ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບລິງເຄັນ ກ່າວເຖິງຄວາມ​ຈຳ​ເປັນ ​ສ​ຳ​ລັບ​​ການພົວພັນໂດຍກົງ ໃນການຫາ​ລື ສະຫະລັດ ຈີນ


ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີ ບລີງເຄັນ ຈັບມືກັບ ປະທານປະເທດຈີນ ທ່ານສີ ຈິນຜິງ ທີ່ຫໍສາລາປະຊາຊົນຈີນ ໃນປັກກິ່ງ ວັນທີ 19 ທິຖຸນາ 2023
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີ ບລີງເຄັນ ຈັບມືກັບ ປະທານປະເທດຈີນ ທ່ານສີ ຈິນຜິງ ທີ່ຫໍສາລາປະຊາຊົນຈີນ ໃນປັກກິ່ງ ວັນທີ 19 ທິຖຸນາ 2023

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເຄັນ ໄດ້ກ່າວໃນວັນຈັນວານນີ້ວ່າ ສະຫະລັດ ແລະຈີນມີພັນ​ທະທີ່ຈະຄຸ້ມ​ຄອງຄວາມສຳພັນເຂົາເຈົ້າ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ ແລະທ່ານໄດ້ບອກບັນດາຜູ້ນຳຈີນ ລະຫວ່າງການພົບປະຢູ່ໃນປັກກິ່ງວ່າ ການພົວພັນໂດຍກົງ ເປັນທາງດີທີ່ສຸດເພື່ອຄໍ້າປະກັນການບໍ່ເຫັນພ້ອມ ບໍ່​ໃຫ້​ກາຍ​ເປັນ​ບັນ​ຫາຂັດແຍ້ງ.

​ໃນ​ການກ່າວຕໍ່ບັນດານັກຂ່າວ​ທີ່ປັກກິ່ງ ທ່ານບລິງເຄັນ ກ່າວວ່າ ທ່ານໄດ້ປຶກ​ສາ​ຫາ​ລື​ຢ່າງກົງໄປກົງມາ ແລະຢ່າງ​ກວ້າງ​ຂວາງໃນວັນຈັນວານນີ້ກັບ ປະທານປະ ເທດຈີນ ທ່ານສີ ຈິ້ນຜິງ ແລະນັກການທູດສູງສຸດຈີນ ທ່ານຫວັງ ຢີ.

“ຂ້າພະເຈົ້າຄາດ​ວ່າ ຈະ​ມີ​ການຢ້ຽມຢາມຈີນ​ເພີ້ມ​ຕື່ມ ໂດຍພວກເຈົ້າໜ້າທີ່ອະວຸໂສສະຫະລັດ ໃນບໍ່ເທົ່າໃດອາທິດຈະມາເຖິງນີ້” ທ່ານບລິງເຄັນໄດ້ກ່າວໃນລະ ຫວ່າງກອງປະຊຸມນັກຂ່າວ. ທ່ານໄດ້ກ່າວເພີິ້ມວ່າ ວໍຊິງຕັນ ຍິນດີຕ້ອນຮັບບັນ ດາເຈົ້າໜ້າທີ່ຈີນທີ່ຈະມາຢ້ຽມຢາມສະຫະລັດໃນອະນາຄົດນີ້.

ທ່ານສີ ໄດ້ຮຽກຮ້ອງໃຫ້​ຝ່າຍສະຫະລັດ ຮັບເອົາ​ທ່າ​ທີ​ທີ່​ມີເຫດຜົນ ແລະ​ສະ​ພາບ​ໂຕຈິງ ແລະການປະຕິບັດງານກັບຈີນ ໃນທິດທາງດຽວກັນ ອີງຕາມຖະແຫລງ ການທີ່ນຳ​ອອກເຜີຍແຜ່ໂດຍລັດຖະບານຈີນ.

ໃນຂະນະທີ່ສອງຝ່າຍ ໄດ້ເຫັນພ້ອມກັບຄວາມ​ຈຳ​ເປັນ​ເພື່ອໃຫ້ມີສະຖຽນລະພາບ​ດ້ານການສື່ສານ ທ່ານບລິງເຄັນຈະບໍ່ກັບຄືນສູ່ວໍຊິງຕັນ ດ້ວຍຂໍ້ຕົກລົງຈາກ​ຝ່າຍຈີນ ເພື່ອຕັ້ງຊ່ອງທາງການຕິດ​ຕໍ່ສື່ສານ ລະຫວ່າາງກອງທັບ ​ກັບກອງທັບ.

“ຢູ່ໃນຂະນະນີ້ ຈີນບໍ່ໄດ້ເຫັນພ້ອມທີ່ຈະເຄື່ອນໄຫວກ່ຽວກັບເລື້ອງນີ້” ທີ່ທ່່ານ
ບລິງເຄັນ ໄດ້ກ່າວ.

ວໍຊິງຕັນ ກ່າວວ່າ ການ​ຕິດ​ຕໍ່ສື່ສານ​ຂອງກອງທັບ ຄວນຮັກສາໃຫ້ເປີດໄວ້ ຢູ່ໃນ​ກໍ​ລະ​ທີ​ທີ່​ເກີດວິກິດການ.

ທ່ານອາລີ ວາຍ ນັກວິເຄາະອະວຸໂສ ​ຂອງ​ກຸ່ມ Eurasia Group’s Global Macro-Geopolitics ກ່າວຢູ່ໃນອີແມລ ຫາວີໂອເອ ວ່າ ໃນຂະນະທີ່ມິຄວາມເປັນຫ່ວງວ່າ ຈີນບໍ່ຮັບເອົາຂໍ້ສະເໜີຂອງທ່ານບລິງເຄັນ ເພື່ອສ້າງຕັ້ງຊ່ອງທາງການຕິດ​ຕໍ່ສື່ສານ​ຂອງກອງທັບ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG