ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ບລິງເກັນ ຈະຈັດການເຈລະຈາ ກັບອີຈິບ ເພື່ອໃຫ້ມີການຢຸດຍິງຢູ່ເຂດ ກາຊາ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳ


ລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານ ແອນໂທນີ ບລິງເກັນ ກ້າວອອກຈາກລົດ ໃນຂະນະທີ່ທ່ານ ເດີນທາງອອກຈາກ ນະຄອນຫຼວງ ໄຄໂຣ, ໃນເຈດດາ ໃນວັນທີ 21 ມີນາ 2024.
ລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານ ແອນໂທນີ ບລິງເກັນ ກ້າວອອກຈາກລົດ ໃນຂະນະທີ່ທ່ານ ເດີນທາງອອກຈາກ ນະຄອນຫຼວງ ໄຄໂຣ, ໃນເຈດດາ ໃນວັນທີ 21 ມີນາ 2024.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເກັນ ຈັດການ ເຈລະຈາໃນວັນພະຫັດມື້ນີ້ ຢູ່ທີ່ປະເທດອີຈິບ ໂດຍເນັ້ນໃສ່ຄວາມພະຍາຍາມໃນ ການຮັບປະກັນການຢຸດຍິງໃນສົງຄາມອິສຣາແອລ ແລະ ກຸ່ມຮາມາສ, ປ່ອຍ ຕົວປະກັນທີ່ຖືກກັກຂັງຢູ່ໃນເຂດກາຊາ ແລະ ນຳການຊ່ວຍເຫຼືອດ້ານມະນຸດສະທຳເຂົ້າໄປໃນເຂດກາຊາ ໃຫ້ຫຼາຍຂຶ້ນ ເພື່ອຊ່ວຍເຫຼືອພົນລະເຮືອນຊາວ ປາແລັສໄຕນ໌ ຜູ່ທີ່ຕ້ອງການການຊ່ວຍເຫຼືອຢ່າງໜັກ​.

ຕາຕະລາງເວລາຂອງ ທ່ານ ບລິງເກັນ ລວມມີການພົບປະແບບແຍກຕ່າງຫາກ ກັບເຈົ້າໜ້າທີ່ອີຈິບ, ແລະກັບຜູ້ຕາງຫນ້າຈາກຈໍແດນ, ຊາອຸດີ ອາຣາເບຍ, ກາຕາ ແລະ ສະຫະລັດ ອາຣັບ ເອເມີເຣັສ.

ຫຼາຍ​ປະ​ເທດ​ໄດ້ມີສ່ວນຮ່ວມໃນ​ການ​ເຈ​ລະ​ຈາ​ຫຼາຍ​ອາ​ທິດ​ ເພື່ອ​ພະ​ຍາ​ຍາມ​ສະ​ເໜີ ​ຂໍ້​ສະ​ເໜີ​ທີ່​ຍອມ​ຮັບ​ໄດ້​ທັງ​ອິສຣາແອລ ແລະ​ກຸ່ມ​ຫົວ​ຮຸນ​ແຮງ ຮາມາສ.

ທ່ານ ບລິງເກັນ ຈະແຈ້ງກ່ຽວກັບຄວາມ​ຄືບ​ໜ້າຫລ້າສຸດໃຫ້ກັບອິສຣາແອລ ໃນເວລາທີ່ທ່ານເດີນທາງໄປຮອດ ອິສຣາແອລ ສຳລັບການເຈລະຈາໃນວັນສຸກ ມື້ອື່ນ.

ໃນອິສຣາແອລ, ທ່ານ ບລິງເກັນ ຈະ "ປຶກສາຫາລື ກ່ຽວກັບຄວາມຈໍາເປັນໃນ ການຮັບປະກັນຄວາມພ່າຍແພ້ຂອງກຸ່ມຮາມາສ, ລວມທັງໃນເຂດຣາຟາ, ໃນວິທີ ການທີ່ມີການປົກປ້ອງພົນລະເຮືອນ, ບໍ່ຂັດຂວາງການໃຫ້ການຊ່ວຍເຫຼືອດ້ານມະ ນຸດສະທໍາ, ແລະເຮັດໃຫ້ຄວາມໝັ້ນຄົງໂດຍລວມລວມຂອງ ອິສຣາແອລ ມີຄວາມກ້າວໜ້າ," ອີງຕາມການຖະແຫຼງການຈາກກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ.

ສະຫະລັດ​ໄດ້​ອອກມາ​ຄັດຄ້ານ​ຕໍ່​ແຜນການ​ຂອງ​ອິສຣາ​ແອ​ລ ທີ່​ຈະດຳເນີນ​ການ​ໂຈມ​ຕີ​ທາງ​ພາກພື້ນດິນ​ຢູ່​ເມືອງ ຣາຟາ ທີ່​ຕັ້ງ​ຢູ່​ຕາມ​ແລວຊາຍ​ແດນ​ເຂດ ກາຊາ ກັບ ອີຈິບ ຊຶ່ງ​ອິສຣາ​ແອ​ລ ກ່າວ​ວ່າ ມີ​ຄວາມ​ຈຳ​ເປັນ​ເພື່ອໃຫ້ບັນລຸ​ເປົ້າ​ໝາຍໃນ ການ​ເອົາ​ຊະນະ​ກຸ່ມ ຮາມາສ ​ແລະ​ຮັບປະກັນວ່າ ​ກຸ່ມ​ດັ່ງກ່າວຈະ​ບໍ່​ສາມາດ​ດຳເນີນການ​ໂຈມ​ຕີອິສຣາ​ແອ​ລ ​ຄື​ໃນວັນ​ທີ 7 ຕຸລາ ໄດ້ອີກ.

ຊາວປາແລສໄຕນ໌ຫຼາຍກວ່ານຶ່ງລ້ານຄົນ ກຳລັງລີ້ໄພຢູ່ໃນເມືອງ ຣາຟາ, ພວກເຂົາຫຼາຍຄົນໃນຈຳນວນນັ້ນ ໄດ້ຫຼົບໜີອອກຈາກເຂດອື່ນໆຂອງເຂດກາຊາ ເພື່ອພະຍາຍາມຊອກຫາຄວາມປອດໄພທ່າມກາງສົງຄາມດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG