ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານບລິງເຄັນຍົກ​ໃຫ້​ເຫັນ ຄວາມ​ອົດ​ທົນ ​ຂອງແມ່ຍິງໃນອັຟການິສຖານ ແລະອີຣ່ານ ໃນ​ການຕໍ່​ສູ້ ​ເພື່ອສິດເສລີພາບ


(ພາບ​ໃນ​ແຟມ) ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ ຮ້ອງ​ຄຳ​ຂວັນ ໃນ​ຂະ​ນະ​ທີ່​ເດີນ​ຂະ​ບວນ​ປະ​ທ້ວງ​ຕ້ານ​ການ​ຫ້າມ​ແມ່​ຍິງບໍ່​ໃຫ້​ໄດ້​ຮັບ​ການ​ສຶກ​ສາ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ ໃນ​ນະ​ຄອນ​ຫລວງ ກາ​ບູ​ລ ຂອງ​ອັ​ຟ​ກາ​ນິ​ສ​ຖານ, ວັນ​ທີ 22 ທັນ​ວາ, 2022.
(ພາບ​ໃນ​ແຟມ) ແມ່​ຍິງ​ອັ​ຟ​ກາ​ນິ​ສ​ຖານ ຮ້ອງ​ຄຳ​ຂວັນ ໃນ​ຂະ​ນະ​ທີ່​ເດີນ​ຂະ​ບວນ​ປະ​ທ້ວງ​ຕ້ານ​ການ​ຫ້າມ​ແມ່​ຍິງບໍ່​ໃຫ້​ໄດ້​ຮັບ​ການ​ສຶກ​ສາ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ ໃນ​ນະ​ຄອນ​ຫລວງ ກາ​ບູ​ລ ຂອງ​ອັ​ຟ​ກາ​ນິ​ສ​ຖານ, ວັນ​ທີ 22 ທັນ​ວາ, 2022.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນ​ໂທ​ນີ ບ​ລິງ​ເຄັນ ໄດ້ສັນ​ລະ​ເສີນ ແມ່ຍິງໃນອັຟການິສຖານ ແລະອີຣ່ານທີ່ລຸກຂຶ້ນເພື່ອປົກປ້ອງເສລີພາບ ໃນຂະນະທີ່ ທ່ານກ່າວຄຳ​ປາ​ໄສ ໃນວັນອັງຄານວານນີ້ ຢູ່ງານໂຮມຊຸມ​ນຸມແຫ່ງ​ນຶ່ງ ທີ່ຍົກໃຫ້ເຫັນ ບົດບາດຂອງແມ່ຍິງໃນປະຊາທິປະໄຕ.

ທ່ານບ​ລິງ​ເຄັນ ຍ້ອງຍໍແມ່ຍິງ ທີ່ໄດ້ປະທ້ວງໃນອີຣ່ານ ໃນການຕອບໂຕ້ຕໍ່ການເສຍ ຊີວິດຂອງ​ນາງ​ມາ​ຊາ ອາ​ມີ​ນີ (Mahsa Amini) ຂະ​ນະທີ່ຢູ່ໃນການຄວບຄຸມຂອງຕໍາຫຼວດໃນປີກາຍນີ້ ໂດຍກ່າວວ່າ ພວກເຂົາເຈົ້າໄດ້ເດີນ​ຂະ​ບວນ​ດ້ວຍຄວາມກ້າຫານ "ຢູ່ພາຍໃຕ້ໄພຂົ່ມຂູ່ອັນໃຫຍ່ຫຼວງຕໍ່ພວກ​ເຂົາ​ເຈົ້າ ເພື່ອຮຽກຮ້ອງ ‘ເອົາຊີວິດ ແລະ ເສລີພາບຂອງ​ແມ່​ຍິງມາ’."

ແລະຢູ່ໃນອັຟການິສຖານນັ້ນ ທ່ານບ​ລິງ​ເຄັນ ກ່າວວ່າ ແມ່ຍິງກໍາລັງຕໍ່ສູ້ ເພື່ອອະນາ ຄົດທີ່ດີກວ່າ ໃນປະເທດຂອງເຂົາເຈົ້າ ເຖິງແມ່ນວ່າ ຈະມີຄວາມພະຍາຍາມຂອງກຸ່ມ ຕາລີບານ "ທີ່​ຈະລົບລ້າງເຂົາເຈົ້າ ​ໃຫ້ອອກໄປຈາກຊີວິດປະຈໍາວັນ ກໍ​ຕາມ."

“ສະຫະລັດຢືນຢູ່ ຢ່າງ​ມີຄວາມສາມັກຄີກັບແມ່ຍິງເຫຼົ່ານີ້ ແລະທຸກຄົນທີ່ເຮັດວຽກເພື່ອ ໃຫ້ມີການ​ເຂົ້າຮ່ວມຂອງແມ່ຍິງຢ່າງເຕັມສ່ວນ, ເສລີ ແລະມີ​ຄວາມເທົ່າທຽມກັນ ໃນທົ່ວໂລກ. ໂດຍຜ່ານທາງການທູດຂອງພວກເຮົາ, ພວກເຮົາມຸ້ງຫມັ້ນຕໍ່​ການສະຫນັບສະຫນຸນ ພວກເຂົາເຈົ້າ ແລະເຮັດ​ໃຫ້ຄວາມສະເຫມີພາບລະ​ຫວ່າງເພດໃນທົ່ວໂລກມີ​ຄວາມ​ກ້າວ​ໜ້າ​ໄປ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານບ​ລິງ​ເຄັນ.

ຫົວ​ໜ້ານັກ​ການ​ທູດ​ຂອງ​ສະຫະລັດ ທ່ານນີ້ກ່າວ​ວ່າ ແມ່ຍິງ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ເຫຼົ່າ​ນີ້ ບໍ່​ພຽງ​ແຕ່ຢູ່​ໃນ​ລະ​ບອບການ​ປົກຄອງແບບ​ຜະ​ເດັດ​ການ​ເທົ່າ​ນັ້ນ, ​ແຕ່​ຍັງມີ​ຢູ່​ໃນ​ຫລາຍ​ບ່ອນຢ່າງ​ຫລວງ​ຫລາຍເກີນ​ໄປ ​ທີ່​ເຂົາ​ເຈົ້າ​ຂາດ​ໂອກາດ​ທີ່ເທົ່າ​ທຽມ​ກັນ ​ໃນດ້ານ​ການ​ສຶກສາ ​ແລະ ການ​ເຮັດ​ວຽກ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG