ​ດວກຕ່າງໆ ​ຂອງ​ສະ​ຫະ​ລັດ ຢູ່ທີ່​ສະ​ຖານ​ທູດສະ ຫະລັດ ກ່ອນ​ການ​ເຈ​ລະ​ຈາ​ກັບ​ທ່ານ ອາລ-ຊູດານີ ຊຶ່ງ​ດຳ​ເນີນ​ໄປ​ເປັນ​ເວ​ລາ​ຫຼາຍ​ກວ່າ​ນຶ່ງຊົ່ວ​ໂມງ.

ໃນການໃຫ້ສຳພາດ​ຕໍ່​ບັນດາ​ນັກ ​ຂ່າວ​ຫຼັງ​ກອງ​ປະຊຸມ​ໃນ​ວັນ​ອາທິດ​ວານ​ນີ້, ທ່ານ ບລິງເກັນ ​ໄດ້​ກ່າວ​ວ່າ ທ່ານ ອາລ-ຊູດານີ "ກຳລັງ​ເຮັດ​ວຽກ​ກັບ​ກຳລັງ​ຮັກສາ​ຄວາມໝັ້ນຄົງ​ຂອງ​ທ່ານ ​ແລະຄົນ​ອື່ນໆ ​ເພື່ອ​ດຳ​ເນີນ​ການ​ທີ່​ຈຳ​ເປັນ" ​ເພື່ອ​ຮັບ​ມື​ກັບ​ການ​ໂຈມ​ຕີ​ໃສ່​ກອງກຳລັງຂອງ​ສະຫະລັດ ​ແລະ​ເພື່ອ​ປ້ອງ​ກັນ​ການ​ໂຈມ​ຕີ​ຕື່ມ​ອີກ.

“ນີ້ແມ່ນເລື້ອງຂອງອະທິປະໄຕຂອງອີຣັກ. ບໍ່​ມີ​ປະ​ເທດ​ໃດ​ຢາກ​ໃຫ້​ກຸ່ມ​ຫົວ​ຮຸນ​ແຮງ ມີສ່ວນ​ຮ່ວມ​ໃນກິດຈະກຳ​ຮຸນ​ແຮງ,” ທ່ານບລິງເກັນ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ອາ​ທິດ​ວານນີ້.

"ພວກເຮົາມີຈຸດປະສົງ ແລະ ຄຳໝັ້ນສັນຍາຮ່ວມກັນ ທີ່ຈະພະຍາຍາມໃຫ້ແນ່ໃຈວ່າການໂຈມຕີເຫຼົ່ານີ້ ຈະບໍ່ເກີດຂື້ນ," ທ່ານກ່າວຕື່ມ.

ທ່ານອາລ-ຊູດານີ ​ໄດ້ອອກມາ​ກ່າວ​ຕໍ່​ຕ້ານ​ການ​ໂຈມ​ຕີ​ເຫຼົ່າ​ນັ້ນ. ມີລາຍ​ງານ​ວ່າ ທ່ານ​ຈະ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ໃນ​ຂົງ​ເຂດ ຢູ່ໃນ​ອີຣ່ານ ​ແລະ​ປະ​ເທດ​ໃນ​ເຂດ​ອ່າວ​ເປີ​ເຊຍ​ໃນ​ວັນ​ຈັນ​ມື້​ນີ້.

ທ່ານບລິງເກັນ ແລະ ທ່ານ ອາລ-ຊູດານີ ຍັງໄດ້ປຶກສາຫາລື ກ່ຽວກັບຄວາມຈໍາເປັນໃນການປ້ອງກັນບໍ່ໃຫ້ຄວາມຂັດແຍ້ງລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ ແຜ່ລາມ, ລວມທັງໃນອີຣັກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG