ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ບລິງເກັນ ເດີນທາງໄປພາກຕາເວັນອອກກາງ ເພື່ອເຮັດໃຫ້ການຢຸດຍິງ ລະຫວ່າງອິສຣາແອລ ແລະກຸ່ມຮາມສາ ເພີ້ມຄວາມແນ່ນອນຂຶ້ນ


ພາບທົ່ວໄປຂອງເຮືອນຊານທີ່ຖືກທໍາລາຍໂດຍການໂຈມຕີທາງອາກາດຂອງອິສຣາແອລ ໃນຂະນະທີ່ມີການສູ້ລົບກັ ນຢູ່ເຂດກາຊາ
ພາບທົ່ວໄປຂອງເຮືອນຊານທີ່ຖືກທໍາລາຍໂດຍການໂຈມຕີທາງອາກາດຂອງອິສຣາແອລ ໃນຂະນະທີ່ມີການສູ້ລົບກັ ນຢູ່ເຂດກາຊາ

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ, ທ່ານ ແອນໂທນີ ບລິງເກັນ ມີກຳນົດທີ່ຈະພົບປະກັບບັນດາຜູ້ນຳອິສຣາແອລ ໃນນະຄອນເຈຣູຊາແລັມ ແລະຜູ້ນຳປາແລສໄຕນ໌ ໃນເມືອງຣາມາລລາ (Ramallah) ໂດຍເປັນສ່ວນນຶ່ງຂອງຄວາມພະຍາຍາມທີ່ສ້າງຂຶ້ນບົນພື້ນຖານການຢຸດຍິງລະຫວ່າງອິສຣາແອລ ແລະ ກຸ່ມຮາມາສ ທີ່ມີຜົນບັງຄັບໃຊ້ ໃນທ້າຍອາທິດແລ້ວນີ້.

“ເຖິງແມ່ນວ່າ ພວກເຮົາໄດ້ເຮັດວຽກຮ່ວມກັບບັນດາຝ່າຍແລະຄູ່ຮ່ວມພາຄີຕ່າງໆ ເພື່ອຊ່ວຍໃຫ້ບັນລຸ ການຢຸດຍິງໄດ້ກໍຕາມ ແຕ່ພວກເຮົາກໍຍັງຕ້ອງເພັ່ງເລັງໃສ່ ເສັ້ນທາງກ້າວໄປຂ້າງໜ້າ ຊຶ່ງລວມທັງບາດກ້າວທີ່ພວກເຮົາສາມາດເຮັດໄດ້ເພື່ອ ສ້າງອະນາຄົດອັນດີກວ່າ ສໍາລັບອິສຣາແອລ ແລະປາແລສໄຕນ໌,” ນັ້ນຄືຄໍາເວົ້າ ຂອງທ່ານບລິງເກັນ ທີ່ກ່າວໃນຂະນະທີ່ທ່ານອອກເດີນທາງໄປ ສໍາລັບສິ່ງທີ່ເປັນ ການຢ້ຽມຢາມຫລາຍປະເທດ ໃນພາກຕາເວັນອອກກາງ. ນີ້ແມ່ນເທື່ອທຳອິດຂອງທ່ານທີ່ໄດ້ເດີນທາງໄປຂົງເຂດດັ່ງກ່າວ ໃນຖານະເປັນຫົວໜ້ານັກການທູດ ຂອງສະຫະລັດ.

ກຳນົດເວລາຂອງທ່ານໃນວັນອັງຄານມື້ນີ້ ແມ່ນຮວມມີການພົບປະກັບນາຍົກ ລັດຖະມົນຕີອິສຣາແອລ, ທ່ານເບັນຈາມິນ ເນຕັນຢາຮູ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານເບັນນີ ແກນສ໌ (Benny Gantz), ແລະລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ກາບີ ແອສເຄັນນາຊີ (Gabi Ashkenazi), ພ້ອມທັງປະທານາທິບໍດີຂອງອໍານາດການປົກຄອງປາແລສໄຕນ໌, ທ່ານມາມູດ ອັບບັສ (Mahmoud Abbas) ແລະນາຍົກລັດຖະມົນຕີ ຂອງອຳນາດການປົກຄອງປາແລສໄຕນ໌ ໂມຮໍາມາດ ສຕາຍເຢ (Mohammad Shtayyeh).

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນ ກ່າວໃນຖະແຫຼງການສະບັບນຶ່ງໃນວັນຈັນວານນີ້ວ່າ ທ່ານ ບລິງເກັນ “ຈະພົບປະກັບບັນດາຜູ້ນຳອິສຣາແອລ ກ່ຽວກັບຄວາມໝັ້ນໝາຍທີ່ແໜ້ນແກ່ນຂອງພວກເຮົາຕໍ່ຄວາມໝັ້ນຄົງຂອງອິສຣາແອລ” ແລະ “ຈະສືບຕໍ່ຄວາມພະຍາຍາມຂອງລັດຖະບານພວກເຮົາໃນການສ້າງສາຍພົວພັນຄືນໃໝ່ ແລະການສະໜັບສະໜູນປະຊາຊົນແລະຜູ້ນຳຂອງປາແລສໄຕນ໌ ຫຼັງຈາກຫຼາຍໄດ້ມີການລະເລີຍມາໄດ້ຫລາຍປີແລ້ວ."

ທ່ານ ໄບເດັນ ກ່າວວ່າສະຫະລັດຈະເຮັດວຽກຮ່ວມກັບບັນດາຄູ່ພາຄີຢູ່ໃນພາກພື້ນເພື່ອ “ຮັບປະກັນການຊ່ວຍເຫຼືອຢ່າງວ່ອງໄວໃຫ້ໄປຮອດເຂດກາຊາ ໃນທາງທີ່ເປັນປະໂຫຍດແກ່ປະຊາຊົນຢູ່ທີ່ນັ້ນ ແລະບໍ່ແມ່ນປະໂຫຍດຂອງກຸ່ມຮາມາສ.”

"ຈຸດເພັ່ງເລັງຂອງພວກເຮົາດຽວນີ້ ແມ່ນແນໃສ່ແກ້ໄຂສະຖານະການດ້ານມະນຸດ ສະທຳຢ່າງບໍ່ລົດລະ, ເລີ່ມຕົ້ນສ້າງສາຄືນໃໝ່ ແລະກໍ່ສ້າງໃໝ່, ແລະມີການພົວ ພັນຢ່າງແໜ້ນແຟ້ນກັບທຸກໆຄົນ - ກັບຊາວປາແລສໄຕນ໌, ກັບອິສຣາແອລ, ແລະບັນດາຄູ່ພາຄີໃນພາກພື້ນ," ນັ້ນຄືຄໍາເວົ້າຂອງທ່ານ ບລິງເກັນ ທີ່ກ່າວຕໍ່ເຄືອຂ່າຍຂ່າວສານ CNN ຂອງສະຫະລັດ.

ການເດີນທາງໄປພາກຕາເວັນອອກກາງຂອງທ່ານ ບລິງເກັນ ຈະລວມມີການຢ້ຽມຢາມປະເທດອີຈິບ ທີ່ໄດ້ໄກ່ເກ່ຍໃຫ້ມີການຢຸດຍິງຢູ່ເຂດກາຊາ ລະຫວ່າງ ອິສຣາແອລ ແລະພວກຫົວຮຸນແຮງປາແລສໄຕນ໌ ທີ່ນຳພາໂດຍກຸ່ມຮາມາສ. ທ່ານຈະພົບປະກັບປະທານາທິບໍດີຂອງອີຈິບ, ທ່ານແອບແດລ-ຟາຕາ-ແອລ-ຊິສ ຊີ (Abdel-Fattah el-Sissi) ແລະລັດຖະມົນຕີການຕ່າງປະເທດ, ທ່ານຊາເມ ຊາວຄຣີ (Sameh Shoukry).

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG